ນ້ຳໃນແມ່ນ້ຳ Grand Canal ກາຍເປັນສີຂຽວ ຕຳຫຼວດເລັ່ງກວດສອບ


ຕຳຫຼວດໃນເມືອງເວນິສ ກຳລັງເລັ່ງກວດສອບແຫຼ່ງທີ່ມາຂອງ ກຸ່ມຂອງແຫຼວສີຂຽວເຮືອງແສງ ທີປາກົດໃນແມ່ນ້ຳແກຣນຄາແນວ (Grand Canal) ເຊິ່ງເປັນແມ່ນຳທີ່ສຳຄັນ ແລະ ໂດ່ງດັງໃຈກາງເມືອງ ກາຍເປັນສີຂຽວແບບບໍ່ຮູ້ສາເຫດ ໂດຍທີ່ສັນນິຖານວ່າອາດຈະມີກຸ່ມຄົນເອົາສານເຄມີມາເທໃສ່.

ເມື່ອວັນທີ 24 ພຶດສະພາ 2023 ສຳນັກຂ່າວ BBC ໄດ້ລາຍງານວ່າ ຕຳຫຼວດເມືອງເວນິສ ຂອງປະເທດ ອິຕາລີ ກຳລັງເລັ່ງກວດສອບຫາສາເຫດນ້ຳໃນແມ່ນ້ຳ ແກຣນຄາແນວ ເຊິ່ງເປັນແມ່ນ້ຳສາຍຫຼັກເສັ້ນທາງຄົມມະນາຄົມ ແລະ ທ່ອງທ່ຽວທີ່ສຳຄັນໃຈກາງເມືອງເວນິສ ທີ່ໄດ້ກາຍເປັນສີຂຽວສົດ ໂດຍບໍ່ຊາບສາເຫດ

ທ່ານ ລູກາ ຊາອີ ໄດ້ເປີດເຜີຍວ່າ ໄດ້ຮັບການຮ້ອງຮຽນຈາກປະຊາຊົນວ່າ ແມ່ນ້ຳໄດ້ປ່ຽນເປັນສີຂຽວ ໂດຍມີການແຜ່ຂະຫຍາຍໄປຈົນຮອດບໍລິເວນຂົວລີອັນໂຕ ທີ່ເປັນຈຸດນັກທ່ອງທ່ຽວນິຍົມມາຖ່າຍຮູບກັນ ໃນເວລາດຽວກັນທາງການຂອງເມືອງ ເວນິສ ໄດ້ແຈ້ງໃຫ້ຜູ້ຊ່ຽວຊານມາກວດສອບຫາສາເຫດເພື່ອຫາຜູ້ຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນ ເນື່ອງຈາກສົງໄສວ່າອາດຈະມີໃຜລັກເອົາສານເຄມີມາເທລົງນ້ຳນັ້ນເອງ.

ດ້ານສື່ທ້ອງຖິ່ນຂອງອິຕາລີ ລາຍງານວ່າ ຕຳຫຼວດຍັງໄດ້ເຂົ້າໄປກວດສອບພາບຈາກກ້ອງວົງຈອນປິດ ເພື່ອຫາຜູ້ກະທຳຜິດໃນການປ່ອຍສານເຄມີລົງແຫຼ່ງນ້ຳ ໂດຍເຫດການເກີດຂຶ້ນໃນໄລຍະໃກ້ຈະມີການແຂ່ງຂັນພາຍເຮືອ ໂວກາລອງກາ (Volgalonga).

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/