ເປັນຫຍັງວະລີ Feel Blue ຈຶ່ງໝາຍເຖິງຄວາມຮູ້ສຶກໂສກເສົ້າ?


ທຸກຄົນເຄີຍສົງໄສບໍ່ວ່າເປັນຫຍັງວະລີ Feel blue ຈຶ່ງໃຊ້ແທນຄວາມໝາຍໂສກເສົ້າໝົ່ນໝອງ? ແລ້ວເປັນຫຍັງເຮົາຈຶ່ງໃຊ້ສີຟ້າເພື່ອບົ່ງບອກຄວາມຮູ້ສຶກເສົ້າໂສກນີ້ກັນ?

ຫຼາຍຄັ້ງເວລາຟັງເພງເຮົາມັກໄດ້ຍິນວະລີທີ່ແທນອາລົມຄວາມຮູ້ສຶກໝົ່ນໝອງດ້ວຍການພາເຮົາດຳດິ່ງລົງໄປໃນສີຟ້າເຊັ່ນ: Feel blue ຫຼື We have the blues ເຊິ່ງເມື່ອຟັງແລ້ວຫຼາຍຄົນກໍພໍຈະຈິນຕະນາການຕາມເຖິງຄວາມຮູ້ສຶກໄດ້ຊັດເຈນຍິ່ງຂຶ້ນ.

ໃນຂະນະທີ່ບາງຄົນອ້າງວ່າຄຳອະທິບາຍດັ່ງກ່າວມາຈາກເທບນິຍາຍກຣີກ, ບາງແຫຼ່ງອ້າງອີງກໍບອກວ່າມີຕົ້ນກຳເນີດມາຈາກທະເລ, ບາງຄົນກໍບອກວ່າມັນມາຈາກບົດກະວີໃນທົດສະວັດທີ 14 ແລະ ບາງຄົນກໍໃຫ້ເຄຣດິດທີ່ມາຂອງມັນໃນປີ 2003. ສະນັ້ນ, ເຮົາລອງມາເບິ່ງຄວາມເປັນໄປໄດ້ແຕ່ລະອັນກັນ.

1. ໃນຕຳນານເທບນິຍາຍຂອງກຣີກສີຟ້າມີຄວາມກ່ຽວຂ້ອງກັບຝົນ

ນັ້ນຄືຕຳນານທີ່ກ່ຽວຂ້ອງກັບເທບຊຸສ (Zeus) ວ່າກັນວ່າເມື່ອໃດທີ່ລາວຢາກຮ້າຍລາວຈະສ້າງພາຍຸຂຶ້ນມາ ແຕ່ເມື່ອໃດທີ່ລາວໂສກເສົ້າ ຫຼື ຮ້ອງໄຫ້ລາວກໍຈະສ້າງໃຫ້ຝົນຕົກ. ດັ່ງນັ້ນ, ຈຶ່ງເປັນທີ່ມາຄວາມເຊື່ອມໂຍງລະຫວ່າງສີ ແລະ ຄວາມຮູ້ສຶກ.

2. ມາເບິ່ງທາງບົດກະວີໃນທົດສະວັດທີ 14 ກັນ

ໃນປີ 1385 ນັກກະວີທີ່ຊື່ Geoffrey Chaucer ໄດ້ໃຊ້ຄຳວ່າ ‘blewe’ ໃນບົດກະວີຂອງລາວ “The Complaint of Mars” ລາວຂຽນເອົາໄວ້ວ່າ:

“Wyth teres blewe and with a wounded herte.”

ເຊິ່ງໂດຍທົ່ວໄປແປວ່າ: “With tears blue and with a wounded heart”

ໂດຍສື່ຄວາມໝາຍວ່າສີຟ້າກ່ຽວຂ້ອງກັບນ້ຳຕາ ສະນັ້ນຈຶ່ງໝາຍເຖິງຄວາມໂສກເສົ້າເສຍໃຈ. ມາໃນປີ 1785 ຈາກປຶ້ມ A Classical Dictionary of the Vulgar Tongue ໂດຍ Francis Grose ໃຫ້ນິຍາມໄວ້ວ່າ to look blue ໝາຍເຖິງທ່າທາງສັບສົນ, ກະວົນກະວາຍ ຫຼື ຜິດຫວັງ.

ອີງຕາມວັດຈະນານຸກົມຂອງ Oxford ຄຳວ່າ blue ອາດມີຮາກສັບມາຈາກຄຳວ່າ ‘blow’ ການທຳຮ້າຍຮ່າງກາຍ (A blow to your body) ຈະເຮັດໃຫ້ຮ່າງກາຍເກີດເປັນຮອຍສີຟ້າ. ນອກນີ້ ເມື່ອອາກາດໜາວຫຼາຍ ຫຼື ຮ່າງກາຍຂາດອັອກຊີເຈນຈະເຮັດໃຫ້ຂຶ້ນສີຟ້າ ເຊິ່ງສະຖານະການດັ່ງກ່າວສື່ໄປໃນທາງລົບ ແລະ ບໍ່ໜ້າພໍໃຈ. ໃນຄວາມເປັນຈິງເຫດການທັງໝົດນັ້ນກໍລ້ວນມີຄວາມໝາຍແຝງທີ່ໜ້າໂສກເສົ້າ. ດັ່ງນັ້ນ, ຈຶ່ງເກີດຄວາມເຊື່ອມໂຍງລະຫວ່າງສີຟ້າກັບຄວາມໂສກເສົ້າຂຶ້ນອີກຄັ້ງ.

ຈາກທິດສະດີຄວາມເຊື່ອມໂຍງ ຫຼາຍຄົນແນມວ່າການທີ່ສີຟ້າຖືກນຳມາເປັນສັນຍະລັກຄວາມໂສກເສົ້າມາຈາກການທີ່ຄົນເຮົາເສຍຊີວິດຮີມສົບຈະປ່ຽນເປັນສີຟ້າແກ່ ໂດຍມັນສ້າງຄວາມໂສກເສົ້າເສຍໃຈໃຫ້ຄົນຮອບຕົວ. ອີກທິດສະດີໜຶ່ງກໍລະບຸວ່າການສູນເສຍກັບຕັນເຮືອໃຫ້ກັບທ້ອງທະເລໃນລະຫວ່າງການເດີນເຮືອນັ້ນ ເມື່ອເດີນທາງກັບຄືນທ່າເຮືອກໍຈະມີການທາສີເຮືອດ້ວຍສີຟ້າ ລວມເຖິງຊັກທຸງສີຟ້າຂຶ້ນເປັນສັນຍະລັກອີກດ້ວຍ.

ອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/