“Elon Musk ບໍ່ຖືກໃຈສິ່ງນີ້” ຫຼັງອີລອນອອກມາເວົ້າວ່າລົດໃນເກມ Cyberpunk 2077 ຄວນເປັນລົດອັດຕະໂນມັດ ແລະ ຂັບເອງໄດ້ແລ້ວ


ປະຕິເສດບໍ່ໄດ້ເລີຍວ່າ Cyberpunk 2077 ເປັນອີກເກມທີ່ໄດ້ຮັບທັງສຽງຊົມເຊີຍ ແລະ ສຽງຕຳໜິມາພ້ອມໆກັນ ເຊິ່ງ Cyberpunk 2077 ຖືກປ່ອຍໃຫ້ບັນດາເກມເມີ້ໄດ້ຫຼິ້ນເມື່ອ 3 ເດືອນທີ່ຜ່ານມາ ແຕ່ເບິ່ງຄືວ່າກະແສວິຈານຂອງຜູ້ຫຼິ້ນຈະອອກໄປໃນທາງທີ່ພວກເຂົາຮູ້ສຶກວ່າຄືເກມຍັງສ້າງບໍ່ແລ້ວ ຫຼັງຈາກນັ້ນກໍມີການພັດທະນາ (patch update) ເຂົ້າມາເລື້ອຍໆເພື່ອໃຫ້ເກມສົມບູນຂຶ້ນ.

ແຕ່ການພັດທະນາຫຼ້າສຸດຢ່າງ ການອັບເດດ 1.2 ກໍມີເກມເມີ້ລາຍໜຶ່ງເຂົ້າໄປສະແດງຄວາມຄິດເຫັນໃນ Twitter ຂອງ Cyberpunk 2077 ເຊິ່ງກໍບໍ່ມີໃຜອື່ນໄກ ແຕ່ເປັນຄົນທີ່ເອົາເກມນີ້ໄປໃສ່ໃນລົດຕົວເອງຢ່າງ Elon Musk ນັ້ນເອງ.

ຫຼາຍຄັ້ງຕັ້ງແຕ່ເກມນີ້ຖືກປ່ອຍອອກມາ Elon Musk ກໍໄດ້ tweet ຂໍ້ຄວາມຊົມເຊີຍ ລວມທັງບອກເຖິງສິ່ງທີ່ຍັງຂາດຂອງເກມຢູ່ເປັນໄລຍະ ແລະ ຄັ້ງນີ້ເອງກໍເຊັ່ນກັນທີ່ລາວອອກມາສະແດງຄວາມຄິດເຫັນວ່າ “ລົດໃນເກມ Cyberpunk 2077 ມັນຄວນຈະຂັບເຄື່ອນດ້ວຍພະລັງງານໄຟຟ້າ ເພາະເກມດັ່ງກ່າວນີ້ໃນປີ ຄ.ສ 2077 ຄວນມີລະບົບ AI ທີ່ສະຫຼາດພໍໃຫ້ລົດມັນຂັບເຄື່ອນແບບອັດຕະໂນມັດໄດ້ແລ້ວໃຫ້ສົມກັບເປັນໂລກອະນາຄົດ.

ເຊິ່ງກໍເປັນສິ່ງທີ່ບໍ່ແປກໃຈເລີຍທີ່ຄົນຢ່າງ Elon Musk ທີ່ເປັນຜູ້ນຳດ້ານເຕັກໂນໂລຊີ ແລະ ລົດໄຟຟ້າທີ່ຈະຂັບເຄື່ອນເລື່ອງນີ້ດ້ວຍໂຕເອງ ແລະ ອອກມາສະເໜີຄວາມຄິດເຫັນແບບນີ້ ເພາະໃນໂລກປັດຈຸບັນຢ່າງປີ 2021 ກໍມີລົດທີ່ສາມາດເຮັດແບບນັ້ນໄດ້ແລ້ວ.

ພາບ: videogamechronicle.com, gamerant.com, estentaillysports.com

ຂອບໃຈຂໍ້ມູນຈາກ: