“ໝີນ້ຳ” ສັດທີ່ທົນທານທີ່ສຸດໃນໂລກ! ຕາຍ 100 ປີ ກໍສາມາດຟື້ນຄືນຊີບໄດ້


ເວົ້າເຖິງໝີ ຫຼາຍຄົນອາດຈະຄິດເຖິງໝີຂົນໜາໜ້າຮັກ ທີ່ເຄີຍເຫັນຢູ່ຕາມສວນສັດ ຫຼື ແມ່ນແຕ່ຕຸກກະຕາໝີທີ່ໜ້າຮັກ ແຕ່ກົງກັນຂ້າມກັບ “ໝີນ້ຳ” ສັດທີ່ໜ້າອັດສະຈັນ ເພາະມັນທັງອຶດທັງທົນ ເອີ້ນວ່າເປັນສິ່ງທີ່ມີຊີວິດທີ່ທົນທານທີ່ສຸດເລີຍກໍວ່າໄດ້.

ໝີນໍ້າ ຫຼື Tardigrade ເປັນສັດບໍ່ມີກະດູກສັນຫຼັງ ທີ່ມັນໄດ້ຊື່ວ່າໝີນ້ຳກໍຍ້ອນທ່າຍ່າງຂອງມັນນັ້ນເອງ, ມັນມີລັກສະນະໂຕເປັນປ້ອງ ແລະ ມີຂະໜາດນ້ອຍຈົນເບິ່ງດ້ວຍຕາເປົ່າບໍເຫັນ. ສັດດັ່ງກ່າວເປັນສັດທີ່ທົນທານທີ່ສຸດ ເຖິງວ່າຈະຢູ່ໃນສະພາວະທີ່ໂຫດຮ້າຍທີ່ສຸດ ເຊັ່ນ: ບໍ່ມີອາກາດ, ບໍ່ມີນ້ຳ, ອຸນຫະພູມສູງກວ່າ 100 ອົງສາ, ກຳມັນຕະພາບລັງສີເຂັ້ມຂຸ້ນ…

ສາມາດພົບໄດ້ທົ່ວໄປ ຕັ້ງແຕ່ຍອດພູຫິມະໄລ, ກົ້ນມະຫາສະໝຸດ, ຂົ້ວໂລກ ທີ່ສຳຄັນແມ່ນມັນສາມາດກັບມາມີຊີວິດຄືນໄດ້ ຖ້າຫາກຖືກປ່ອຍໃຫ້ແຫ້ງຕາຍມາເປັນ 100 ປີ ພຽງແຕ່ໄດ້ຮັບນ້ຳອີກຄັ້ງ.

ນັກວິທະຍາສາດຍີ່ປຸ່ນ ແລະ ມະຫາວິທະຍາໄລຂອງສະຫະຣາຊະອານາຈັກ ໄດ້ຄົ້ນພົບກົນໄກທາງກຳມະພັນຂອງໝີນ້ຳ ເຊິ່ງຊ່ວຍໃຫ້ມັນສາມາດຈຳສິນ ແລະ ຢູ່ລອດໄດ້ເຖິງວ່າຈະຢູ່ໃນສະພາບແວດລ້ອມທີ່ບໍ່ມີນ້ຳ ແລ້ວກັບມາມີຊີວິດໄດ້. ພວກເຂົາໄດ້ຖອດລະຫັດກຳມະພັນຂອງໝີນ້ຳ 2 ຊະນິດມາທຽບກັນ, ຜົນປາກົດວ່າ ສະພາບຄວາມແຫ້ງແລ້ງ ຈະບັງຄັບໃຫ້ຢີນຊະນິດໜຶ່ງຂອງໝີນ້ຳສ້າງໂປຣຕີນພິເສດຂຶ້ນມາທົດແທນນ້ຳໃນຮ່າງກາຍທີ່ຂາດຫາຍໄປ, ມັນຈະຊ່ວຍຮັກສາເຊວບໍ່ໃຫ້ເສຍຫາຍ ແລະ ເມື່ອເຖິງເວລາທີ່ໝີນ້ຳໄດ້ຮັບນ້ຳເຂົ້າຮ່າງກາຍອີກຄັ້ງ ນ້ຳກໍຈະໄປລະລາຍໂປຣຕີນ ເຮັດໃຫ້ຮ່າງກາຍຂອງໝີນ້ຳກັບມາມີຊີວິດອີກຄັ້ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/