ອາເມຣິກາ ໄຟຂຽວອະນຸຍາດໃຫ້ Neuralink ຂອງ Elon Musk ຝັງຊິບໃນສະໝອງມະນຸດເປັນຄັ້ງທຳອິດ


ບໍລິສັດ Neuralink ເຊິ່ງເປັນບໍລິສັດດ້ານເທັກໂນໂລຢີປະສາດ ຂອງ Elon Musk ໄດ້ບັນລຸອີກໜຶ່ງບາດກ້າວສຳຄັນ ພາຍຫຼັງສຳນັກງານຄະນະກຳມະການ ອາຫານ ແລະ ຢາຂອງ ສະຫະລັດ ອາເມຣິກາ ຫຼື (FDA) ອະນຸມັດໃຫ້ບໍລິສັດ ສາມາດດໍາເນີນການທົດລອງຝັງຊິບໃນສະໝອງມະນຸດເປັນຄັ້ງທຳອິດ.

ພາລະກິດຂອງ Neuralink ແມ່ນການຊ່ວຍຟື້ນຟູການເບິ່ງເຫັນ ການເຄື່ອນໄຫວ ການຕອບສະໜອງ ໂດຍການສ້າງການໂຕ້ຕອບໂດຍກົງລະຫວ່າງສະໝອງຂອງມະນຸດ ແລະ ເທັກໂນໂລຢີດິຈິຕອລ. ໃນການປະຕິບັດນີ້ໝາຍຄວາມວ່າອຸປະກອນການອອກແບບທີ່ສາມາດ “ອ່ານ” ແລະ “ຕີຄວາມໝາຍ” ສັນຍານທີ່ສ້າງຂຶ້ນໂດຍສະໝອງຂອງບຸກຄົນ ຫຼັງຈາກນັ້ນກໍແປສັນຍານທີ່ເຂົ້າໄປໃນຄໍາສັ່ງທີ່ເທັກໂນໂລຢີດິຈິຕອລສາມາດເຂົ້າໃຈໄດ້.

ໂດຍການຝັງຊິບດັ່ງກ່າວເອີ້ນວ່າ ‘The Link’ ມີຈຸດປະສົງແມ່ນເພື່ອຟື້ນຟູຄວາມສາມາດໃນການຕິດຕໍ່ສື່ສານ ແລະ ຊ່ວຍໃນການເຂົ້າເຖິງເທັກໂນໂລຢີ ຂອງຜູ້ທີ່ອໍາມະພາດຢ່າງຮຸນແຮງ,ໂດຍສະເພາະແມ່ນຜູ້ທີ່ທຸກທໍລະມານຈາກພະຍາດຄວາມເສື່ອມໂຊມທາງກາຍະພາບ ເຊັ່ນ: ພະຍາດກ້າມຊີ້ນອ່ອນແຮງ (Amyotrophic Lateral Sclerosis: ALS)

ໂດຍ The Link ເຮັດວຽກໂດຍການແປສັນຍານປະສາດ ເຊິ່ງເປັນແຮງກະຕຸ້ນໄຟຟ້າຢູ່ສະໝອງຂອງເຮົາໃຊ້ໃນການສົ່ງຂໍ້ມູນ ໄປສູ່ອຸປະກອນພາຍນອກ ເຊິ່ງຈະຊ່ວຍໃຫ້ຄົນເຈັບສາມາດເລື່ອນເມົ້າ ເທິງໜ້າຈໍ ພິມຄຳສັ່ງໃນຄີບອດໄດ້ ໂດຍບໍ່ຕ້ອງໃຊ້ຮ່າງກາຍ ແຕ່ໃຊ້ພຽງຄວາມຄິດ.

ແນ່ນອນວ່າ ການອະນຸມັດ FDA ສໍາລັບການທົດລອງທາງເຕັກນິກນີ້ ແມ່ນບາດກ້າວສຳຄັນ ແຕ່ວ່າມັນບໍ່ໄດ້ໝາຍຄວາມວ່າ Neuralink ຈະຝັງອຸປະກອນເຂົ້າໄປໃນມະນຸດໄດ້ທັນທີ. ເນື່ອງຈາກໃນຂະນະນີ້ຍັງບໍ່ມີລາຍລະອຽດ ແລະ ຂອບເຂດຂອງການທົດລອງ ຂອງການອະນຸມັດເຫຼົ່ານີ້ ແລະ ບໍລິສັດໄດ້ປະກາດແລ້ວວ່າ ຍັງບໍ່ທັນໄດ້ເລີ່ມຕົ້ນຂະບວນການຂອງການເລືອກຄົນເຈັບສໍາລັບການທົດລອງທາງເຫຼົ່ານີ້.

Neuralink ລະບຸຜ່ານບັນຊີ Twitter ວ່າ: ຂັ້ນຕອນທຳອິດທີ່ສຳຄັນ ເຊິ່ງມື້ໜຶ່ງມັນຈະຊ່ວຍໃຫ້ເທັກໂນໂລຢີຂອງເຮົາສາມາດຊ່ວຍເຫຼືອຜູ້ຄົນຈຳນວນຫຼາຍໄດ້. ການອະນຸມັດດັ່ງກ່າວເປັນຜົນງານທີ່ດີຂອງ Neuralink ແລະ FDA.

ຢ່າງໃດກໍຕາມ ນີ້ເປັນພຽງຂັ້ນຕອນທຳອິດຂອງອີກຫຼາກຫຼາຍຄວາມຫຍຸ້ງຍາກ ເຊິ່ງຜູ້ຊ່ຽວຊານ ແລະ ຫຼາຍຝ່າຍກໍເບິ່ງວ່າ ການປູກຖ່າຍສະໝອງຂອງ Neuralink ຈະຕ້ອງມີການທົດສອບຢ່າງຄອບຄຸມ ແລະ ຊັດເຈນ ເພື່ອເອົາຊະນະຄວາມທ້າທາຍທາງດ້ານເຕັກນິກ ແລະ ຈະລິຍະທຳ ຖ້າຕ້ອງການໃຫ້ມີການນຳໄປໃຊ້ໃນວົງກວ້າງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/