Microsoft ກຽມປິດການຂາຍ ແລະ ດາວໂຫຼດ Windows 10 ພາຍໃນວັນທີ 31 ມັງກອນ 2023 ນີ້

Microsoft

ກ່ອນໜ້ານີ້ຖ້າໃຜໄດ້ຕິດຕາມຂ່າວສານຂອງວົງການໄອທີ ກໍໜ້າຈະຮູ້ວ່າທາງ Microsoft ໄດ້ອອກມາປະກາດຢຸດການສະໜັບສະໜູນລະບົບປະຕິບັດການ Windows 7 ແລະ 8.1 ຢ່າງເປັນທາງການແລ້ວໃນວັນທີ 10 ມັງກອນ ທີ່ຜ່ານມາ ແລະ ມາຮອດມື້ກໍຮອດທີຂອງ Windows 10 ເພາະ Microsoft ກຽມປິດການຂາຍ ແລະ ດາວໂຫຼດພາຍໃນວັນທີ 31 ມັງກອນ 2023 ນີ້.

Microsoft

ໂດຍຂໍ້ມູນນີ້ໄດ້ຮັບການເຜີຍແຜ່ໂດຍທາງເວັບໄຊຂອງ Microsoft ທີ່ໄດ້ຂຶ້ນຂໍ້ຄວາມໃນສ່ວນດາວໂຫຼດວ່າ ໃນວັນທີ 31 ມັງກອນ 2023 ຄືມື້ສຸດທ້າຍທີ່ Windows 10 ຈະສາມາດຊື້ໄດ້ໃນຮູບແບບດາວໂຫຼດຜ່ານເວັບໄຊ ແລະ Windows 10 ແມ່ນຍັງຄົງໄດ້ອັບເດດລະບົບຄວາມປອດໄພ (Security Update) ເພື່ອປ້ອງກັນໄວຣັສ ແລະ ມັລແວຣ໌ ຈົນຮອດວັນທີ 14 ຕຸລາ 2025.

Microsoft

ຢ່າງໃດກໍຕາມທາງ Microsoft ບໍ່ໄດ້ມີການອອກມາເປີດເຜີຍວ່າຮູບແບບແຜ່ນຈະຢຸດຈຳໜ່າຍນຳຫຼືບໍ່ ແລະສຳລັບໃຜຢາກໃຊ້ວຽກຕໍ່ ອາດຈະຕ້ອງອັບເດດເປັນ Windows 11 ເຊິ່ງກໍຍັງມີຂໍ້ຈຳກັດ ເພາະ Hardware ເກົ່າບາງຕົວກໍບໍ່ສາມາດໄປຕໍ່ໄດ້ ແລະ ອາດຈະໄດ້ປ່ຽນເຄື່ອງໃໝ່ນັ້ນເອງ.

ແຕ່ສຳລັບ Windows 10 ເປີດຕົວມາຕັ້ງແຕ່ປີ 2015 ເຊິ່ງຕອນນີ້ກໍມີອາຍຸເກືອບຈະ 8 ປີແລ້ວ ແລະ ເມື່ອຄົບ 10 ປີລະບົບປະຕິບັດການດັ່ງກ່າວກໍຈະຢຸດສະໜັບສະໜູນທັງໝົດຕາມ Windows 7 ແລະ 8.1 ທີ່ໄດ້ຢຸດໄປກ່ອນໜ້ານີ້ແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/