ເມື່ອໂລກກຳລັງຈະມີ “ຢາຄຸມກຳເນີດສຳລັບເພດຊາຍ”


ໃນໄລຍະປີ 1960-1970 ເປັນໄລຍະທີ່ວົງການການແພດໄດ້ຄິດຄົ້ນຢາຄຸມກຳເນີດຂຶ້ນມາ ເພື່ອປ້ອງກັນ “ການຖືພາທີ່ຍັງບໍ່ພ້ອມ” ເຊິ່ງຜູ້ຍິງກໍຈະເສຍຫາຍຫຼາຍກວ່າຜູ້ຊາຍ ເພາະວ່າຜູ້ຍິງຕ້ອງຖືພາ ແລະ ລ້ຽງລູກອີກ.​ ເມື່ອມີຢາຄຸມກຳເນີດ ກໍຍັງແມ່ນຜູ້ຍິງທີ່ຕ້ອງເປັນຄົນຮັບຜິດຊອບ ທັງຄ່າໃຊ້ຈ່າຍໃນການຊື້ຢາ, ຜົນຂ້າງຄຽງ ແລະ ຄວາມຮັບຜິດຊອບໃນການກິນຢາໃຫ້ຖືກເວລາ.

ໃນປັດຈຸບັນມີຄວາມກ້າວໜ້າທາງການແພດຂຶ້ນເລື້ອຍ​ໆ ຈົນໃນທີ່ສຸດ “ຢາຄຸມກຳເນີດສຳລັບເພດຊາຍ” ກໍໄດ້ຖືກຄິດຄົ້ນຂຶ້ນມາສຳເລັດ ເພື່ອລົດຊ່ອງຫວ່າງລະຫວ່າງເພດ ບໍ່ເປັນການໂຍນພາລະຕ່າງໆມາໃຫ້ຜູ້ຍິງຫຼາຍ ແລະ ໃຫ້ເລື່ອງເພດມີຄວາມປອດໄພຍິ່ງຂຶ້ນ.

ຢາຄຸມກຳເນີດເພດຊາຍດັ່ງກ່າວມີຊື່ວ່າ DMAU ຫຼື Dimethandrolone undecanoate ເຊິ່ງຜ່ານການທົດສອບແລ້ວວ່າປອດໄພ ບໍ່ສົ່ງຜົນອັນຕະລາຍໃດໆຕໍ່ຮ່າງກາຍ ແລະ ມີປະສິດທິພາບເທົ່າກັບຢາຄຸມກຳເນີດສຳລັບເພດຍິງ.

ເມື່ອກິນຢານີ້ເຂົ້າໄປແລ້ວ ມັນຈະມີຄຸນສົມບັດຊ່ວຍຢຸດຮໍໂມນ “ໂທສເທສເຕີໂຣນ” (Testosterone Hormone) ເຊິ່ງເຮັດໜ້າທີ່ເປັນຮໍໂມນທີ່ສ້າງຕົວອະສຸຈິ ຫຼື ສະເປີມໄດ້, ແຕ່ເມື່ອຢາ DMAU ໝົດລິດແລ້ວ ຮ່າງກາຍກໍສາມາດກັບມາຜະລິດຮໍໂມນໂທສເທສເຕີໂຣນໄດ້ປົກກະຕິ.

ຈາກການທົດລອງກັບອາສາສະໝັກຜູ້ຊາຍທັງໝົດ 83 ຄົນ ນັ້ນ ບໍ່ພົບກັບອັນຕະລາຍໃດໆຕໍ່ຮ່າງກາຍ ແລະ ຕັບ ເຊິ່ງການທົດລອງການນຳໃຊ້ DMAU ທັງໝົດ 3 ຂະໜາດ ທີ່ແຕກຕ່າງກັນ ຮັບປະທານທຸກມື້ ມື້ລະ 1 ເມັດ ຕະຫຼອດໄລຍະເວລາ 28 ມື້, ລວມແລ້ວມີອາສາສະໝັກຊາຍຈຳນວນ 8 ຄົນຈາກ 83 ຄົນເທົ່ານັ້ນທີ່ພົບວ່ານ້ຳໜັກເພີ່ມຂຶ້ນພຽງເລັກນ້ອຍ ແລະ ມີການລົດລົງຂອງຄໍເລສເຕີຣໍທີ່ດີອີກດ້ວຍ.

ແຕ່ເຖິງວ່າວິທະຍາສາດການແພດຈະກ້າວໜ້າຈົນມີຢາຄຸມສຳລັບເພດຊາຍແລ້ວ ຢ່າລືມວ່າມັນບໍ່ສາມາດປ້ອງກັນໂຣກຕິດຕໍ່ທາງເພດສຳພັນຢູ່ດີ ມັນປ້ອງກັນພຽງການຖືພາເທົ່ານັ້ນ. ຖ້າຫາກເປັນຄົນຮັກ ຫຼື ຄົນຮູ້ຈັກອາດຈະໃຊ້ວິທີຄຸມກຳເນີດແບບໃຊ້ຢາຄຸມໄດ້ ແຕ່ຖ້າເປັນຄົນທີ່ບໍ່ຮູ້ຈັກດີ ແນະນຳວ່າໃຊ້ຖົງຢາງອະນາໄມໄປນຳແມ່ນດີທີ່ສຸດ.

ຂອບໃຈຂໍ້ມູນຈາກ: