ສປ.ຈີນ ເປີດໃຊ້ເຂື່ອນໄຟຟ້າ ທີ່ໃຫຍ່ເປັນອັນດັບ 2 ຂອງໂລກ


ໄປເຮີທານ ເຂື່ອນໄຟຟ້າພະລັງງານນ້ຳ ສັນຊາດຈີນ ເຊິ່ງເປັນເຂື່ອນທີ່ໃຫຍ່ເປັນອັນດັບ 2 ຂອງໂລກ ໄດ້ເປີດການຜະລິດໄຟຟ້າແລ້ວ. ເຂື່ອນນີ້ຕັ້ງຢູ່ບໍລິເວນ ແມ່ນ້ຳຈິນຊາ ຕອນຕົ້ນຂອງແມ່ນ້ຳແຍງຊີ ຈຸດຮອຍຕໍ່ລະຫວ່າງ ຍູນນານ ແລະ ເສສວນ ທາງຕະເວັນຕົກສຽງໃຕ້ຂອງປະເທດ.

ເຂື່ອນ ໄປເຮີທານ ແມ່ນມີກຳລັງການຜະລິດຕິດຕັ້ງລວມ 16 ລ້ານ ກິໂລວັດ ແລະ ສາມາດຜະລິດກະແສໄຟຟ້າໄດ້ສູງເຖິງ 60,000 ລ້ານກິໂລວັດໂມງ/ປີ.

ເຂື່ອນນີ້ ແມ່ນຖືກສ້າງມາຕັ້ງແຕ່ປີ 2013 ແລະ ສຳເລັດໃກ້ສົມບູນໃນປີ 2021 ແນວໃດກໍຕາມ ຫາກເປີດໃຊ້ງານເຕັມກຳລັງໄດ້ຕາມແຜນໃນປີ 2022 ສະຖານີໄຟຟ້າແຫ່ງນີ້ຈະສາມາດຊ່ວຍຫຼຸດຜ່ອນການໃຊ້ພະລັງງານຖ່ານຫີນໄດ້ 19,86 ລ້ານໂຕນ ແລະ ຫຼຸດຜ່ອນມົນລະພິດທາງອາກາດໄດ້ 51,6 ລ້ານໂຕນໃນແຕ່ລະປີອີກດ້ວຍ.

ທີ່ມາ: https://www.thaiquote.org/content/222794

ພາບ: xinhuathai, postjung

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/