ເສລີພາບສື່ຂອງປະເທດລາວໄດ້ອັນດັບ 172 ຈາກທັງໝົດ 180 ປະເທດ ໃນປີ 2020


ນັບຕັ້ງແຕ່ປີ 2002 ເປັນຕົ້ນມາ “World Press Freedom Index ຫຼື ດັດຊະນີເສລີພາບສື່ໂລກ” ທີ່ຈັດໂດຍອົງກອນຜູ້ສື່ຂ່າວໄຮ້ພົມແດນ (Reporters Without Borders) ກໍມີການເຜີຍແຜ່ການຈັດອັນດັບອອກມາທຸກໆປີ ເຊິ່ງຖືໄດ້ວ່າເປັນເຄື່ອງມືສຳຄັນໃນການສະທ້ອນສະພາບການຂອງສື່ໂລກເປັນຢ່າງດີ.

ດ້ວຍການທີ່ດັດຊະນີເສລີພາບສື່ນີ້ເປັນທີ່ຮູ້ຈັກໃນລະດັບສາກົນ ອິດທິພົນຂອງດັດຊະນີເສລີພາບສື່ທີ່ມີຕໍ່ລັດຖະບານຂອງປະເທດຕ່າງໆຈຶ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສົ່ງຜົນໃຫ້ຜູ້ນຳຂອງລັດ ແລະ ລັດຖະບານຂອງຫຼາຍປະເທດມີຄວາມຄຳນຶງຕໍ່ການປະກາດອັນດັບເສລີພາບສື່ປະຈຳຂອງປະເທດຕົວເອງ.

ເຊິ່ງລາຍງານການຈັດອັນດັບ World Press Freedom Index ປີຫຼ້າສຸດຢ່າງ 2020 ທີ່ໄດ້ຮວບຮວມຂໍ້ມູນຂອງວົງການສື່ຈາກ 180 ປະເທດທົ່ວໂລກ ກໍມີການປະເມີນອັນດັບອອກມາ ໂດຍສື່ທີ່ມີເສລີພາບທີ່ສຸດ 10 ອັນດັບທຳອິດຂອງໂລກໃນປີ 2020 ໄດ້ແກ່:


1. ນໍເວ
2. ຟິນແລນ
3. ເດນໝາກ
4. ສະວີເດັນ
5. ເນເທີແລນ
6. ຈາໄມກາ
7. ໂຄສະຕາ ຣິກາ
8. ສະວິດເຊີແລນ
9. ນິວຊີແລນ
10. ໂປຕູເກດ

ແລະ “ປະເທດລາວ” ເຮົາແມ່ນຢູ່ອັນດັບທີ 172 ເຊິ່ງເປັນຮອງຈາກ “ປະເທດກູບາ” ທີ່ຢູ່ອັນດັບທີ 171 ສ່ວນປະເທດທີ່ຢູ່ທ້າຍສຸດອັນດັບ 180 ແມ່ນໄດ້ແກ່ “ສປປ ເກົາຫຼີ”

ເຊິ່ງອັນດັບເສລີພາບສື່ຈາກທັງໝົດ 180 ປະເທດນັ້ນແມ່ນຈັດຮຽງຕາມລຳດັບຂອງເສລີພາບທີ່ສື່ຂອງແຕ່ລະປະເທດໄດ້ຮັບ ແລະ ດັດຊະນີນີ້ຖືເປັນສິ່ງທີ່ບົ່ງບອກເຖິງສະຖານະຂອງສື່ໃນແຕ່ລະປະເທດ ເຊິ່ງແມ່ນຂຶ້ນກັບການປະເມີນສັງຄົມທີ່ມີຄວາມແຕກຕ່າງກັນ ພ້ອມທັງຄວາມເປັນອິດສະຫຼະຂອງສື່ ລວມເຖິງຄຸນະພາບຂອງໂຄງສ້າງທາງກົດໝາຍແຕ່ລະປະເທດ ແລະ ພູມີພາກ.

ຈາກ 180 ປະເທດນັ້ນ ເຮົາມາເບິ່ງວ່າບັນດາປະເທດສະມາຊິກອາຊຽນເອງກໍໄດ້ລຳດັບທີ່ແຕກຕ່າງກັນ ໂດຍ ມາເລເຊຍໄດ້ອັນດັບທີ 101, ອິນໂດເນເຊຍ 119, ຟີລິບປິນ 136, ມຽນມາ 139, ໄທ 140, ກຳປູເຈຍ 144, ບຣູນາຍ 152, ສິງກະໂປ 158, ລາວ 172 ແລະ ຫວຽດນາມ 175 ເຊິ່ງອັນດັບເຫຼົ່ານີ້ເອງກໍມາຈາກຄວາມແຕກຕ່າງຂອງລະບອບການປົກຄອງ ແລະ ການຄວບຄຸມສື່ຂອງແຕ່ລະປະເທດ.

ພາບ: statista.com, ajr.org, entrepreneur.com

ຂອບໃຈຂໍ້ມູນຈາກ: