ມາຮຽນຮູ້ເທັກນິກພິຊິດທຶນກັບ ອິນທະວັດ ດວງຕາ ຜູ້ຈົບການສຶກສາ ປ.ໂທ ຈາກທຶນນິວຊີແລນ


ໄລຍະນີ້ ບັນດາທຶນຮຽນຕ່າງໆແມ່ນກຳລັງໄຫຼເຂົ້າມາໃຫ້ກຸ່ມໄວໜຸ່ມບ້ານເຮົາ ແຕ່ການຈະໄດ້ຮັບທຶນນັັ້ນ ອາດບໍ່ແມ່ນທຸກຄົນຈະເຮັດໄດ້. ຫຼາຍຄົນອາດລັງເລວ່າຈະສະໝັກທຶນໃດດີ ຫຼື ຢາກສະໝັກທຶນນີ້ຈະຕ້ອງເຮັດແນວໃດ? ມື້ນີ້ ທາງ LaoX ໄດ້ມີໂອກາດສຳພາດປະສົບການ ແລະ ເທັກນິກການໄດ້ທຶນກັບ ອິນທະວັດ ດວງຕາ (ໜຶ່ງ ຫຼື ນິກ) ຜູ້ທີ່ໄດ້ຈົບການສຶກສາປະລິນຍາໂທ ຈາກທຶນນິວຊີແລນບໍ່ດົນມານີ້.

ອິນທະວັດ ດວງຕາ ປັດຈຸບັນ 27 ປີ ໄດ້ສຳເລັດການສຶກສາລະດັບປະລິນຍາໂທສາຂາທຸລະກິິດສາກົນ, ມະຫາວິທະຍາໄລ Auckland University of Technology ຈາກທຶນ New Zealand Scholarship ທີ່ປັດຈຸບັນແມ່ນໄດ້ປ່ຽນຊື່ເປັນ Manaaki New Zealand Scholarship. ນອກຈາກນີ້, ໜຶ່ງໄດ້ມີປະສົບການໄປທຶນອື່ນໆອີກບໍ່ວ່າຈະເປັນ JENESYS ປີ 2013, YSEALI 2017 ແລະ SYEAP 2018.

ທຶນ New Zealand ນີ້ແມ່ນໄດ້ຫຍັງແດ່?

ທຶນດັ່ງກ່າວແມ່ນຈະໄດ້ເງິນຄ່າໃຊ້ຈ່າຍທຸກໆ 2 ອາທິດ ໂດຍຜູ້ເປັນນັກຮຽນຈະຕ້ອງບໍລິຫານຈັດການເອງຕໍ່ຄ່າກິນຢູ່, ສ່ວນຄ່າຮຽນແມ່ນທາງທຶນໄດ້ຮັບຜິດຊອບໃຫ້ຮຽບຮ້ອຍ. ນອກຈາກນີ້ຍັງມີປະກັນໄພນັກຮຽນອີກ, ພາຍໃນຕົວໂຮງຮຽນຈະມີສູນສຸຂະພາບໃຫ້ນັກຮຽນໄດ້ເຂົ້າປິ່ນປົວໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ. ສຳລັບຜູ້ທີ່ຕ້ອງການເຮັດວຽກເສີມ ຕົວທຶນກໍໄດ້ອະນຸຍາດໃຫ້ເຮັດບໍ່ເກີນ 20 ຊົ່ວໂມງຕໍ່ອາທິດ ເຊິ່ງຈະອີງໃສ່ກົດລະບຽບຂອງວີຊ່ານັກຮຽນນານາຊາດ. ເຖິງຢ່າງໃດກໍຕາມ, ຈຸດປະສົງຂອງການໄປກໍຄືການຮຽນ, ຕົວມາດຕະຖານທຶນນັ້ນຈະມີເກນໃຫ້ວ່າຄະແນນສະເລ່ຍຂອງນັກຮຽນທຶນຈະບໍ່ສາມາດຕ່ຳກວ່າ B- ໄດ້ ແລະ ໂຮງຮຽນຈະໄດ້ມາຕິດຕາມເບິ່ງສະຖານະທຶນຂອງນັກຮຽນສະເໝີ, ຫາກທາງເຈົ້າໜ້າທີ່ພົບວ່າບໍ່ສາມາດຮຽນໄດ້ກໍຈະມີງົບໃຫ້ຮຽນເພີ່ມ.

ໄດ້ມີການກຽມຕົວແນວໃດແດ່?

ກ່ອນຈະສະໝັກທຶນໃດໜຶ່ງ ກໍຈະຕ້ອງສຶກສາປະເທດທີ່ໃຫ້ທຶນນັ້ນດີໆ. ນອກຈາກນີ້ກໍແມ່ນຕ້ອງເຂົ້າໄປສຶກສາເວັບໄຊຂອງທຶນ, ເວັບໄຊໂຮງຮຽນ ໃຫ້ລະອຽດຖີ່ຖ້ວນ ກໍເພື່ອຈະໄດ້ຮູ້ຈັກທຶນທີ່ຕົນເອງຈະສະໝັກ, ໄດ້ຮູ້ຈັກເບິ່ງໂປຣແກຣມຮຽນ ເຊັ່ນວ່າບາງທຶນຈະເນັ້ນກຸ່ມວິຊາຮຽນນັ້ນໆ ມີອັນທີ່ເຮົາສົນໃຈຫຼືບໍ່. ພ້ອມທັງການເຫັນວິໄສທັດຂອງຕົນເອງຢ່າງຊັດເຈນວ່າເມື່ອໄປທຶນນັ້ນແລ້ວ, ການຮຽນຈາກໂຄງການດັ່ງກ່າວນີ້ຈະຊ່ວຍໃຫ້ເຮົາໄດ້ພັດທະນາຫຍັງ ແລະ ທັກສະຂອງເຮົາລວມໄປເຖິງປະສົບການຂອງເຮົາຕອນນີ້ຫຼາກຫຼາຍກວ້າງຂວາງພຽງພໍຫຼືບໍ່? ເຊິ່ງມັນຈະໄດ້ໄປເຊື່ອມກັບເຫດຜົນໃນການສະໝັກທຶນຂອງເຮົາ ເພາະເຂົາບໍ່ໄດ້ກວດເບິ່ງວຸດທິການສຶກສາ ເນື່ອງຈາກມີການເສັງ IELTS ເປັນຕົວຊີ້ວັດແບບມາດຕະຖານຢູ່ແລ້ວ.

ການເລືອກໂປຣແກຣມຮຽນໄປຈົນຮອດໂຮງຮຽນຈຶ່ງເປັນສິ່ງທີ່ສຳຄັນຫຼາຍ ແລະ ໃນແງ່ຂອງການສະໜັບສະໜູນນັກຮຽນເຊັ່ນກັນ ບາງໂຮງຮຽນຈະສະເໜີການພັດທະນາທັກສະ, ການຮຽນເພີ່ມ, ການມີກິດຈະກຳ ໄປຈົນຮອດວັດທະນະທຳຕ່າງໆ ເພື່ອວ່າເວລາເຮົາພົບບັນຫາກໍຈະໄດ້ມີບ່ອນຂໍຄວາມຊ່ວຍເຫຼືອໄດ້. ສະນັ້ນແລ້ວຄວນກະກຽມຕົນເອງໃຫ້ລະອຽດເປັນເວລາຢ່າງຕ່ຳ 1 ປີ.

ຂັ້ນຕອນສະໝັກແມ່ນມີຫຍັງແນ່ ແລະ ກຽມຕົວແນວໃດ?

ສຳລັບຂັ້ນຕອນການສະໝັກບໍ່ແນ່ໃຈວ່າປ່ຽນບໍ່ ແຕ່ຕອນນັ້ນແມ່ນ ສົ່ງຟອມໄປກ່ອນ, ຈາກນັ້ນກໍໄດ້ເສັງ IELTS, ຜ່ານແລ້ວກໍໄດ້ສຳພາດ. ຕອນນີ້ບໍ່ຮູ້ວ່າຂັ້ນຕອນຈະປັບປ່ຽນໄປແລ້ວຫຼືບໍ່.

  • ສຳລັບວິທີຂຽນຟອມ ແມ່ນຈະຕ້ອງຂຽນເປັນພາສາອັງກິດເທົ່ານັ້ນ ເຊິ່ງຈະຕ້ອງກວດຫຼັກໄວຍາກອນໃຫ້ດີ. ການຂຽນ essay (ບົດຮຽງຄວາມ) ໃນຟອມນັ້້ນແມ່ນຢາກໃຫ້ເພິ່ງພາຕົນເອງ, ຫາທາງຮຽນຮູ້ ແລະ ສຶກສາດ້ວຍຕົນເອງ. ໄອເດຍ ແລະ ເຫດຜົນທີ່ຂຽນໄປໃນບົດຄວາມນັ້ນສົມເຫດສົມຜົນຫຼືບໍ່? ເປັນຫຍັງຈຶ່ງເລືອກທຶນນີ້? ເປັນຫຍັງຈຶ່ງເລືອກໂຮງຮຽນນີ້? ເປັນຫຍັງຈຶ່ງຮຽນສິ່ງນີ້ ແລະ ສິ່ງທີ່ຮຽນໄປນັ້ນເມື່ອກັບມາຈະສາມາດນຳໃຊ້ໃຫ້ເກີດປະໂຫຍດແນວໃດ. ເຮົາອາດຈະໃຫ້ໝູ່ເພື່ອນຊ່ວຍອ່ານຫຼາຍໆຄົນເພື່ອຈະໄດ້ເຫັນມຸມມອງໄອເດຍທີ່ແຕກຕ່າງກັນ ແລະ ໃຫ້ກວດແລ້ວກວດອີກ, ຂຽນແລ້ວຂຽນອີກ. ຜູ້ຊ່ວຍກໍເຮັດພຽງແນະນຳ ແຕ່ການເດີນທາງແມ່ນເຮົາຕ້ອງເປັນຄົນດຳເນີນ.
  • ສຳລັບການເສັງ IELTS ແມ່ນໄດ້ຝຶກຊ້ອມດ້ວຍຕົນເອງ ໂດຍຈະຝຶກທຸກມື້ຕອນເຊົ້າ ເນື່ອງຈາກວ່າເປັນຄົນສະໝອງໂລ່ງຕອນເຊົ້າ. ວິທີການແມ່ນຈະຊື້ປື້ມມາອ່ານ, ຝຶກວິທີເທັກນິກ ແລະ ຊອກເບິ່ງການຟັງ, ອ່ານ, ເວົ້າ ຕາມໃນ YouTube. ແຕ່ສຳລັບການຂຽນແມ່ນຂ້ອນຂ້າງຍາກ ເນື່ອງຈາກບໍ່ມີຄົນມາຝືກ ຫຼື ກວດໃຫ້ເຮົາໄດ້ ຈຶ່ງໄດ້ຝຶກມັນໜ້ອຍກວ່າໝູ່ເລີຍສົ່ງຜົນໃຫ້ຄະແນນໜ້ອຍລົງນຳ. ເຖິງຢ່າງໃດກໍຕາມ, ວິທີການຝຶກຂອງແຕ່ລະຄົນກໍຈະແຕກຕ່າງອອກໄປ ບາງຄົນອາດສາມາດເຂົ້າຄອສຮຽນກໍໄດ້ ມັນກໍເປັນອີກວິທີໜຶ່ງ.
  • ເມື່ອຜ່ານແລ້ວກໍຈະມາທີ່ການສຳພາດ, ບໍ່ຮູ້ວ່າແຕ່ລະປີຈະແຕກຕ່າງອອກໄປຫຼືບໍ່ ສຳລັບເຮົາແມ່ນທາງທຶນໄດ້ສົ່ງແນວທາງຄຳຖາມທີ່ຈະສຳພາດມາໃຫ້ກຽມພ້ອມກ່ອນວ່າຈະເປັນປະມານໃດ. ວິທີການຊ້ອມແມ່ນຈະພິມຄຳຖາມທີ່ຄິດວ່າຈະມີອອກມາໃຫ້ໝົດ ຈາກນັ້ນກໍພິມຄຳຕອບອອກມາໃຫ້ໝົດ ເພື່ອໃຫ້ໄດ້ເຂົ້າໃຈຕົນເອງ, ໄດ້ປະເມີນຕົນເອງ ຫຼາຍກວ່າຈະມາເລົ່າຄຳຕອບ. ເພາະເມື່ອສຳພາດ, ພວກເຂົາບໍ່ໄດ້ເບິ່ງເຮົາມາເລົ່າ ແຕ່ເບິ່ງວິທີການຕອບ, ໄຫວພິບ ແລະ ທັດສະນະຄະຕິຂອງເຮົາຫຼາຍກວ່າ.

ຢາກຝາກຫຍັງເຖິງຜູ້ທີ່ຈະເສັງທຶນແດ່?

ຝາກທຸກຄົນທີ່ຢາກຈະສະໝັກ ແມ່ນເວລາເຮົາຄິດໄອເດຍ ໃຫ້ມັນແທດເໝາະກັບຄວາມເປັນຈິງຫຼາຍສຸດ ແລະ ເຮົາຕ້ອງສະແດງຄວາມເປັນຕົນເອງໃຫ້ຫຼາຍທີ່ສຸດ ເພາະເຂົາຈະເບິ່ງເຮົາຈາກທັດສະນະຄະຕິ, ບໍ່ແມ່ນການເລົ່າ ແຕ່ເຮົາຕ້ອງສະແດງໃຫ້ຈິງຈັງມຸ່ງໝັ້ນ. ນອກຈາກນີ້, ເຮົາຕ້ອງຮູ້ຈັກເປັນຜູ້ນຳຕົນເອງ ແລະ ຮຽກຮ້ອງຄວາມຊ່ວຍເຫຼືອໃນຍາມທີ່ຈຳເປັນ.

ໃຫ້ສຳພາດໂດຍ ອິນທະວັດ ດວງທາ facebook: Inthavath Douangta

ສຳພາດໂດຍ ວາດສະໜາ ນົງວິໄລ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/