ເປັນຫຍັງຄົນເຮົາຈຶ່ງມັກອະທິບາຍຕົວຕົນລົງໂຊຊຽວມີເດຍ?


ເປັນຫຍັງຄົນເຮົາຈຶ່ງມັກທີ່ຈະລະບຸ ຫຼື ອະທິບາຍຕົນເອງລົງໂຊຊຽວມີເດຍ?

ສະຖາບັນວິທະຍາສາດແຫ່ງຊາດຂອງສະຫະລັດອາເມຣິກາເຜີຍວ່າ ຄຸນຄ່າ ແລະ ແຮງຈູງໃຈຂອງຜູ້ຄົນຈະເພີ່ມຂຶ້ນເມື່ອພວກເຂົາໄດ້ເວົ້າເຖິງຕົວເອງ ການເວົ້າເລື່ອງຕົວເອງຈະຊ່ວຍກະຕຸ້ນສະໝອງແບບດຽວກັບການໄດ້ກິນອາຫານດີໆ ຫຼື ການມີເພດສຳພັນ. ດັ່ງນັ້ນ ມັນຈຶ່ງບໍ່ແມ່ນເລື່ອງແປກທີ່ຜູ້ຄົນຈະມັກເຮັດ ພຽງແຕ່ວ່າໂຊຊຽວມີເດຍອາດຈະເປັັນພື້ນທີ່ທີ່ເຮັດໃຫ້ຄຳອະທິບາຍຕົວຕົນດັ່ງກ່າວຖືກຂະຫຍາຍຄວາມຫຼາຍຂຶ້ນກໍເທົ່ານັ້ນ.

ປົກກະຕິແລ້ວເຮົາຈະໃຊ້ເວລາໃນການເວົ້າເລື່ອງຕົນເອງປະມານ 30-40% ຂອງບົດສົນທະນາ ແຕ່ຖ້າຫາກຍ້າຍພື້ນທີ່ມາເປັນໂຊຊຽວມີເດຍ ຕົວເລກການເວົ້າເຖິງຕົວຕົນຂອງຕົນເອງໃຫ້ຄົນອື່ນຮັບຮູ້ຈະເພີ່ມຂຶ້ນເຖິງ 80% ເຊິ່ງອາດຈະເປັນເພາະການເວົ້າກັນແບບຕົວຕໍ່ຕົວນັ້ນເປັນໄປໄດ້ຍາກກວ່າ ເນື່ອງຈາກປັດໄຈໃນຊີວິດຈິງມີສິ່ງທີ່ຄວບຄຸມບໍ່ໄດ້ຢ່າງຫຼວງຫຼາຍທັງພາສາກາຍ, ຄວາມໄວໃນການຕອບສະໜອງ ຫຼື ການອ່ານສີໜ້າທ່າທາງຂອງຄູ່ສົນທະນາ ທີ່ເຮັດໃຫ້ມັນຫຍຸ້ງຍາກກວ່າການສື່ສານທາງໂຊຊຽວມີເດຍ.

ໃນຂະນະດຽວກັນເທິງໂລກອອນລາຍເຮົາສາມາດເລືອກວິທີນຳສະເໜີຕົນເອງໄດ້ງ່າຍ ແລະ ຫຼາກຫຼາຍ ເພາະຫາກເຮົາຢາກໃຫ້ຄົນອື່ນແນມວ່າເຮົາເປັນຄົນແນວໃດ ເຮົາກໍຈະມີເວລາໃນການປັບແຕ່ງມັນໂດຍບໍ່ມີແຮງກົດດັນຈາກປັດໄຈອື່ນໆເຊັ່ນ: ສາຍຕາຜູ້ຄົນເປັນຕົ້ນ.

ຫຼາຍຄົນຄົງຈະເຄີຍກັບມາເບິ່ງສະຕໍຣີໄອຈີຂອງຕົນເອງຊ້ຳໆ ຫຼື ເປີດເບິ່ງຮູບໂປຣຟາຍເຟສບຸກຕົນເອງຫາກວ່າພົບເຫັນສິ່ງທີ່ບໍ່ຖືກໃຈກໍເລືອກທີ່ຈະລຶບ ຫຼື ເຊື່ອງມັນເອົາໄວ້ກໍໄດ້. ສິ່ງນີ້ກໍເປັນວິທີໜຶ່ງທີ່ຜູ້ຄົນໃຊ້ໃນການບົ່ງບອກເຖິງຕົວຕົນຂອງຕົວເອງ ແລະ ຊ່ວຍເພີ່ມຄວາມພາກພູມໃຈໄດ້.
ການທີ່ທຸກຄົນຈະອອກມາໂພສເຖິງເລື່ອງລາວຂອງຕົນເອງ ຫຼື ເລື່ອງລາວທີ່ຕົວເອງສົນໃຈກໍຄົງຈະບໍ່ແມ່ນເລື່ອງແປກເພາະໂຊຊຽວມີເດຍເອງກໍເປັນພື້ນທີ່ທີ່ເອື້ອໃຫ້ເຮົາສາມາດສະແດງອອກໄດ້ງ່າຍຂຶ້ນຢູ່ແລ້ວ. ຜູ້ຄົນລ້ວນແຕ່ຕ້ອງການການຍອມຮັບຈາກຕົນເອງ ແລະ ສັງຄົມ ແລະ ເມື່ອມີຫົນທາງໃນການສະແດງມັນອອກມາ ເຮົາກໍພຽງແຕ່ສະແດງມັນອອກມາ ເຊິ່ງມັນເປັນເລື່ອງປົກກະຕິສຸດໆ ແລະ ທີ່ສຳຄັນຄືມັນບໍ່ໄດ້ທຳຮ້າຍໃຜ

ອ້າງອີງ: https://cutt.ly/P57HCd6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/