ເປັນເຈົ້າສາວພຽງໜຶ່ງຄືນ! ແມ່ຍິງຊາວອິນໂດເນເຊຍຕ້ອງຈໍາໃຈແຍກທາງກັບສາມີ ເມື່ອຮູ້ວ່າສາມີຕົນເອງເປັນເກ


ງານແຕ່ງງານສຳລັບຜູ້ຍິງຫຼາຍໆຄົນແລ້ວມັນເປັນເລື່ອງທີ່ສຳຄັນໃນຊີວິດ ເພາະເຂົາເຈົ້າໄດ້ເລືອກແລ້ວວ່າຄົນໆ ນີ້ຈະເຂົ້າມາເປັນຄູ່ຊີວິດ ແລະ ມອບຄວາມສຸກໃຫ້ກັນແລະກັນ ແຕ່ສຳລັບເຈົ້າສາວຊາວອິນໂດເນເຊຍຜູ້ນີ້ ງານແຕ່ງງານມັນບໍ່ເປັນດັ່ງທີ່ລາວຝັນໄວ້ ເພາະລາວຈັບໄດ້ວ່າເຈົ້າບ່າວຜູ້ທີ່ລາວຈະແຕ່ງງານເປັນເກ.

ເຫດການນີ້ເປັນຂອງຍິງສາວຄົນໜຶ່ງ ຈາກ ຈາກາຕ້າ ປະເທດອິນໂດເນເຊຍ ທີ່ໄດ້ໂພສເລື່ອງລາວຂອງຕົນເອງລົງໃນ TikTok ເຊິ່ງເປັນການເລົ່າຄວາມເຈັບປວດ ພ້ອມກັບບອກວ່າ “ຖືກຂໍແຕ່ງງານປານເຈົ້າຍິງ ແຕ່ຖືກບົດຈົນມຸ່ນປານຝຸ່ນຜົງ” ເຊິ່ງມັນໄດ້ຕອກຍ້ຳຄວາມເຈັບປວດ ທີ່ຢູ່ໃນສະຖານະພັນລະຍາພຽງມື້ດຽວ ແລະ ເປັນມື້ສຸດທ້າຍ ຫຼັງຈາກທີ່ຈັບໄດ້ວ່າສາມີຂອງຕົນເອງເປັນເກ.

ໂພສດັ່ງກ່າວເກີດຂຶ້ນຫຼັງຈາກໃນຄືນທຳອິດຂອງມື້ແຕ່ງງານ ໂດຍສາມີຂອງຍິງສາວຄົນນີ້ປະຕິເສດທີ່ນອນຮ່ວມຕຽງດຽວກັບລາວ ຈາກຈຸດນັ້ນເຮັດໃຫ້ລາວເກີດຂໍ້ສົງໄສແລະໄດ້ຖາມຫາສາເຫດຈາກຜູ້ເປັນສາມີ ຈົນໃນທີ່ສຸດສາມີກໍຍອມເລົ່າຄວາມເປັນຈິງກ່ຽວກັບຕົນເອງໃຫ້ກັບຜູ້ເປັນພັນລະຍາຟັງ.

ນອກຈາກນີ້ ໃນວິດີໂອດັ່ງກ່າວກໍເຜີຍໃຫ້ເຫັນແຊັດລະຫວ່າງສາມີກັບແຟນໜຸ່ມຂອງລາວ ສິ່ງນີ້ເຮັດໃຫ້ພັນລະຍາຮັບຮູ້ວ່າ ສາມີແຕ່ງງານກັບລາວກໍເພື່ອປົກປິດເລື່ອງຣົດສະນິຍົມທາງເພດ ເອີ້ນໄດ້ວ່າທັງເຈັບໃຈແລະເສຍໃຈໃນເວລາດຽວກັນ. ຕໍ່ມາລາວຈຶ່ງເລືອກທີ່ຈະຖອຍຫ່າງ ແລະ ແຍກທາງກັນ ພ້ອມຂໍ້ຄວາມປິດທ້າຍວ່າ “ມັນຈົບແລ້ວ ລາວບໍ່ໄດ້ຮັກຂ້ອຍ ລາວຮັກຜູ້ຊາຍຄົນນັ້ນ”.

ຫຼັງຈາກວິດີໂອຖືກເຜີຍແຜ່ອອກໄປ ຊາວເນັດກໍພາກັນອອກມາໃຫ້ກຳລັງໃຈຍິງສາວຄົນນີ້ຢ່າງຫຼວງຫຼາຍ ແລະ ຍິງສາວຜູ້ເປັນເຈົ້າຂອງເລື່ອງກໍໄດ້ອອກມາໂພສຂອບໃຈທຸກຄົນທີ່ໃຫ້ກຳລັງໃຈ ແລະ ລາວສັນຍາວ່າຈະເຂັ້ມແຂງຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/