ຈະເຮັດແນວໃດເມື່ອໃຈຕ້ອງເລືອກ ລະຫວ່າງຄົນທີ່ເຮົາຮັກ ຫຼື ຄົນທີ່ຮັກເຮົາ?


ເມື່ອເວົ້າເຖິງເລື່ອງຄວາມຮັກຖ້າຫາກເຮົາສາມາດເລືອກໄດ້ ເຮົາຄົງຢາກໄດ້ຄົນທີ່ເຮົາຮັກ ແລະ ເຂົາກໍຮັກເຮົາຕອບເຊັ່ນກັນ, ແຕ່ໃນຊີວິດຈິງ ບໍ່ແມ່ນທຸກຄົນທີ່ຈະສົມຫວັງແບບນັ້ນສະເໝີໄປ. ໃນຂະນະທີ່ທ່ານມີຄວາມຮູ້ສຶກຮັກໃຫ້ກັບອີກຄົນໜຶ່ງໄປແລ້ວ ເຂົາອາດບໍ່ໄດ້ຮູ້ສຶກແບບດຽວກັນ, ແຕ່ກໍອາດມີໃຜຄົນໜຶ່ງທີ່ເຂົ້າມາຮັກທ່ານຈາກໃຈຈິງ ແຕ່ທ່ານບໍ່ໄດ້ຮູ້ສຶກຮັກຕອບ. ຖ້າເປັນແບບນີ້ ຈະຕ້ອງເລືອກໃຜ ລະຫວ່າງຄົນທີ່ເຮົາຮັກ ຫຼື ຄົນທີ່ຮັກເຮົາ?

Kelly Campbell ຜູ້ຊ່ຽວຊານທາງດ້ານຈິດຕະວິທະຍາໄດ້ອະທິບາຍໄວ້ວ່າ: One-Sided Relationship ແມ່ນຄວາມສຳພັນທີ່ຝ່າຍໃດໜຶ່ງເປັນຝ່າຍພະຍາຍາມແຕ່ພຽງຜູ້ດຽວ ເຊັ່ນ: ໃຫ້ເວລາ, ຄວາມຮູ້ສຶກ, ວັດຖຸສິ່ງຂອງໃຫ້ອີກຝ່າຍ ແຕ່ສິ່ງທີ່ໄດ້ຮັບກັບມາແມ່ນໜ້ອຍກວ່າ ຫຼື ອາດບໍ່ໄດ້ກັບຄືນມາເລີຍ. ທັງນີ້, ຄວາມສຳພັນແບບຝ່າຍດຽວ ຫຼື One-Sided Relationship ສາມາດເກີດຂຶ້ນໄດ້ທັງກັບຄູ່ຮັກ, ໝູ່ເພື່ອນ ລວມທັງຄອບຄົວ ໄດ້ເຊັ່ນກັນ.

ຈະຮູ້ໄດ້ແນວໃດວ່າຕອນນີ້ທ່ານກຳລັງມີຄວາມສຳພັນແບບ  One-Sided Relationship?

ຖ້າທ່ານເປັນຝ່າຍພະຍາຍາມເຂົ້າຫາອີກຝ່າຍຄົນດຽວ ໂດຍສິ່ງທີ່ທ່ານໄດ້ຮັບກັບມາມີພຽງໜ້ອຍດຽວ ຫຼື ອາດບໍ່ໄດ້ຮັບກັບຄືນມາເລີຍ, ສັນຍານນີ້ໝາຍເຖິງທ່ານກຳລັງມີຄວາມສຳພັນແບບ One-Sided Relationship ເຊັ່ນ:

  • Chat ຫຼື ບົດສົນທະນາໃນກິດຈະວັດປະຈຳວັນ ມີແຕ່ທ່ານທີ່ເປັນຝ່າຍຊວນລົມ, ສົ່ງຂໍ້ຄວາມໄປຫາເຂົາກ່ອນທຸກຄັ້ງ ແລະ ການຕອບກັບມາຂອງເຂົາ ມີພຽງຮູບສະຕິກເກີ ຫຼື ຄຳເວົ້າສັ້ນໆເພື່ອຕ້ອງການປິດບົດສົນທະນາ.
  • ພະຍາຍາມເຮັດທຸກສິ່ງຢ່າງເພື່ອຮັກສາຄວາມສຳພັນເອົາໄວ້ ຍອມຂໍໂທດກ່ອນໃນເລື່ອງທີ່ບໍ່ໄດ້ເປັນຝ່າຍເຮັດຜິດ ແລະ ອີກຝ່າຍບໍ່ເຄີຍພະຍາຍາມຮັກສາຄວາມສຳພັນເໝືອນດັ່ງທີ່ທ່ານກຳລັງພະຍາຍາມ.
  • ຮູ້ສຶກຄືຢູ່ຕົວຄົນດຽວ ຕ້ອງຕັດສິນໃຈເອງທຸກຢ່າງ ອີກຝ່າຍບໍ່ໄດ້ຊ່ວຍໃນການແກ້ໄຂບັນຫາ ຫຼື ຕັດສິນໃຈໃດໆເລີຍ.
  • ຮູ້ສຶກໄດ້ວ່າອີກຝ່າຍບໍ່ໄດ້ເອົາໃຈໃສ່, ແມ່ນແຕ່ເວລາທີ່ຕ້ອງການທີ່ເພິ່ງທີ່ສຸດ ເຂົາກໍບໍ່ໄດ້ໃສ່ໃຈ ເຊັ່ນ: ຍາມເຈັບປ່ວຍ, ຍາມຕົກຢູ່ໃນເຫດການອັນຕະລາຍ, ຍາມຕ້ອງການໂອ້ລົມປຶກສາບັນຫາໃນຊີວິດ.
  • ທ່ານເລີ່ມມີຄຳຖາມກັບຕົນເອງ, ເລີ່ມລັງເລໃນຄວາມສຳພັນ; ໃນຂະນະທີ່ອີກຝ່າຍເລີ່ມຄວບຄຸມທ່ານໃຫ້ເປັນໄປຕາມທີ່ເຂົາຕ້ອງການ ເພາະເຂົາມີອຳນາດທາງຄວາມຮູ້ສຶກທີ່ເໜືອກວ່າທ່ານ.
  • ທົບທວນເບິ່ງວ່າ ຕະຫຼອດເວລາທີ່ຄົບກັນ ເຂົາເຮັດໃຫ້ທ່ານມີຮອຍຍິ້ມ ຫຼື ມີນ້ຳຕາ ຫຼາຍກວ່າກັນ?

ຖ້າທ່ານມີຄວາມສຳພັນແບບນີ້ ສະແດງວ່າຄວາມຮັກຂອງທ່ານແມ່ນຢູ່ໃນຮູບແບບ One-Sided Relationship. ໃນໄລຍະທຳອິດທ່ານອາດຮູ້ສຶກເຕັມໃຈທີ່ຈະປະຕິບັດໃນແງ່ດີຕໍ່ເຂົາ, ຍອມປັບປຸງປ່ຽນແປງຕົນເອງເພື່ອໃຫ້ອີກຝ່າຍເພິ່ງພໍໃຈ, ຢາກເບິ່ງແຍງຢາກຊ່ວຍເຫຼືອເຂົາ; ແຕ່ເນື່ອງຈາກອີກຝ່າຍອາດບໍ່ໄດ້ຮູ້ສຶກແບບດຽວກັນ ສະນັ້ນ ພຶດຕິກຳການຕອບສະໜອງຂອງເຂົາຈຶ່ງມີແຕ່ຄວາມເສີຍຊາ ແລະ ມີແຕ່ທ່ານທີ່ຕ້ອງພະຍາຍາມພຽງຜູ້ດຽວ. ທ່ານຄິດວ່າຈະສາມາດປະຄອງຄວາມສຳພັນແບບນີ້ໄປໄດ້ດົນປານໃດ ແລະ ອີກຝ່າຍຈະອົດທົນຢູ່ກັບທ່ານໄດ້ດົນປານໃດ ເຊິ່ງເຂົາເອງກໍຄົງອຶດອັດໃຈບໍ່ໜ້ອຍ ກັບການຝືນຮັບຄວາມຮູ້ສຶກດີຈາກທ່ານເຊັ່ນກັນ.

ລອງຄິດໃນທາງກົງກັນຂ້າມ, ຖ້າມີໃຜຄົນໜຶ່ງທີ່ມາຮັກເຮົາດ້ວຍໃຈຈິງ ແລະ ປະຕິບັດແບບດຽວກັນກັບທີ່ເຮົາເຄີຍປະຕິບັດຕໍ່ອີກຄົນ ແຕ່ໜ້າເສຍດາຍທີ່ເຮົາບໍ່ໄດ້ຮູ້ສຶກຫຍັງຕໍ່ອີກຝ່າຍເລີຍ. ຮອດຕອນນີ້ ເຮົາກໍຈະເລີ່ມເຂົ້າໃຈແລ້ວວ່າ ຄວາມຮູ້ສຶກເມື່ອຕ້ອງຝືນໃຈຢູ່ກັບຄົນທີ່ເຮົາບໍ່ໄດ້ຮັກເປັນຄືແນວໃດ ແລະ ສຸດທ້າຍອາດກາຍເປັນເຮົາເອງທີ່ເປັນຝ່າຍປະຕິບັດຕົວບໍ່ດີຕໍ່ຄົນທີ່ເຂົ້າມາຮັກເຮົາໂດຍທີ່ເຮົາກໍອາດບໍ່ໄດ້ຕັ້ງໃຈ.

ແລ້ວຄວນເລືອກໃຜ ລະຫວ່າງຄົນທີ່ເຮົາຮັກ ຫຼື ຄົນທີ່ຮັກເຮົາ?

ຄວາມຈິງແລ້ວ, ຄົງບໍ່ມີໃຜທີ່ສາມາດຕອບຄຳຖາມນີ້ໄດ້ດີໄປກວ່າຕົວຂອງທ່ານເອງວ່າ ຈະພະຍາຍາມທຸ່ມເທຝ່າຍດຽວແບບນີ້ຕໍ່ໄປ ຫຼື ຕັດສິນໃຈເລືອກຄົນທີ່ຮັກເຮົາ ຫຼື ຈະຍ່າງອອກມາຕາມລຳພັງ? ເພາະວ່າສຸດທ້າຍແລ້ວ ການບໍ່ເລືອກທາງໃດເລີຍ ກໍຄືການເລືອກຮູບແບບໜຶ່ງເຊັ່ນກັນ.

ເວລາໃນຊີວິດຄົນເຮົາມີຢ່າງຈຳກັດ ຈົ່ງໃຊ້ມັນໄປກັບຄົນທີ່ເຫັນຄຸນຄ່າໃນຕົວເຮົາ, ຢູ່ກັບຄົນທີ່ເຮົາສາມາດເປັນຕົວຂອງຕົນເອງໄດ້ຫຼາຍທີ່ສຸດ,​ ເປັນຄວາມສຳພັນທີ່ບໍ່ຕ້ອງມີຝ່າຍໃດຝືນອົດທົນຢູ່ ແລະ ບໍ່ຕ້ອງມີຝ່າຍໃດພະຍາຍາມຂ້າງດຽວ ແຕ່ແມ່ນຄວາມສຳພັນທີ່ທັງສອງຝ່າຍເຕັມໃຈປະຄອງຮັກສາເອົາໄວ້, ຍິນດີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຢູ່ຄຽງຂ້າງກັນໃນຍາມທີ່ອີກຝ່າຍຕ້ອງການກຳລັງໃຈ ແລະ ເປັນພື້ນທີ່ປອດໄພໃຫ້ກັນ ແລະ ກັນ.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/