ສານຍີ່ປຸ່ນ ຕັດສິນໃຫ້ການຂັດຂວາງການສົມຣົດເພດດຽວກັນ ເປັນການຂັດຕໍ່ລັດຖະທຳມະນູນ


ເມື່ອວັນທີ 31 ພຶດສະພາ 2023 ທີ່ຜ່ານມາ ສານແຂວງນາໂກຍາ ມີຄຳຕັດສິນວ່າ ການຫ້າມການສົມຣົດເພດດຽວກັນຖືເປັນການຂັດຕໍ່ລັດຖະທຳມະນູນຂອງຍີ່ປຸ່ນ ໂດຍຄຳຕັດສິນດັ່ງກ່າວເກີດຂຶ້ນຫຼັງໜ່ວຍງານລັດຂອງຍີ່ປຸ່ນປະຕິເສດການຈົດທະບຽນສົມຣົດຄູ່ຮັກຊາຍໃນ ແຂວງ ໄອຈິ ໂດຍທັງສອງຍື່ນຟ້ອງເມື່ອປີ 2019.

ວັນທີ 8 ມິຖຸນາ 2023 ສານແຂວງ ຟຸກຸໂອກະ ມີຄຳຕັດສິນວ່າ ການບໍ່ອະນຸຍາດໃຫ້ເພດດຽວກັນແຕ່ງງານກັນນັ້ນ ຖືເປັນ ສະຖານະທີ່ຂັດຕໍ່ລັດຖະທຳມະນູນ ຄຳຕັດສິນມີຂຶ້ນຫຼັງການຍື່ນຟ້ອງຕໍ່ສານໃນປີ 2019. ຢ່າງໃດກໍຕາມ ສານປະຕິເສດຂໍ້ຮຽກຮ້ອງຂອງໂຈດ ໃນການຮຽກຮ້ອງຄ່າຊົດເຊີຍຈາກລັດຖະບານ.

ປະເທດຍີ່ປຸ່ນ ເປັນໜຶ່ງໃນກຸ່ມປະເທດອຸດສາຫະກຳຊັ້ນນຳຂອງໂລກ ຫຼືຮູ້ຈັກໃນນາມ G7 ເຊິ່ງປະກອບໄປດ້ວຍ 7 ປະເທດຄື ສະຫະລັດອາເມຣິກາ, ສະຫາຣາຊະອານາຈັກ, ແຄນາດາ, ເຢຍລະມັນ, ອິຕາລີ ແລະ ຍີ່ປຸ່ນ ແຕ່ປະເທດ ຍີ່ປຸ່ນກັບເປັນປະເທດດຽວໃນກຸ່ມ G7 ທີ່ຍັງບໍ່ມີການຜ່ານກົດໝາຍສົມຣົດເທົ່າທຽມຄືກັບຊາຍຍິງ.

ປັດຈຸບັນ ສານໃນຍີ່ປຸ່ນ ມີການພິຈາລະນາກົດໝາຍສົມຣົດເທົ່າທຽມທັງໝົດ 5 ເທື່ອໃນໄລຍະ 2 ປີທີ່ຜ່ານມາ ໂດຍຄຳຕັດສິນ 2 ຄັ້ງລະບຸວ່າ ການຂັດຂວາງກົດໝາຍສົມຣົດເທົ່າທຽມເປັນການຂັດຕໍ່ລັດຖະທຳມະນູນ ແຕ່ອີກຄຳຕັດສິນອີກ 1 ຄັ້ງ ບອກວ່າບໍ່ເປັນແບບນັ້ນ ແລະ ອີກ 2 ຄັ້ງທີ່ເຫຼືອໄດ້ລະບຸວ່າຂັດຕໍ່ລັດຖະທຳມະນູນ. ແຕ່ກໍຍັງມີຄວາມກັງວົນວ່າການຜ່ານກົດໝາຍດັ່ງກ່າວອາດຈະກະທົບຕໍ່ສິດທິດ້ານອື່ນໆ.

ທັງນີ້ ຜົນການສຳຫຼວດຄວາມຄິດເຫັນຈາກປະຊາຊົນສະແດງໃຫ້ເຫັນວ່າປະຊາກອນປະມານ 70% ສະໜັບສະໜູນການແຕ່ງງານຂອງຄົນເພດດຽວກັນ ແຕ່ພັກ Liberal Democratic Party ຂອງນາຍົກ Fumio Kishida ມີທ່າທີຄັດຄ້ານຕໍ່ກົດໝາຍນີ້ ເຖິງແມ່ນວ່າຈະຖືກກົດດັນຈາກກຸ່ມ G7 ໂດຍສະເພາະ ສະຫະລັດອາເມຣິກາ ກໍຕາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/