“ທ້ອງຟ້າທີ່ມືດຄື້ມ ອຸນຫະພູມທີ່ຕໍ່າລົງ ແລະ ສາຍຝົນທີ່ຕົກລົງມາ ເຮັດໃຫ້ຄົນມີຄວາມຮູ້ສຶກເຫງົາ” ເປັນເລື່ອງຈິງ ຫຼື ພຽງຄິດໄປເອງ?


ຍາມຝົນອາດເຮັດໃຫ້ໃຜບາງຄົນຮູ້ສຶກຫງຸດຫງິດໂດຍສະເພາະໃນຕອນທີ່ຈຳເປັນຕ້ອງອອກໄປນອກ ຫຼື ຈະເປັນຕອນທີ່ກຳລັງຈະກັບຈາກບ່ອນເຮັດວຽກ, ຍາມຝົນອາດເຮັດໃຫ້ໃຜບາງຄົນກໍຮູ້ສຶກຍິນດີ ແລະ ມີສະມາທິຫຼາຍຂຶ້ນເພາະສຽງຂອງຝົນທີ່ຕົກລົງກະທົບພື້ນນັ້ນ ບວກກັບອາກາດທີ່ເຢັນກຳລັງດີ ເຮັດໃຫ້ຮູ້ສຶກຜ່ອນຄາຍ, ແຕ່ກັບບາງຄົນເມື່ອຮູ້ສຶກວ່າອາກາດກໍາລັງປ່ຽນໄປ ທ້ອງຟ້າມືດຄື້ມ ກັບເຮັດໃຫ້ຮູ້ສຶກ ເຫງົາ, ເສົ້າ, ຊຶມໂດຍບໍ່ຮູ້ຕົວ ແທ້ຈິງແລ້ວມັນເປັນຍ້ອນຝົນ ຫຼື ເຮົາພຽງອິນກັບບັນຍາກາດແບບນີ້ແລ້ວຄິດໄປເອງ?

ຈາກການສຶກສາທາງວິທະຍາສາດ ແລະ ຈິດຕະວິທະຍາທີ່ຂ້ອນຂ້າງຫຼາຍກ່ຽວກັບຜົນກະທົບຂອງສະພາບອາກາດຕໍ່ສະພາບຈິດໃຈ. ໂດຍສະຫຼຸບໄດ້ວ່າ ຝົນຕົກ ແລະ ການປ່ຽນແປງຂອງດິນຟ້າອາກາດນັ້ນສົ່ງຜົນກະທົບຕໍ່ອາລົມຂອງມະນຸດແມ່ນແທ້.

ໃນງານການສຶກສາທີ່ຖືກຕີພິມໃນປີ 1974 ໃນວາລະສານ Acta Paedopsychiatrica ໃນຫົວຂໍ້ “ອິດທິພົນຂອງອຸຕຸນິຍົມວິທະຍາທີ່ມີຕໍ່ເດັກນ້ອຍ ແລະ ໄວໜຸ່ມ”, ຈາກການສຶກຄົ້ນຄວ້ານັກຮຽນ 16.000 ຄົນພົບວ່າ 18% ຂອງຜູ້ຊາຍແລະ 29% ຂອງແມ່ຍິງ ມີການຕອບສະໜອງໃນທາງລົບຕໍ່ກັບສະພາບອາກາດ. ໂດຍ​ມີຄວາມ​ຮູ້​ສຶກ​ເມື່ອຍອ່ອນເພຍ​ ມີອາລົມແປປວນ ຖ້າສະພາບອາກາດບໍ່ເປັນໃຈເຊັ່ນ: ໃນຕອນທີ່ຝົນຕົກ ຈະເຮັດໃຫ້ພວກເຮົາຮູ້ສຶກໂສກເສົ້າ, ໂດດດ່ຽວ, ຮູ້ສຶກເຫງົາ…

ໂດຍໃນ​ລະ​ຫວ່າງ​ທີ່ຝົນຕົກ​ ສະພາບອາກາດຈະມີການປ່ຽນແປງຫຼາຍ ທັງຄວາມຊຸ່ມຊື່ນໃນອາກາດທີ່ເພີ່ມຂຶ້ນ ອຸນຫະພູມທີ່ຕໍ່າລົງ ແລະ ແສງສະຫວ່າງລົດໜ້ອຍລົງຕາມ. ເຊິ່ງແສງສະຫວ່າງທີ່ ໜ້ອຍລົງນັ້ນໄດ້ສົ່ງຜົນຢ່າງຊັດເຈັນຕໍ່ອາລົມຂອງເຮົາ, ໃຫ້ເຮົາລອງຄິດເຖິງອາລົມຕອນທີ່ຕື່ນມາໃນມື້ທີ່ມີແສງແດດແຈ້ງ, ທ້ອງຟ້າສົດໃສ ແລະ ອາກາດທີ່ບໍ່ຮ້ອນຈົນເກີນໄປ ກັບມື້ທີ່ຕື່ນມາແລ້ວທ້ອງຟ້າປົກຄຸມໄປດ້ວຍເມກຄື້ມ ອາລົມ ແລະ ຄວາມຮູ້ສຶກໃນມື້ນັ້ນກໍຈະແຕກຕ່າງກັນໄປຢ່າງຫຼວງຫຼາຍ ໂດຍສິ່ງເຫຼົ່ານີ້ເກີດຂຶ້ນຢ່າງມີເຫດຜົນ

ເພາະການໄດ້ຮັບແສງແດດທີ່ພຽງພໍ ຫຼື ລົດລົງໃນຕອນເຊົ້າຈະສົ່ງຜົນຕໍ່ການເຮັດວຽກຂອງໂມງຊີວະພາບ (Circadian Rhythm) ສືບຕໍ່ໄປຮອດສະໝອງ ເຮັດໃຫ້ສະໝອງຜະລິດສານເຊໂລໂທນິນ (serotonin) ທີ່ໄດ້ຊື່ວ່າເປັນສານເຄມີຂອງອາລົມໄດ້ໜ້ອຍລົງ. ນີ້ຈຶ່ງເປັນສາເຫດວ່າເປັນຫຍັງເຮົາຈຶ່ງບໍ່ຮູ້ສຶກກະຕືລືລົ້ນ, ເຫງົາໆ, ເສົ້າໆ, ຫງອຍໆ ຢາກນອນຕໍ່ໃນມື້ທີ່ຝົນຕົກ.

ໂມງຊີວະພາບ (Circadian Rhythm) ແມ່ນສິ່ງໜຶ່ງໃນຮ່າງກາຍຂອງເຮົາທີ່ຈະກໍານົດການເຮັດວຽກຂອງສະໝອງ ແລະ ຮ່າງກາຍໃນລະໄລຍະທີ່ແຕກຕ່າງກັນຂອງມື້.

ອີກໜື່ງສິ່ງທີ່ເຮັດໃຫ້ເຮົາຮູ້ສຶກວ່າຝົນຕົກນັ້ນເຮັດໃຫ້ຄົນເຮົາຮູ້ສຶກເຫງົາແທ້ໆກໍຄື ການທີ່ຫຼາຍຄົນພ້ອມກັນໂພສຂໍ້ຄວາມ ຫຼື ຮູບພາບເສົ້າໆລົງໃນ social media ພ້ອມກັນແບບບໍ່ໄດ້ນັດໝາຍໃນມື້ທີ່ຝົນຕົກ

ທັງນີ້ເຖິງແມ່ນຝົນຕົກອາດຈະເຮັດຫຼາຍຄົນມີຄວາມຮູ້ສຶກທີ່ແຕກຕ່າງກັນ ບາງຄົນກໍຮູ້ສຶກຫງຸດຫງິດ ບາງຄົນກໍຮູ້ສຶກດີໃຈ ແລະ ບາງຄົນກໍຮູ້ສຶກໂສກເສົ້າ ຈາກການສຶກສາໃນຜູ້ໃຫຍ່ກວ່າ 415 ຄົນພົບວ່າ ເຄິ່ງໜຶ່ງໃນນີ້ບໍ່ໄດ້ຮັບຜົນກະທົບທາງອາລົມຈາກສະພາບອາກາດທີ່ປ່ຽນແປງ ໃນຂະນະທີ່ມີພຽງ 9% ເທົ່ານັ້ນບໍ່ມັກ ແລະ ຮູ້ສຶກເຫງົາໃນເວລາຝົນຕົກ.

ແລ້ວເຈົ້າເດຮູ້ສຶກເຫງົາ ຫຼື ຄິດຮອດໃຜບໍ່ ໃນເວລາທີ່ຝົນຕົກ.

ທີ່ມາ:

beartai

wongnai

healthline

psychcentral

nbcnews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/