ເປີດຮັບສະໝັກແລ້ວ ທຶນໄປຮຽນຟຣີ ແບບເຕັມ 100% ທີ່ປະເທດເກົາຫຼີ ກັບທຶນ KOICA Scholarship 2023

ທຶນໄປຮຽນຟຣີ

ພາກັນໄປສະໝັກແລ້ວບໍ່? ທຶນໄປຮຽນຟຣີ ແບບເຕັມ 100% ທີ່ປະເທດເກົາຫຼີ ກັບທຶນ KOICA Scholarship 2023 ຫຼື Korea International Cooperation Agency ເຊິ່ງເປັນທຶນຈາກຕົວແທນລັດຖະບານ ເກົາຫຼີໃຕ້ ທີ່ມອບໃຫ້ກັບນັກສຶກສາຕ່າງປະເທດ ລະດັບ ປະລິນຍາໂທ ແລະ ປະລິນຍາເອກ ທີ່ມີຄວາມຮູ້ຄວາມສາມາດ ແຕ່ຍັງຂາດທຶນຮອນ ຈາກປະເທດກຳລັງພັດທະນາ ໃຫ້ໄປສຶກສາຮຽນຕໍ່ທີ່ ມະຫາວິທະຍາໄລແຫ່ງຊາດ ແລະ ຫຼາຍໆມະຫາວິທະຍາໄລຊັ້ນນຳ ຂອງປະເທດເກົາຫຼີ.

ໂດຍໃນປີ 2023 ນີ້ ສປປ ລາວ ເຮົາໄດ້ມີໂຄຕ້າສຳລັບທຶນນີ້ທັງໝົດ 26 ທຶນປະກອບມີ ທຶນປະລິນຍາໂທ ຈຳນວນ 24 ທຶນ ແລະ ທຶນປະລິນຍາເອກຈຳນວນ 2 ທຶນ. ໂດຍທຶນນີ້ເປັນທຶນຮຽນຟຣີແບບ 100% ທີ່ມີຫຼາກຫຼາຍສາຂາວິຊາຮຽນໃຫ້ເລືອກ ໂດຍເງື່ອນໄຂສໍາຄັນໃນການສະໝັກທຶນ ມີດັ່ງນີ້:

ທຶນໄປຮຽນຟຣີ

– ຕ້ອງເປັນພົນລະເມືອງຂອງປະເທດທີ່ຢູ່ໃນເປົ້າໝາຍຂອງໂຄງການ

-ມີໃບປະກາດລະດັບ ປະລິນຍາຕີ (ຫຼັກສູດທົ່ວໄປ 4-5ປີ)

– ສໍາລັບປະລິນຍາເອກ ຕ້ອງຈົບການສຶກສາປະລິນຍາໂທ ຈາກ KOICA ເທົ່ານັ້ນ.

– ຕ້ອງມີອາຍຸຕໍ່າກວ່າ 40 ປີ

– ຕ້ອງມີສຸຂະພາບແຂງແຮງ

– ສາມາດເວົ້າພາສາອັງກິດໄດ້ດີທັງການເວົ້າ ແລະ ການຂຽນ

ສິ່ງທີ່ຈະໄດ້ຮັບຈາກທຶນ

-ປີ້ຍົນໄປ-ກັບຟຣີ (1ຮອບ)

– ຟຣີຄ່າຮຽນ

-ມີເງິນເດືອນໃຫ້

-ຄ່າທີ່ພັກ ແລະ ອື່ນໆອີກຫຼາຍຢ່າງ

ທຶນໄປຮຽນຟຣີ

ສາມາດພົວພັນຕິດຕໍ່ລາຍລະອຽດການສະໝັກໄດ້ທີ່ KOICA LAO https://bit.ly/3Hu3G9b

ສະໝັກໄດ້ເເລ້ວມື້ນີ້ ຈົນເຖິງ 20 ມີນາ 2023

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/