ລາວ-ຍີ່ປຸ່ນ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃຫ້ແໜ້ນແຟ້ນຍິ່ງຂຶ້ນ


ໃນວັນທີ 01 ມີນາ 2022 ຜ່ານມາ, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ສົນທະນາທາງໂທລະສັບກັບ ພະນະທ່ານ ກິຊິດະ ຟຸມິໂອະ (H.E. Mr. KISHIDA Fumio), ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ, ຖານເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ທ່ານ ກິຊິດະ ຟຸມິໂອະ, ໃນໂອກາດທີ່ທ່ານໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ຍີ່ປຸ່ນ ຄົນໃໝ່ (ຄົນທີ 101) ໃນເດືອນພະຈິກ ປີ 2021 ຜ່ານມາ, ພ້ອມທັງ ສະແດງຄວາມຍິນດີທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ທີ່ມີມາແຕ່ດົນນານ, ກໍຄືການເປັນຄູ່ຮ່ວມຍຸດທະສາດ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ລວມທັງສືບຕໍ່ຜັນຂະຫຍາຍແຜນການຮ່ວມມື (Action Plan) ຂອງສອງປະເທດ ທີ່ໄດ້ຮັບຮອງໃນເດືອນເມສາ ປີ 2021 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນ ແລະ ການຮ່ວມມື ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ, ຢູ່ໃນຂອບສອງຝ່າຍ, ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ, ເຊິ່ງໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ມີຄວາມໃກ້ຊິດກັນຍິ່ງຂຶ້ນ, ເຖິງວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈະເປັນອຸປະສັກໃຫ້ແກ່ການເດີນທາງໄປມາຫາສູ່ກັນຂອງສອງປະເທດກໍຕາມ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບກັນສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ ລວມທັງ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ຍີ່ປຸ່ນ ໃຫ້ເປັນປົກກະຕິ ພາຍຫລັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ເປັນຕົ້ນ ໂຄງການປັບປຸງສະໜາມກິລາເຈົ້າອານຸວົງ, ປັບປຸງພື້ນຖານໂຄງລ່າງ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດຂອງ ສປປ ລາວ ກັບພາກພື້ນ ໃຫ້ມີບາດກ້າວໝັ້ນທ່ຽງ ແລະ ໂຄງການອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ເຫັນດີຮ່ວມກັນເຮັດວຽກ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກໍາສະເຫຼີມສະຫຼອງການພົວພັນ ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023 ແລະ ການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ, ລວມທັງການກະກຽມສະເຫຼີມສະຫຼອງ ຄົບຮອບ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ໃນປີ 2025.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຂອງລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ໃນໄລຍະຜ່ານມາ, ເຊິ່ງເປັນການຊ່ວຍເຫຼືອທີ່ມີປະສິດທິພາບ, ປະສິດທິຜົນ ແລະ ແທດເຫມາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ, ທັງເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ; ພ້ອມນີ້ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານອຸປະກອນການແພດ ແລະ ວັກຊີນ ໃຫ້ແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ຫວັງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ຕື່ມໃນອະນາຄົດ.

ການສົນທະນາຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດຂອງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂອບໃຈຂໍ້ມູນຈາກ: https://bit.ly/3II2Ow4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/