ເມືອງຄູນຄຳ ແຂວງຄຳມ່ວນ ປະສົບໄພນ້ຳຖ້ວມຢ່າງໜັກໜ່ວງ


ຫຼາຍເມືອງໃນແຂວງຄຳມ່ວນ ເກີດໄພນ້ຳຖ້ວມຢ່າງໜັກ ພ້ອມນັ້ນຍັງໄດ້ສົ່ງຜົນກະທົບຕໍ່ການເປັນຢູ່ຂອງປະຊາຊົນ ແລະ ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນຢ່າງໃຫຍ່ຫຼວງ ໂດຍສະເພາະເມືອງ ຄູນຄຳ ແຂວງ ຄຳມ່ວນ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມຢ່າງໜັກໜ່ວງ.

ໂດຍປະຊາຊົນທີ່ອາໄສໃນເມືອງຄູນຄຳ ແຂວງຄຳມ່ວນ ມີປະຊາກອນອາໄສຢູ່ປະມານ 25.729 ຄົນ ມີປະຊາຊົນໄດ້ຮັບຜົນກະທົບປະມານ 12.767 ຄົນ ກວມເອົາເຄິ່ງໜຶ່ງຂອງປະຊາກອນຂອງເມືອງ ແລະ ຍັງມີອີກ 14 ບ້ານ ໃນທັງໝົດ 22 ບ້ານ ກໍໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ໂດຍ 14 ບ້ານມີບ້ານທີ່ໄດ້ຮັບຜົນກະທົບຄື ບ້ານກອງລໍ, ບ້ານນາກາງ, ບ້ານນາຄຳ, ບ້ານອໍ້, ບ້ານແກ້ງ, ບ້ານໂພນແຍງ, ບ້ານຄູນມະນີ, ບ້ານມ່ວງນ້ຳສາງ, ບ້ານມະຮາງ, ບ້ານນ້ຳສະນາມ, ບ້ານນາຂາມ, ບ້ານນາເມືອງ ແລະ ບ້ານນາຄຳ ເຊິ່ງໃນປັດຈຸບັນພາກສ່ວນຕ່າງໆໃນຂັ້ນເມືອງ, ຂັ້ນແຂວງ ໄດ້ເລັ່ງເຂົ້າຊ່ວຍເຫຼືອຢ່າງເຕັມທີ່.

ນອກຈາກໄພນ້ຳຖ້ວມແລ້ວ ຍັງມີເຫດການພູເຈື່ອນທັບຖົມເສັ້ນທາງ ເລກທີ 8A ຈຳນວນຫຼາຍຈຸດຢູ່ເຂດພູຜາມ່ານ ໄປຮອດເຂດພູໄຮ ຂອງເມືອງຄູນຄຳ ເຊິ່ງມີລົດຕົກຄ້າງອອກມາບໍ່ໄດ້ຢູ່ໃນເຂດດັ່ງກ່າວປະມານ 50 ຄັນລົດ ແລະ ຍັງມີລົດທີ່ຖືກດິນເຈື່ອນທັບອີກປະມານ 10 ຄັນ ພ້ອມຍັງມີຄົນຕົກຕ້າງອີກປະມານ 70 ກວ່າຄົນ.

ຢ່າງໃດກໍຕາມ ທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງຄູນຄຳ ພ້ອມກຳລັງ ປກຊ-ປກສ ໄດ້ເຂົ້າໄປຊ່ວຍເດັກນ້ອຍ ແລະ ຜູ້ສູງອາຍູ ອອກມາໄດ້ແລ້ວ 20 ຄົນ ແລະ ໄດ້ນຳເອົາອາຫານ ພ້ອມນ້ຳດື່ມຈຳນວນໜຶ່ງເຂົ້າໄປຊ່ວຍເຫຼືອຜູ້ຕົກຄ້າງ ພ້ອມກັນນັ້ນຍັງເຂົ້າຊອກຄົ້ນຫາ ຊ່ວຍເຫຼືອປະຊາຊົນຕາມຈຸດຕ່າງໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/