ຈີນແນໃສ່ຈຳກັດການໃຊ້ AirDrop ແລະ Bluetooth ຫວັງຈຳກັດການເຜີຍແຜ່ຂໍ້ມູນທີ່ຜິດກົດໝາຍ ເພື່ອຄວາມໝັ້ນຄົງ


ສຳນັກງານບໍລິຫານໄຊເບີຂອງຈີນ (Cyberspace Administration of China) ເຊິ່ງເປັນໜ່ວຍງານກຳກັບດູແລວຽກງານອິນເຕີເນັດແຫ່ງຊາດ ເຜີຍແຜ່ລາຍງານລະບຸຂໍ້ບັງຄັບທີ່ຕ້ອງການຈຳກັດການໃຊ້ງານລະບົບສົ່ງຂໍ້ມູນແບບໄຮ້ສາຍຜ່ານໂທລະສັບມືຖື ຫຼື ອຸປະກອນພົກພາຕ່າງໆ ເຊັ່ນ: AirDrop ແລະ Bluetooth ເພື່ອຂະຫຍາຍການເຊັນເຊີຂໍ້ມູນທີ່ຜິດກົດໝາຍຂອງທາງການຈີນ.

ໂດຍລະບົບ AirDrop ແລະ Bluetooth ແລະ ລະບົບສົ່ງຂໍ້ມູນໄຮ້ສາຍຕ່າງໆ ໄດ້ຮັບຄວາມນິຍົມຈາກຊາວຈີນຈຳນວນຫຼາຍ ຂະນະທີ່ໄລຍະຫຼາຍປີທີ່ຜ່ານມາ ກຸ່ມຜູ້ປະທ້ວງຕໍ່ຕ້ານລັດຖະບານມັກຈະໃຊ້ AirDrop ໃນການຈັດການ ແລະ ສົ່ງຕໍ່ຂໍ້ຮຽກຮ້ອງທາງການເມືອງ.

ສາເຫດທີ່ AirDrop ແລະ Bluetooth ກາຍເປັນທີ່ນິຍົມໃຊ້ຢ່າງແຜ່ຫຼາຍໃນກຸ່ມຜູ້ປະທ້ວງໃນຈີນ ກໍຍ້ອນວ່າທັງ AirDrop ແລະ Bluetooth ສາມາດໃຊ້ສົ່ງຕໍ່ຂໍ້ມູນໃຫ້ອີກຄົນໜຶ່ງໄດ້ໃນໄລຍະໃກ້ ເຮັດໃຫ້ແບ່ງປັນຂໍ້ມູນກັບຄົນແປກໜ້າໄດ້ໂດຍບໍ່ຕ້ອງເປີດເຜີຍຂໍ້ມູນສ່ວນບຸກຄົນ ແລະ ບໍ່ຕ້ອງຜ່ານເຄືອຂ່າຍສ່ວນກາງທີ່ທາງການຈີນສາມາດກວດສອບໄດ້.

ໂດຍຂໍ້ສະເໜີທີ່ເຜີຍແຜ່ອອກມາ ຕ້ອງການໃຫ້ຜູ້ໃຊ້ງານປ້ອງກັນ ແລະ ຕໍ່ຕ້ານການຜະລິດ ຄັດລອກ ແລະ ແຈກຈ່າຍຂໍ້ມູນທີ່ບໍ່ຖືກຕ້ອງ ໂດຍທີ່ຜູ້ບໍ່ຍອມປະຕິບັດຕາມ ຈະຕ້ອງມາລາຍງານຕົວກັບທາງການ.

ໃນໄລຍະທີ່ຜ່ານມາ ຈາກທີ່ ປະທານປະເທດ ສີຈິ້ນຜິງ ເຂົ້າມາຮັບຕຳແໜ່ງເປັນສະໄໝທີ 3 Apple ເປີດຕົວ AirDrop ເວີຊັນໃໝ່ສຳລັບປະເທດຈີນ ທີ່ມີການຈຳກັດຂອບເຂດ ແລະ ໄລຍະເວລາໃນການໃຊ້ງານ ສົ່ງຜົນໃຫ້ຕອນນີ້ຜູ້ໃຊ້ iPhone ແລະ ອຸປະກອນພົກພາອື່ນໆ ຂອງ Apple ຖືກຈຳກັດເວລາໃຊ້ງານ AirDrop ໄວ້ທີ່ 10 ນາທີ ເມື່ອຮັບຂໍ້ມູນຈາກບຸກຄົນທີ່ບໍ່ໄດ້ຢູ່ໃນລາຍຊື່ຜູ້ຕິດຕໍ່ ແລະ ຫຼັງຈາກ 10 ນາທີ ຜູ້ໃຊ້ສາມາດຮັບຂໍ້ມູນຈາກຜູ້ທີ່ຢູ່ໃນລາຍຊື່ຜູ້ຕິດຕໍ່ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/