ຮູ້ຫຼືບໍ່? ກ່ອນຈະມີສົງຄາມໂລກຄັ້ງທີ 1​ ແມ່ນມີສົງຄາມໂລກຄັ້ງທີ 0 ມາກ່ອນ


ສົງຄາມໂລກຄັ້ງທີ 1 ແລະ ສົງຄາມໂລກຄັ້ງທີ 2 ຖືໄດ້ວ່າເປັນສົງຄາມທີ່ຈາລຶກເປັນປະຫວັດສາດຂອງໂລກ ເປັນສົງຄາມທີ່ທຸກຄົນເອີ້ນກັນວ່າ “ສົງຄາມໂລກ”  ເພາະເກີດຈາກການຕໍ່ສູ້ໃນພູມີພາກທົ່ວໂລກ. ແຕ່ຮູ້ບໍ່ວ່າ ກ່ອນຈະມີສົງຄາມໂລກຄັ້ງທີ​ 1-2 ແມ່ນເຄີຍມີສົງຄາມໜຶ່ງທີ່ນັກປະຫວັດສາດເອີ້ນວ່າ “ສົງຄາມໂລກຄັ້ງທີ 0” (World War Zero) ເຊິ່ງສົງຄາມນີ້ກໍຄື ສົງຄາມ 7 ປີ (Seven Years’ War) ທີ່ເກີດຂຶ້ນໃນປີ 1756-1763.

ສົງຄາມ 7 ປີ ເປັນການຕໍ່ສູ້ລະຫວ່າງອັງກິດກັບຝຣັ່ງ ໂດຍສົງຄາມເລີ່ມຂຶ້ນໃນທະວີບອາເມຣິກາເໜືອ ຄາດວ່າເກີດຈາກການຂັດແຍ້ງ ແລະ ໄດ້ຂະຫຍາຍລຸກລາມໄປຍັງຢູໂຣບ, ອາຊີ, ອາເມຣິກາໃຕ້ ຈົນຮອດອາຟຣິກາ ອີກດ້ວຍ. ດັ່ງນັ້ນ ສົງຄາມ 7 ປີ ຈຶ່ງເປັນສົງຄາມທີ່ເກີດການສູ້ຮົບທົ່ວໂລກເປັນສົງຄາມທຳອິດ.

ຈຸດເລີ່ມຕົ້ນຂອງສົງຄາມ 7 ປີ ອາດຈະຕ້ອງຢ້ອນກັບໄປແຕ່ປີ 1750 ໂດຍໃນຕອນນັ້ນ ອັງກິດກັບຝຣັ່ງ ຕ່າງກໍພາກັນຄອບຄອງອານານິຄົມໃນອາເມຣິກາເໜືອ ຝຣັັ່ງຄອບຄອງແຄນາດາ ແລະ ຫຼຸຍເຊຍນາ. ໃນຂະນະທີ່ອັງກິດຄອບຄອງສິບສາມອານານິຄົມໃນແຄມຝັ່ງຕາເວັນອອກ. ຝຣັ່ງກັບອັງກິດ ທັງສອງເກີດຂໍ້ຜິດພາດໃນດິນແດນ ໂດຍສະເພາະໃນພື້ນທີ່ພູແມ່ນ້ຳໂອໄຮໂອ ເຊິ່ງນຳໄປສູ່ການປະທະກັນຂອງທັງສອງຝ່າຍໃນປີ 1754 ໜຶ່ງໃນຜູ້ບັນຊາການຂອງອັງກິດໃນຕອນນັ້ນ ກໍຄືນາຍທະຫານໜຸ່ມອາຍຸ 20 ປີ.

ຄວາມຂັດແຍ້ງດັ່ງກ່າວ ຮູ້ຈັກໃນຊື່ (French and Indian War) ເນື່ອງຈາກຝຣັ່ງ ລວມໄປເຖິງອັງກິດ ໃຫ້ການສະໜັບສະໜູນອາເມຣິກາຕໍ່ສູ້ກັບຝ່າຍກັງກັນຂ້າມ. ເກືອບ 2 ປີ ຫຼັງຈາກການເກີດສົງຄາມຝຣັ່ງກັບອິນເດຍ ອັງກິດຈຶ່ງໄດ້ປະກາດສົງຄາມຕໍ່ຝຣັ່ງ ຢ່າງເປັນທາງການ, ນັບໄດ້ວ່າເປັນຈຸດເລີ່ມຕົ້ນຂອງສົງຄາມ 7 ປີ ຂ້າມຟາກມາທາງຢູໂຣບ. ຫຼັງຈາກອັງກິດປະກາດສົງຄາມຕໍ່ຝຣັ່ງ ໃນດິນແດນເຢຍລະມັນ; ຣັດເຊຍກໍໄດ້ປະກາດສົງຄາມກັບອັງກິດ ສ່ວນອອສເຕຣຍ ກັບແຊກໂຊນີ ກໍເປັນພັນທະມິດຂອງຝຣັ່ງ.

ເວລາຕໍ່ມາ ຢູໂຣບ ກໍໄດ້ເຂົ້າມາພົວພັນຄວາມຂັດແຍ້ງຄັ້ງນີ້ອີກດ້ວຍ ສະເປນ, ສະວິດເຊີແລນ ລວມໄປເຖິງຣັດເຊຍ ກໍໄດ້ເຂົ້າຮ່ວມກັບຝຣັ່ງ ສ່ວນໂປຣຕຸເກດ, ຮັນໂນເວີ ລວມໄປເຖິງລັດເຢຍລະມັນອື່ນໆ ກໍເຂົ້າຮ່ວມກັບອັງກິດ. ຄວາມຂັດແຍ້ງດັ່ງກ່າວ ລະຫວ່າງອັງກິດກັບຝຣັ່ງ ເລີ່ມຕົ້ນທີ່ອາເມຣິກາເໜືອ ຕອນນີ້ຂະຫຍາຍມາຢູໂຣບເປັນທີ່ຮຽບຮ້ອຍແລ້ວ ບໍ່ພຽງເທົ່ານີ້ຍັງຂະຫຍາຍໄປທົ່ວໂລກອີກດ້ວຍ.

ຂໍ້ມູນຈາກ:

https://bit.ly/3FIDCGh

https://bit.ly/3LCEC2l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/