ເປີດໃຫ້ສະໝັກແລ້ວ! ທຶນເຕັມຮ້ອຍ ໄປຮຽນຕໍ່ ປະລິນຍາໂທ ແລະ ປະລິນຍາເອກ ທີ່ປະເທດເຢຍລະມັນ ພ້ອມເບ້ຍລ້ຽງ 934 – 1.200 ຢູໂຣ ຕໍ່ເດືອນ


ເປັນຂ່າວດີ ທີ່ກັບມາອີກຄັ້ງໜຶ່ງ ສຳລັບໝູ່ໆທີ່ມີຄວາມຝັນຢາກໄປສຶກສາຮຽນຕໍ່ທີ່ປະເທດເຢຍລະມັນ ເພາະທາງລັດຖະບານເຢຍລະມັນໄດ້ເປີດໃຫ້ສະໝັກອີກຄັ້ງກັບທຶນ DAAD Scholarship ສໍາລັບນັກສຶກສາປະລິນຍາໂທ ແລະ ນັກສຶກສາປະລິນຍາເອກ ແບບເຕັມຈຳນວນ.

ທຶນ DAAD Scholarship ເປັນທຶນເຕັມຮ້ອຍຈາກລັດຖະບານເຢຍລະມັນ ທີ່ຟຣີທັງຄ່າຮຽນ, ຄ່າເດີນທາງ, ມີເບ້ຍລ້ຽງໃຫ້ ແລະ ສະຫວັດດີການຫຼາຍຢ່າງ ເຊິ່ງຈະເປີດໂອກາດໃຫ້ນັກສຶກສາຈາກຫຼາຍຮ້ອຍປະເທດທົ່ວໂລກ (ລວມປະເທດລາວ) ເຂົ້າມາສຶກສາຮໍ່າຮຽນ ແລະ ທີ່ສຳຄັນທຶນນີ້ແມ່ນມີຫຼາກຫຼາຍສາຂາວິຊາຮຽນໃຫ້ເລືອກອີກດ້ວຍ.

ເງື່ອນໄຂໃນການສະໝັກທຶນມີດັ່ງນີ້:

– ແບບຟອມສະໝັກຂອງ DAAD

– ຕ້ອງຈົບການສຶກສາລະດັບປະລິນຍາຕີ (ແບບປົກກະຕິ 4 ປີ)

– ຕ້ອງເປັນຄົນໃນຊາດທີ່ກໍານົດ

– CV ຫຼື Resume

– Motivation Letter

– ໃບຄະແນນ

– ຕ້ອງມີປະສົບການເຮັດວຽກກວ່າ 2 ປີ ຂຶ້ນໄປ

– ໃບຢັ້ງຢືນພາສາອັງກິດ IELTS 6.0 ຫຼື TOEFL 550

– ໃບຢັ້ງຢືນຈາກບໍລິສັດ ຫຼື ມະຫາວິທະຍາໄລ

ສິ່ງທີ່ຈະໄດ້ຮັບຈາກທຶນປະກອບມີ:

  • ຄ່າຮຽນຟຣີ
  • ມີສິດເຂົ້າຮ່ວມງານຂອງສະຖາບັນ ແລະ ງານຕ່າງໆ
  • ໄດ້ເບ້ຍລ້ຽງ 934 ຢູໂຣຕໍ່ເດືອນ ສຳລັບປະລິນຍາໂທ ແລະ 1.200 ຢູໂຣ ຕໍ່ເດືອນ ສຳລັບປະລິນຍາເອກ
  • ປະກັນໄພສຸຂະພາບ
  • ເງິນອຸດໜູນການເດີນທາງ

ສາຂາວິຊາຮຽນທີ່ເປີດຮັບສະໝັກໃນປີນີ້ປະກອບມີ:

– Economic Sciences/Business Administration/Political Economics

– Development Cooperation

– Engineering and Related Sciences

– Regional and Urban Planning

– Agricultural and Forest Sciences

– Natural and Environmental Sciences

– Medicine/Public Health

– Social Sciences, Education and Law

– Media Studies

ສຳລັບກຳນົດການສົ່ງຟອມສະໝັກ ແມ່ນຂຶ້ນຢູ່ກັບແຕ່ລະສາຂາວິຊາຮຽນ

ສຳລັບຂໍ້ມູນ ແລະ ລາຍລະອຽດເພີ່ມຕື່ມ: https://shorturl.at/bnX38

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/