ເຝົ້າລະວັງ “ພະຍາດໄຂ້ຍຸງລາຍ” ທີ່ມັກມາພ້ອມກັບລະດູຝົນ


ເມື່ອກ້າວເຂົ້າສູ່ລະດູຝົນຂອງທຸກປີ ໜຶ່ງໃນພະຍາດທີ່ມັກມາພ້ອມກັບລະດູຝົນແມ່ນພະຍາດໄຂ້ຍຸງລາຍ ເຊິ່ງເກີດຈາກຍຸງລາຍທີ່ເປັນພາຫະນຳເອົາເຊື້ອໄວຣັສ (Dengue Virus) ເຂົ້າມາສູ່ຮ່າງກາຍຂອງຄົນ.

ໂດຍອີງຕາມສະຖິຕິນັບແຕ່ຕົ້ນປີນີ້ ເປັນຕົ້ນມາ, ສປປ ລາວ ເຮົາ ກໍຖືໄດ້ວ່າມີຕົວເລກສະສົມຜູ້ປ່ວຍຈາກພະຍາດໄຂ້ຍຸງຫຼາຍສົມຄວນ ເຊິ່ງຕາມການລາຍງານຈາກສູນຂ່າວສານການແພດສຸຂະສຶກສາ ທີ່ໄດ້ລາຍງານປະຈຳວັນທີ 8 ມິຖຸນາ 2023 ທີ່ຜ່ານມາ ພົບວ່າ ທົ່ວປະເທດມີຜູ້ຕິດເຊື້ອສະສົມ ໄຂ້ຍຸງລາຍຈຳນວນ 3.848 ຄົນແລ້ວ; ທັງນີ້, ສະເພາະມື້ວັນທີ 8 ມິຖຸນາ 2023 ມື້ດຽວມີຜູ້ຕິດເຊື້ອໄຂ້ຍຸງທົ່ວປະເທດສູງເຖິງ 126 ຄົນ. ໃນນັ້ນ, ແຂວງທີ່ມີຍອດຕົວເລກຜູ້ຕິດເຊື້ອສະສົມຫຼາຍກວ່າໝູ່ແມ່ນຢູ່ແຂວງອຸດົມໄຊ, ແຂວງໄຊຍະບູລີ ແລະ ນະຄອນຫຼວງວຽງຈັນ.

ສະນັ້ນ, ເພື່ອກຽມຮັບມື ແລະ ປ້ອງກັນກັບພະຍາດໄຂ້ຍຸງທີ່ມາພ້ອມກັບລະດູຝົນ ຈຶ່ງຕ້ອງມີວິທີສັງເກດຕິດຕາມອາການເບື້ອງຕົ້ນຂອງພະຍາດໄຂ້ຍຸງລາຍ, ວິທີການປ້ອງກັນ ແລະ ວິທີການປິ່ນປົວທີ່ຖືກຕ້ອງດັ່ງຕໍ່ໄປນີ້:

ວິທີປະເມີນຕິດຕາມອາການເບື້ອງຕົ້ນ

ເລີ່ມມີອາການໄຂ້ສູງຕໍ່ເນື່ອງ ປະມານ 2-7 ວັນ, ຮູ້ສຶກເບື່ອອາຫານ, ໜ້າແດງ, ເຈັບຫົວ, ມີອາການປວດຮາກ, ຜູ້ປ່ວຍບາງຄົນອາດມີອາການຖອກທ້ອງຮ່ວມນຳ, ບາງຄົນອາດເລີ່ມມີຜື່ນຈຸດສີແດງຂຶ້ນຕາມຮ່າງກາຍ, ມີເລືອດດັງອອກ ຫຼື ເລືອດອອກຕາມເຟັນແຂ້ວ. ໃນກໍລະນີທີ່ຮ້າຍແຮງ ແລະ ບໍ່ໄດ້ເຂົ້າຮັບການປິ່ນປົວທັນເວລາ ຜູ້ປ່ວຍອາດຖ່າຍເປັນສີດຳ ເນື່ອງຈາກມີເລືອດອອກໃນກະເພາະ, ຜູ້ປ່ວຍຈະເລີ່ມໄຂ້ລົດລົງຢ່າງໄວວາ ແຕ່ຈະມີອາການຊຶມລົງ, ຕົວເຢັນ, ໝົດສະຕິ ແລະ ອາດເສຍຊີວິດໄດ້.

ໄລຍະສະແດງອາການຂອງໄຂ້ຍຸງ

ອາການຂອງໄຂ້ຍຸງ ຈະແບ່ງອອກເປັນ 3 ໄລຍະ ດັ່ງນີ້:

  • ໄລຍະໄຂ້ສູງ:

ຜູ້ປ່ວຍຈະເລີ່ມມີອາການໄຂ້ສູງລອຍ ປະມານ 2-7 ວັນ, ຮູ້ສຶກເບື່ອອາຫານ, ໜ້າແດງ, ຕາແດງ, ເຈັບຫົວ, ປວດຕາມຮ່າງກາຍ, ມີອາການປວດຮາກ, ຜູ້ປ່ວຍບາງຄົນອາດມີອາການຖອກທ້ອງຮ່ວມນຳ, ປະມານ 60-90% ກວດພົບວ່າຕັບຂະຫຍາຍໃຫຍ່ຂຶ້ນ, ບາງຄົນອາດເລີ່ມມີຜື່ນນ້ອຍໆສີແດງຂຶ້ນຕາມຕົນຕົວ.

  • ໄລຍະວິກິດ (ຊ໋ອກ ແລະ ມີເລືອດອອກ):

ອາການໄຂ້ຂອງຜູ້ປ່ວຍຈະເລີ່ມລົດລົງໄວໃນໄລຍະວັນທີ 3-6 ຂອງອາການ, ເລີ່ມກະວົນກະວາຍ, ຊີບພະຈອນເຕັ້ນໄວ, ຮາກອອກຫຼາຍ ແລະ ມີອາການຖອກທ້ອງ, ມີອາການເຫງົາຊຶມ, ປັດສາວະໄດ້ໜ້ອຍ, ອາດມີເລືອດອອກໃນກະເພາະອາຫານ. ຜູ້ປ່ວຍໃນໄລຍະນີ້ ຈຶ່ງຖືວ່າເປັນໄລຍະທີ່ຕ້ອງເຝົ້າລະວັງເປັນພິເສດ ເຊິ່ງຈະກິນເວລາປະມານ 24-48 ຊົ່ວໂມງ ຖ້າຫາກບໍ່ມີພາວະຊ໋ອກ ອາການຈະຄ່ອຍໆດີຂຶ້ນ ແລະ ກ້າວເຂົ້າສູ່ໄລຍະທີສາມ (ໄລຍະຟື້ນຕົວ ຫຼື ໄລຍະປອດໄພ). 

  • ໄລຍະຟື້ນຕົວ

ຜູ້ປ່ວຍຈະເລີ່ມມີອາການດີຂຶ້ນ, ຄວາມດັນດີຂຶ້ນ, ຊີບພະຈອນເຕັ້ນປົກກະຕິ, ປັດສາວະໄດ້ດີຂຶ້ນ, ອາການຕັບທີ່ຂະຫຍາຍໃຫຍ່ຂຶ້ນນັ້ນຈະມີຂະໜາດລົດລົງພາຍໃນ 1-2 ອາທິດ, ເລີ່ມກິນອາຫານໄດ້ຫຼາຍຂຶ້ນ, ແຕ່ຍັງມີອາການຄັນຕາມຕົນຕົວ ແລະ ບາງຄົນອາດຍັງມີຜື່ນແດງຫຼົງເຫຼືອຢູ່.

ວິທີການປ້ອງກັນພະຍາດໄຂ້ຍຸງລາຍ

  • ເມື່ອຮອດລະດູຝົນ ມັກມີນ້ຳຂັງຕາມຮ່ອງນ້ຳ, ຕາມພາຊະນະຕ່າງໆທີ່ເກັບກັກນ້ຳ. ດັ່ງນັ້ນ, ຈຶ່ງຄວນທຳລາຍແຫຼ່ງທີ່ພາໃຫ້ເກີດມີໜອນນ້ຳ ເຊິ່ງຈະເປັນແຫຼ່ງເພາະພັນຂອງຍຸງ, ຮັກສາຄວາມສະອາດຂອງສະຖານທີ່ຢູ່ອາໄສ, ຖິ້ມຂີ້ເຫຍື້ອໃສ່ຖົງ ພ້ອມທັງປິດປາກຖົງໃຫ້ມິດຊິດ. ພ້ອມນັ້ນ, ຖ້າຫາກມີໄຫນ້ຳ, ອ່າງເກັບນ້ຳ ກໍຄວນມີຝາປົກປິດເພື່ອປ້ອງກັນຍຸງໄປວາງໄຂ່.
  • ເຮົາບໍ່ສາມາດຮູ້ໄດ້ວ່າຍຸງທີ່ມາກັດເຮົາ ໂຕໃດທີ່ມີເຊື້ອໄວຣັສ. ສະນັ້ນ, ຈຶ່ງຄວນປ້ອງກັນແຕ່ທຳອິດ ດ້ວຍການນອນໃນມຸ້ງ ຫຼື ຫ້ອງນອນມີຕາໜ່າງກັນຍຸງ, ໝັ່ນທາຢາກັນຍຸງເມື່ອຕ້ອງໄປໃນສະຖານທີ່ ທີ່ມີຄວາມສ່ຽງຈະຖືກຍຸງກັດ.
  • ເມື່ອສົງໄສວ່າຕົນເອງ ຫຼື ຄົນໃກ້ຊິດ ມີຄວາມສ່ຽງຈະເປັນໄຂ້ຍຸງ ບໍ່ຄວນຊື້ຢາມາກິນເອງ ຫຼື ວາງຢາປິ່ນປົວດ້ວຍຕົນເອງ, ຄວນໄປກວດຫາເຊື້ອແຕ່ຫົວທີ ເພື່ອປ້ອງກັນບໍ່ໃຫ້ອາການກ້າວເຂົ້າສູ່ໄລຍະທີສອງ ເຊິ່ງອາດມີຄວາມສ່ຽງແກ່ການເສຍຊີວິດໄດ້.

ນອກຈາກທີ່ກ່າວມາຂ້າງເທິງແລ້ວ, ປັດຈຸບັນ ຢູ່ ສປປ ລາວ ເຮົາ ກໍໄດ້ມີໂຄງການຄວບຄຸມໄຂ້ຍຸງລາຍ ຈາກການປ່ອຍຍຸງທີ່ມີເຊື້ອໂວບັກເຄຍ (Wolbachia) ເຊີ່ງເປັນເຊື້ອຈຸລິນຊີທໍາມະຊາດ ປອດໄພ ແລະ ຍືນຍົງ ສູ່ຊຸມຊົນ ຍຸງລາຍທີ່ມີເຊື້ອຊະນິດນີ້ແມ່ນເປັນຍຸງລາຍທີ່ສາມາດສະກັດກັ້ນການຈະເລີນເຕີບໂຕຂອງໄວຣັສທີ່ຢູ່ໃນຍຸງ ແລະ ການສົ່ງຕໍ່ຂອງເຊື້ອໄຂ້ຍຸງລາຍໄດ້, ເຮັດໃຫ້ການແຜ່ລະບາດຂອງໄຂ້ຍຸງລາຍໃນຊຸມຊົນຄ່ອຍໆລົດລົງ. ທັງນີ້, ທ່ານຍັງສາມາດຕິດຕາມຂໍ້ມູນລາຍລະອຽດຂອງໂຄງການໄດ້ທີ່ Facebook page: World Mosquito Program Laos ຫຼືໄປທີ່ລິ້ງ http://cuts2.com/fWSTZ

ແຫຼ່ງຂໍ້ມູນອ້າງອີງ:

http://cuts2.com/CwVle

http://cuts2.com/gCkHH

http://cuts2.com/fWSTZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/