ຝັນສະຫຼາຍ! SEC ປະຕິເສດການຍື່ນຂໍເປີດຕົວເວັບເທຣດ Crypto ຂອງ Elon Musk


Elon Musk ມະຫາເສດຖີຜູ້ມີຊື່ສຽງທີ່ເປັນ CEO ຂອງ Tesla ແລະ ແພລັດຟອມ X ໄດ້ວາງແຜນທີ່ຈະເປີດຕົວແພລັດຟອມການຊື້ຂາຍຮຸ້ນ ແລະ Crypto, ໂດຍສິ່ງນີ້ໄດ້ສ້າງຄວາມປະຫຼາດໃຈ ແລະ ຄວາມຫວັງໃຫ້ກັບບັນດານັກລົງທຶນໃນໂລກການເງິນ.

ແຕ່ແລ້ວຝັນກໍຕ້ອງສະຫຼາຍລົງ, ເນື່ອງາກໜ່ວຍງານຄຸ້ມຄອງດູແລຂອງຕະຫຼາດການເງິນສະຫະລັດ (SEC) ໄດ້ປະຕິເສດການຍື່ນຂໍແຜນການໃນຄັ້ງນີ້ ແລະ ບໍ່ອະນຸຍາດໃຫ້ເປີດແພລັດຟອມຊື້ຂາຍດັ່ງກ່າວ, ເຮັດໃຫ້ Musk ແລະ ຫຼາຍໆຄົນຫງອຍໄປຕາມໆກັນ.

ໂດຍແຮງຈູງໃຈຫຼັກໃນແຜນການຄັ້ງນີ້ກໍຄື ການທີ່ Elon Musk ຄິດຢາກທີ່ຈະສ້າງເວັບເທຣດຮຸ້ນ ແລະ crypto ທີ່ປອດໄພ ແລະ ສາມາດຊື້ຂາຍໄດ້ງ່າຍ ເຮັດໃຫ້ຫຼາຍຄົນໆຕື່ນເຕັ້ນ ແລະ ຕັ້ງໜ້າຕັ້ງຕາລໍຖ້າ ເພາະ Musk ນັ້ນເປັນທີ່ຮູ້ຈັກໃນອຸດສາຫະກຳທີ່ກ່ຽວຂ້ອງກັບເທັກໂນໂລຢີ ແລະ ການເງິນນຳ ແລະ ໄດ້ແຕ່ຫວັງວ່າຈະເປີດຕົວໃນໄວໆນີ້.

ຢ່າງໃດກໍຕາມ, ໜ່ວຍງານຄຸ້ມຄອງດູແລໄດ້ສະແດງຄວາມກັງວົນກ່ຽວກັບຜົນກະທົບທີ່ອາດຈະເກີດຂຶ້ນກັບແພລັດຟອມທີ່ມີຢູ່ມາກ່ອນໜ້ານີ້ແລ້ວ ເພາະການທີ່ຈະມີເວັບເທຣດຮຸ້ນ ແລະ crypto ໃນແພລັດຟອມດຽວກັນນັ້ນເປັນເລື່ອງທີ່ຍາກ ແລະ ມີຄວາມສ່ຽງສູງຕໍ່ກັບນັກລົງທຶນ ແລະ ອາດສົ່ງຜົນຕໍ່ຕະຫຼາດໂດຍລວມໄດ້.

ຫຼັງຈາກທີ່ SEC ໄດ້ປະຕິເສດຄຳຍື່ນຂໍໃນການເປີດແພລັດຟອມດັ່ງກ່າວ, Musk ກໍຮູ້ສຶກເສຍໃຈ ແລະ ຜິດຫວັງຫຼາຍ ໂດຍໄດ້ໂພສໃນ Twitter ຕົນເອງວ່າ “ຂ້ອຍເຊື່ອວ່າແພລັດຟອມນີ້ຈະເຮັດໃຫ້ການເງິນເປັນປະຊາທິປະໄຕ ແລະ ເຮັດໃຫ້ທຸກຄົນສາມາດເຂົ້າເຖິງໄດ້ຫຼາຍຂຶ້ນ. ຂ້ອຍໄດ້ພະຍາຍາມທີ່ຈະເຮັດຕາມຂໍ້ກຳນົດທີ່ໜ່ວຍງານຄຸ້ມຄອງດູແລວາງໄວ້ທັງໝົດແລ້ວ ແຕ່ໜ່ວຍງານກໍຍັງບໍ່ໄວ້ວາງໃຈ”

ເປັນເລື່ອງທີ່ໜ້າເສຍດາຍທີ່ແຜນການຂອງ Elon Musk ຈະຕ້ອງຈົບລົງ, ເຖິງຈະເປັນເລື່ອງທີ່ໜ້າຜິດຫວັງ ແຕ່ຫຼາຍຄົນກໍຍັງຫວັງວ່າໃນອະນາຄົດ Elon Musk ຈະຍັງຄົງຊຸກຍູ້ເທັກໂນໂລຢີຕ່າງໆຕໍ່ໄປ.

ທີ່ມາ

coingabbar

coindesk 

siamblockchain

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/