ອິນໂດເນເຊຍ ກຳລັງຈະຫຼຸດຈາກອັນດັບ 4 ປະຊາກອນຫຼາຍທີ່ສຸດໃນໂລກ ເນື່ອງຈາກອັດຕາການເກີດທີ່ລົດລົງ


ອິນໂດເນເຊຍກຳລັງຈະເສຍຕຳແໜ່ງປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກອັນດັບ​​​ 4 ພາຍໃນປີ 2045 ເນື່ອງຈາກອັດຕາການເກີດເລີ່ມລົດລົງ. ຜົນການສຳຫຼວດ ເມື່ອບໍ່ດົນມານີ້ ທີ່ໄດ້ມີການເຮັດວຽກຮ່ວມກັນລະຫວ່າງກະຊວງວາງແຜນພັດທະນາແຫ່ງຊາດ ແລະ ສຳນັກງານສະຖິຕິແແຫ່ງຊາດ ຂອງອິນໂດເນເຊຍລະບຸໄວ້ວ່າ ອັດຕາການຂະຫຍາຍຕົວຂອງປະຊາກອນອິນໂດເນເຊຍຈະລົດລົງຈາກ 1,17% ໃນປີ 2023 ເປັນ 0,4% ໃນປີ 2045 ໂດຍຄາດວ່າຈະມີຈຳນວນປະຊາກອນຢູ່ທີ່ 324 ລ້ານຄົນ.

ໃນປີ 2020 ອິນໂດເນເຊຍ ເຄີຍເປັນປະເທດທີ່ມີປະຊາກອນເປັນອັນດັບ 4 ຂອງໂລກ, ຢ່າງໃດກໍຕາມ ໃນປີ 2040 ຄາດວ່າອັນດັບຂອງປະເທດອິນໂດເນເຊຍ ຈະຕົກລົງມາຢູ່ອັນດັບ 6 ໃນຂະນະທີ່ອັນດັບທີ 4 ແລະ ອັນດັບທີ 5 ຈະເປັນຂອງໄນຈີເຣຍ ແລະ ປາກີສະຖານ.

   ລັດຖະມົນຕີວ່າການກະຊວງການວາງແຜນພັດທະນາແຫ່ງຊາດເປີດເຜີຍວ່າ ການຈະເລີນເຕີບໂຕສະເລ່ຍຕໍ່ປີຢູ່ທີ່ 0.67% ໃນຊ່ວງປີ 2020-2050 ເຊິ່ງສິ່ງນີ້ສະທ້ອນໃຫ້ເຫັນເຖິງການປ່ຽນແປງຂອງຈຳນວນປະຊາກອນຄັ້ງໃຫຍ່ທີ່ເກີດຂຶ້ນທົ່ວໂລກ ໂດຍສະເພາະຢ່າງຍິ່ງໃນປະເທດທີ່ມີລາຍໄດ້ປານກາງ ເຊິ່ງປະຊາກອນມີລາຍໄດ້ທີ່ປ່ຽນແປງໄປ ແລະ ມີອັດຕາການເກີດລົດລົງ.

ນອກຈາກນີ້ ອັດຕາສ່ວນຂອງປະຊາກອນອິນໂດເນເຊຍທີ່ມີອາຍຸຫຼາຍກວ່າ 65 ປີ ຄາດວ່າຈະເພີ່ມຂຶ້ນເປັນ 14,6% ໃນປີ 2040 ຈາກ 6,2% ໃນປີ 2020; ໃນຂະນະດຽວກັນ ອັດຕາສ່ວນຂອງປະຊາກອນໃນໄວເຮັດວຽກ (ອາຍຸຕັ້ງແຕ່ 15-64 ປີ) ຄາດວ່າຈະລົດລົງເຫຼືອ 65,8% ຈາກ 69,3% ໃນໄລຍະເວລາດຽວກັນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/