ກັບມາແລ້ວ! Donald Trump ຈະກັບມາຫຼິ້ນ Facebook ແລະ IG ອີກຄັ້ງ ຫຼັງຈາກຖືກແບນ 2 ປີ ຈາກການປຸກປັ່ນໃຫ້ເກີດເຫດຈະລາຈົນ

Donald Trump

Donald Trump

ເບິ່ງຄືວ່ານີ້ຈະເປັນຂ່າວດີຂອງອະດີດປະທານາທິບໍດີສະຫະລັດອາເມຣິກາຢ່າງ Donald Trump ທີ່ຫຼ້າສຸດນີ້ (26 ມັງກອນ) ທາງ Meta ຜູ້ເປັນເຈົ້າຂອງ Facebook ແລະ Instagram ໄດ້ອອກມາເປິດເຜີຍວ່າ Donald Trump ກຽມໄດ້ຮັບອະນຸຍາດໃຫ້ກັບມາໃຊ້ແພລັດຟອມໂຊຊຽວດັ່ງກ່າວໄດ້ອີກຄັ້ງໃນໄວໆ ນີ້ ຫຼັງຈາກຈາກທີ່ Trump ຖືກແບນການໃຊ້ງານເປັນເວລາດົນນານເຖິງ 2 ປີ.

Donald Trump

ໂດຍບັນຊີ Facebook ແລະ Instagram ຂອງ Donald Trump ຖືກລະງັບການໃຊ້ງານຕັ້ງແຕ່ຕົ້ນປີ 2021 ຫຼັງຈາກທີ່ທາງ Meta ພິຈາລະນາແລ້ວວ່າ Trump ໃຊ້ສື່ໂຊຊຽວທັງສອງປຸກລະດົມທາງການເມືອງ ຈົນນຳໄປສູ່ການກໍ່ເຫດຈະລາຈົນບຸກອາຄານລັດຖະສະພາເມື່ອວັນທີ 6 ມັງກອນ 2021 ເນື່ອງຈາກ Trump ແລະ ບັນດາຜູ້ສະໜັບສະໜູນຕ່າງບໍ່ຍອມຮັບໃນຜົນການເລືອກຕັ້ງຄັ້ງຫຼ້າສຸດ ຈົນເປັນເຫດເຮັດໃຫ້ມີຜູ້ເສຍຊີວິດໃນການກໍ່ເຫດຈະລາຈົນຄັ້ງນັ້ນຢ່າງໜ້ອຍ 5 ຄົນ.

Donald Trump

ທາງດ້ານປະທານດ້ານກິດຈະກຳລະຫວ່າງປະເທດຂອງ Meta ກໍໄດ້ລະບຸວ່າ ປະຊາຊົນຄວນທີ່ຈະໄດ້ຮັບຮູ້ວ່າ ນັກການເມືອງຂອງເຂົາກຳລັງເວົ້າເລື່ອງຫຍັງ, ສື່ສານເລື່ອງຫຍັງ ຫຼັງຈາກທີ່ກວດສອບບັນຊີຂອງ Trump ແລ້ວພົບວ່າບັນຊີດັ່ງກ່າວບໍ່ໄດ້ມີຄວາມສ່ຽງທີ່ຈະສ້າງຄວາມເສຍຫາຍ ຫຼື ເປັນອັນຕະລາຍຕໍ່ປະຊາຊົນອີກຕໍ່ໄປ. ແຕ່ທັງນີ້ ເນື່ອງຈາກການລະເມີດກົດຊຸມຊົນຂອງ Facebook ແລະ Instagram ໃນອະດີດ ສົ່ງຜົນໃຫ້ Trump ອາດຈະຕ້ອງປະເຊີນບົດລົງໂທດທີ່ຮຸນແຮງຂຶ້ນຫາກມີການລະເມີດກົດຊຸມຊົນເກີດຂຶ້ນຊໍ້າອີກໃນອະນາຄົດ.

ຈາກຂ່າວຍົກເລີກການແບນບັນຊີ Facebook ແລະ Instagram ຂອງ Trump ເຮັດໃຫ້ຜູ້ສະໜັບສະໜູນບາງສ່ວນເລີ່ມກັບມາສະແດງຄວາມຍິນດີທີ່ Trump ກັບມາ ແລະ ການກັບຄືນມາຂອງ Trump ຄັ້ງນີ້ອາດເຮັດໃຫ້ການເມືອງອາເມຣິກາໃນໄລຍະຫຼັງຈາກນີ້ມີຄວາມດຸເດືອດ ແລະ ມີສີສັນຫຼາຍຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/