ການແຂ່ງຂັນບານເຕະ ລາວ ພຣີເມຍລີກ ຫຼື ລາວລີກ 1 ກຳລັງຈະເປີດສາກຂຶ້ນໃນວັນທີ 18 ກຸມພາ ນີ້

ການແຂ່ງຂັນບານເຕະ ລາວ

ການແຂ່ງຂັນບານເຕະ ລາວ ພຣີເມຍລີກ ຫຼື ເປັບຊີ ລາວລີກ 1 ປະຈຳປີ 2023 ເຊິ່ງເປັນລີກສູງສຸດຂອງ ສປປ ລາວ ຈະເລີ່ມເປີດສາກແຂ່ງຂັນກັນໃນວັນ 18 ກຸມພາ ນີ້ໂດຍຈະມີທັງໝົດ 9 ສະໂມສອນ ເຂົ້າຮ່ວມການແຂ່ງຂັນ.

ລາວ ພຣີເມຍລີກ ຫຼື ເປັບຊີ ລາວລີກ 1 ປະຈຳປີ 2023 ຖືເປັນການແຂ່ງຂັນບານເຕະເຄິ່ງອາຊີບລະດັບສູງ ເຊິ່ງຈະເຮັດການແຂ່ງຂັນແບບພົບກັນ 2 ຮອບ (Double Round-Robin) ຄື: ຮອບຂາໄປ, ຮອບຂາກັບ ຫຼື ທີ່ເຮົາຄຸ້ນເຄີຍກັນວ່າ ເກມໃນບ້ານ ກັບ ເກມນອກບ້ານ ນັ້ນເອງ.

ການແຂ່ງຂັນບານເຕະ ລາວ

ໂດຍ 9 ສະໂມສອນ ທີ່ຈະເຂົ້າຮ່ວມການແຂ່ງຂັນລາວລີກ 1 ປະຈຳປີ 2023 ນີ້ ປະກອບມີ 1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ; 2. ສະໂມສອນ ກິລາບານເຕະ ກອງທັບ; 3. ສະໂມສອນ ກິລາບານເຕະ ວຽງຈັນ ; 4. ສະໂມສອນ ກິລາບານເຕະ ເອສະຣາ; 5. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ; 6. ສະໂມສອນ ກິລາບານເຕະ ຫຼວງພະບາງ; 7. ສະໂມສອນ ກິລາບານເຕະ ຈຳປາສັກ; 8. ສະໂມສອນ ກິລາບານເຕະ ຫຼວງນໍ້າທາ; 9. ສະໂມສອນ ກິລາບານເຕະ ບໍລິຄຳໄຊ.

ການແຂ່ງຂັນບານເຕະ ລາວ

ສໍາລັບ ບານເຕະ ເປັບຊີ ລາວລີກ 1 ປະຈຳປີ 2022 ຫຼື ໃນລະດູການທີ່ຜ່ານມານີ້ ແມ່ນມີທັງໝົດ 7 ສະໂມສອນ. ເຊິ່ງບົດສະຫຼຸບການແຂ່ງຂັນຂອງລະດູການທີ່ຜ່ານມານີ້ ປາກົດວ່າ: ແຊ້ມອັນອັນດັບ 1 ຂອງ ລາວລີກ 1​ ຕົກເປັນຂອງສະໂມສອນ ຊ້າງນ້ອຍ ໄດ້ຮັບເງິນຮາງວັນ 300.000.000 ກີບ, ອັນດັບ 2 ມາສເຕີ້ ເຊເວັ້ນ ໄດ້ຮັບເງິນຮາງວັນ 150.000.000 ກີບ; ອັນດັບ 3 ເອສະຣາ ໄດ້ຮັບເງິນຮາງວັນ  80.000.000 ກີບ; ອັນດັບ 4 ກອງທັບ ມີ Head To Head ດີກ່ອນຫຼວງພະບາງ ຊະນະທັງ 3 ນັດ ຈຶ່ງເຮັດໃຫ້ໄດ້ອັນດັບ 4 ໄດ້ຮັບເງິນຮາງວັນ 40.000.000 ກີບ; ອັນດັບ 5 ຫຼວງພະບາງ ໄດ້ຮັບເງິນຮາງວັນ 30.000.000 ກີບ; ອັນດັບ 6 ວຽງຈັນ ໄດ້ຮັບເງິນຮາງວັນ 20.000.000 ກີບ ແລະ ອັນດັບ 7 ຈຳປາສັກ ໄດ້ຮັບເງິນຮາງວັນ 10.000.000 ກີບ. ລວມເງິນຮາງວັນທັງຫມົດ 630.000.000 ກີບ.

ການແຂ່ງຂັນບານເຕະ ລາວ

ນອກຈາກນີ້ ການແຂ່ງຂັນກິລາບານເຕະ ໃນລາຍການອື່ນໆ ຂອງ ສປປ ລາວ ປະຈຳມີ 2023 ກໍຍັງປະກອບມີ: ການແຂ່ງຂັນ LFF CUP ແລະ ການແຂ່ງຂັນບານເຕະສະໝັກຫຼິ້ນ ປະກອບມີ: ການແຂ່ງຂັນ ລາວລີກ 2 (ການແຂ່ງຂັນປະຈໍາປີຂອງບັນດາແຂວງ/ນະຄອນຫຼວງ), ການແຂ່ງຂັນ ລະດັບມັດທະຍົມ ຕອນຕົ້ນ ແລະ ຕອນປາຍ ພາຍໃນແຂວງ (ຍິງ-ຊາຍ), ການແຂ່ງຂັນ U-15 & U-18 (ສະເພາະສະໂມສອນໃນລາວລີກ 1), ການແຂ່ງຂັນ ຟຸດຊໍ ລາວລີກ, ການແຂ່ງຂັນ ລາວລີກ ຍິງ ປະຈຳປີ 2023.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/