ວິທີແກ້ອາການຕື່ນເຕັ້ນທຸກຄັ້ງ ເວລາຕ້ອງຂຶ້ນເວົ້າເທິງເວທີ


“ຮຽນທ່ານຂຽດຜູ້ມີແກກ……ອຸ໊ຍ! ຂໍອະໄພ…ທ່ານແຂກຜູ້ມີກຽດ ….”

ທ່ານເຄີຍເປັນແບບນີ້ບໍ່? ເມື່ອຈຳເປັນຕ້ອງເວົ້າເທິງເວທີຍາມໃດ ຕື່ນເຕັ້ນຈົນເວົ້າຜິດ, ມືສັ່ນ, ສຽງສັ່ນຈົນເຫື່ອແຕກທຸກເທື່ອ. ບາງຄົນກໍເປັນທຸກຄັ້ງທີ່ຕ້ອງໄດ້ເວົ້າຕໍ່ໜ້າຄົນຈຳນວນຫຼາຍ ນັບທັງຕອນປະກອບຄຳເຫັນໃນຫ້ອງປະຊຸມ ຫຼື ເວລາທີ່ຕ້ອງຂຶ້ນເວົ້າເທິງເວທີ. ເຖິງແມ່ນວ່າເຮົາອາດກະກຽມຄວາມພ້ອມມາດີແລ້ວ ແຕ່ພໍຮອດເວລາທີ່ຕ້ອງເວົ້າ ກໍລືມເນື້ອໃນທີ່ກະກຽມມາ ເຮັດໃຫ້ເວົ້າຜິດ ຫຼື ຕື່ນເຕັ້ນຈົນສຽງສັ່ນ. ສະນັ້ນ ມື້ນີ້ພວກເຮົາມີວິທີທີ່ຈະຊ່ວຍໃຫ້ທ່ານແກ້ໄຂອາການຕື່ນເຕັ້ນຈົນເວົ້າຜິດ ລວມທັງຂັ້ນຕອນກະກຽມຄວາມພ້ອມກ່ອນຂຶ້ນເວົ້າເທິງເວທີມາຝາກ.

  1. ອາການຕື່ນເຕັ້ນເປັນເລື່ອງປົກກະຕິ

ຖ້າຫາກເຮົາບໍ່ໄດ້ປະກອບອາຊີບທີ່ຕ້ອງໄດ້ເວົ້າຕໍ່ໜ້າຄົນຈຳນວນຫຼາຍ ເຊັ່ນ: ພິທີກອນ, ນັກປາຖະກະຖາ ຫຼື ຄູອາຈານ ເຊິ່ງເປັນອາຊີບທີ່ໄດ້ເຝິກທັກສະການເວົ້າຕໍ່ໜ້າມວນຊົນຕະຫຼອດເວລາ ຈຶ່ງບໍ່ເປັນເລື່ອງແປກທີ່ເຮົາຈະມີອາການຕື່ນເຕັ້ນເກີດຂຶ້ນ. ປົກກະຕິແລ້ວ ຮ່າງກາຍຂອງຄົນເຮົາມີສັນຍານເຕືອນໄພໃຫ້ແກ່ຕົນເອງອັດຕະໂນມັດເມື່ອເກີດເຫດການທີ່ຢູ່ໃນພາວະເຄັ່ງຄຽດ ຫຼື ກົດດັນ ເຊິ່ງອາການຕື່ນເຕັ້ນກໍແມ່ນກົນໄກທຳມະຊາດຂອງຮ່າງກາຍທີ່ຕອບສະໜອງຕໍ່ຄວາມກົດດັນ. ດັ່ງນັ້ນ, ເມື່ອເຮົາເຂົ້າໃຈວ່າມັນເປັນເລື່ອງປົກກະຕິທີ່ໃຜໆກໍມີໂອກາດເປັນໄດ້ ຈະຊ່ວຍໃຫ້ເຮົາບໍ່ສ້າງແຮງກົດດັນໃຫ້ຕົນເອງເພີ່ມຂຶ້ນຕື່ມ.

  1. ຈັດລຽງລຳດັບເນື້ອໃນທີ່ຈະນຳສະເໜີ

ກ່ອນທີ່ຈະເວົ້າຕໍ່ໜ້າກຸ່ມຄົນ ຫຼື ເວົ້າເທິງເວທີ ເຮົາຄວນຕັ້ງຄຳຖາມ ແລະ ຂຽນອອກມາເປັນຂໍ້ຍ່ອຍ ເຊັ່ນ: ຫົວຂໍ້ທີ່ຈະເວົ້າແມ່ນຫຍັງ, ຈຸດປະສົງຂອງການເວົ້າໃນຄັ້ງນີ້ເພື່ອຫຍັງ, ຜູ້ຟັງແມ່ນໃຜ, ເນື້ອໃນຫຼັກທີ່ຢາກເວົ້າອອກໄປມີຫຍັງແດ່ ເປັນຕົ້ນ. ຫຼັງຈາກນັ້ນ, ຈຶ່ງຄ່ອຍຮຽບຮຽງລຳດັບທີ່ຈະເວົ້າອອກມາເປັນຂໍ້ຍ່ອຍ ກໍຈະຊ່ວຍໃຫ້ເຮົາຈື່ຈຳ ແລະ ສື່ສານອອກໄປໄດ້ຄ່ອງແຄ້ວດີຍິ່ງຂຶ້ນ.

  1. ເຝິກການຫາຍໃຈເພື່ອຄວບຄຸມສຽງບໍ່ໃຫ້ສັ່ນ

ອາການສຽງສັ່ນ ແມ່ນເກີດຈາກອາການຕື່ນເຕັ້ນກຳລັງເລີ່ມເກີດຂຶ້ນ. ດັ່ງນັ້ນ, ກ່ອນທີ່ຈະເວົ້າ ຫຼື ກ້າວຂາຂຶ້ນເວທີ ເຮົາຄວນເຝິກຫາຍໃຈເຂົ້າ-ຫາຍໃຈອອກ ເປັນຈັງຫວະຊ້າໆ ຈະຊ່ວຍໃຫ້ມີສະມາທິ ແລະ ລົດຜ່ອນຄວາມກົດດັນທີ່ເກີດຂຶ້ນໄດ້.

  1. ເຝິກຊ້ອມຫຼາຍຂຶ້ນ, ຫາຈຸດອ່ອນເພື່ອປັບປຸງ

ກ່ອນທີ່ຈະຮອດມື້ຂຶ້ນເວທີ ເຮົາຄວນມີເວລາໃຫ້ຕົນເອງໄດ້ເຝິກຊ້ອມເວົ້າຕໍ່ໜ້າແວ່ນ ແລະ ອາດຈະອັດສຽງເວົ້າຂອງຕົນເອງເປີດຟັງຄືນເພື່ອທົບທວນ ຫຼື ໃຫ້ຄົນໃກ້ຊິດຊ່ວຍແນະນຳ ເພື່ອຈະໄດ້ຮູ້ຈຸດອ່ອນ ແລະ ປັບປຸງ. ນອກຈາກນັ້ນ, ຖ້າມີເວລາ ເຮົາຄວນເຂົ້າຮ່ວມເຝິກອົບຮົມທັກສະການເວົ້າຈາກຜູ້ຊ່ຽວຊານ ຫຼື ອົງກອນຕ່າງໆຈັດຂຶ້ນ ເພາະຈະຊ່ວຍໃຫ້ເຮົາຮູ້ຈຸດອ່ອນຂອງຕົນເອງໄດ້ໄວຂຶ້ນ, ໄດ້ຮັບຄຳແນະນຳໂດຍກົງຈາກຜູ້ຊ່ຽວຊານ ແລະ ພັດທະນາໄວຂຶ້ນ.

  1. ປັບຮ່າງກາຍໃຫ້ກຽມພ້ອມເມື່ອຕ້ອງຂຶ້ນເວທີ

ເມື່ອຮອດວາລະທີ່ຕ້ອງຂຶ້ນເທິງເວທີ ຫຼາຍຄົນອາດເຄີຍມີອາການຕື່ນເຕັ້ນ ຈົນຮູ້ສຶກຄ້າຍຄືລຳໄສ້ປັ່ນປ່ວນ. ດັ່ງນັ້ນ, ກ່ອນຂຶ້ນເວທີເຮົາຄວນປັບຮ່າງກາຍໃຫ້ພ້ອມ, ພະຍາຍາມຢ່າຍ່າງຫລັງໂກ່ງຂຶ້ນເວທີ, ໃຫ້ກ້າວຂາເຂົ້າສູ່ເວທີດ້ວຍບາດກ້າວທີ່ໜັກແໜ້ນເພື່ອໃຫ້ຮູ້ສຶກໝັ້ນໃຈ, ສາຍຕາເບິ່ງກວ້າງໄປທົ່ວເວທີ ແລະ ຜູ້ຊົມ ກ່ອນທີ່ຈະເລີ່ມຕົ້ນເວົ້າ.  

  1. ຮັກສາບັນຍາກາດເທິງເວທີໃຫ້ດຳເນີນໄປຕໍ່

ອີກວິທີໜຶ່ງທີ່ຊ່ວຍໃນການແກ້ໄຂສະຖານະການເທິງເວທີໄດ້ດີແມ່ນການກຽມປະໂຫຍກສຳຮອງ ຫຼື ກຽມວິທີແກ້ໄຂສະຖານະການເທິງເວທີໄວ້ລ່ວງໜ້າ, ຖ້າຫາກເຮົາເວົ້າຜິດພາດ ຫຼື ຕື່ນເຕັ້ນຈົນລືມວັກທີ່ຈະເວົ້າອາດເຮັດໃຫ້ເຮົາຢຸດເວົ້າໄປຊົ່ວຄາວ ເຮົາອາດຫາຍໃຈເຂົ້າເລິກໆກ່ອນທີ່ຈະດຳເນີນການເວົ້າຕໍ່ ແລະ ບໍ່ປ່ອຍໃຫ້ເວທີຢຸດດົນເກີນໄປ.

  1. ຄົ້ນຫາບຸກຄົນຕົ້ນແບບເພື່ອເປັນແຮງບັນດານໃຈ

ຄົນທີ່ມີທັກສະການເວົ້າທີ່ດີຕໍ່ໜ້າມວນຊົນ ຫຼື ເວົ້າເທິງເວທີເກັ່ງໆ ແມ່ນລ້ວນແລ້ວແຕ່ເຄີຍເປັນຜູ້ທີ່ບໍ່ມີທັກສະມາກ່ອນ, ແຕ່ເມື່ອຜ່ານການເຝິກຝົນມາຫຼາຍເວທີ ຈຶ່ງເຮັດໃຫ້ເຂົາເຈົ້າເຫຼົ່ານັ້ນສາມາດຮັບມືກັບແຮງກົດດັນເທິງເວທີໄດ້ດີ ແລະ ສາມາດເວົ້າອອກມາໄດ້ຢ່າງເປັນທຳມະຊາດ. ດັ່ງນັ້ນ, ຖ້າເຮົາຢາກມີທັກສະການເວົ້າທີ່ເກັ່ງຂຶ້ນ ໃຫ້ໝັ່ນຫາບຸກຄົນຕົ້ນແບບເພື່ອເປັນແຮງບັນດານໃຈ ແລະ ເພື່ອເປັນຕົ້ນແບບໃນການເຝິກຝົນ. ເຖິງຢ່າງໃດກໍຕາມ, ເຮົາບໍ່ຈຳເປັນຕ້ອງຮຽນແບບເອົາທຸກຢ່າງ ແຕ່ໃຫ້ເຫຼືອເອກະລັກການເວົ້າຂອງຕົນເອງໄວ້ ຈຶ່ງຈະເຮັດໃຫ້ເຮົາສາມາດເວົ້າເທິງເວທີໄດ້ຢ່າງເປັນທຳມະຊາດທີ່ສຸດ.

  1. ຍອມຮັບຄວາມຜິດພາດ, ກ້າວຕໍ່ໄປ ແລະ ຈິນຕະນາການເຖິງຄວາມສຳເລັດ

ເຖິງແມ່ນວ່າທັກສະການເວົ້າຂອງເຮົາໃນຄັ້ງນັ້ນ ອາດຍັງບໍ່ເກັ່ງ, ຍັງມີສຽງສັ່ນ ຫຼື ຍັງເວົ້າຜິດພາດຢູ່ກໍຕາມ, ແຕ່ເຮົາຄວນຍອມຮັບມັນ ແລະ ເອົາເປັນບົດຮຽນເພື່ອປັບປຸງການເວົ້າໃນຄັ້ງຕໍ່ໄປ. ກ່ອນຂຶ້ນເວົ້າເທິງເວທີ ໃຫ້ທົດລອງຈິນຕະນາການເຖິງຜົນສຳເລັດທີ່ເຮົາຢາກໃຫ້ເກີດຂຶ້ນ ການໃຊ້ຈິນຕະນາການໃນທາງບວກ ຈະຊ່ວຍໃຫ້ເຮົາມີພະລັງໃຈໃນການຂັບເຄື່ອນທັກສະການເວົ້າຂອງຕົນເອງອອກສູ່ເວທີໄດ້ຢ່າງໝັ້ນໃຈຍິ່ງຂຶ້ນ.

ການເຝິກທັກສະການເວົ້າເທິງເວທີໃຫ້ໄດ້ດີນັ້ນ ບໍ່ສາມາດເກີດຂຶ້ນໄດ້ພຽງມື້ໜຶ່ງມື້ດຽວ ມັນຕ້ອງອາໄສເວລາເຝິກຝົນຈົນເກີດຄວາມຊຳນານ ແລະ ໃນທີ່ສຸດ ເຮົາກໍຈະສາມາດເອົາຊະນະຄວາມຢ້ານກົວເວລາເວົ້າເທິງເວທີໄດ້.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/