ສາເຫດທີ່ເຮົາບໍ່ຄວນຖາມເດັກນ້ອຍວ່າ ເມື່ອໃຫຍ່ຂຶ້ນເຂົາເຈົ້າຢາກເປັນຫຍັງ?


ຜູ້ໃຫຍ່ຫຼາຍຄົນກໍມັກຈະຖາມລູກຕົນເອງ ຫຼື ເດັກນ້ອຍວ່າ ‘ໃຫຍ່ຂຶ້ນເຂົາເຈົ້າຢາກປະກອບອາຊີບຫຍັງ?’ ຈົນມັນເລີ່ມກາຍເປັນຄຳຖາມປົົກກະຕິໄປແລ້ວ ແຕ່ໃນອີກມຸມມອງໜຶ່ງເຮົາຄວນຖາມຄຳຖາມນີ້ແທ້ບໍ່?

ຢ່າຖາມເດັກນ້ອຍວ່າ ເມື່ອໃຫຍ່ມາຢາກເປັນຫຍັງ, ເພາະນີ້ສາມາດນຳພາເຂົາເຈົ້າໄປສູ່ສິ່ງທີ່ນັກຈິດຕະວິທະຍາເອີ້ນວ່າ: ການຢຶດໝັ້ນໃນຕົວຕົນ ຫຼື Identity Foreclosure ນັ້ນກໍຄືການທີ່ຄົນເຮົາຕັ້ງໝັ້ນໃນຄວາມຮູ້ສຶກຂອງຕົນເອງກ່ອນເວລາອັນຄວນ ໂດຍປາສະຈາກຄວາມຮອບຄອບທີ່ພຽງພໍ ແລະ ປິດກັ້ນຄວາມຄິດເຮົາຕໍ່ຕົວຕົນອື່ນ.

ສິ່ງທີ່ຈະເກີດຂຶ້ນເມື່ອເຮົາຖາມຄຳຖາມນັ້ນກັບເດັກນ້ອຍ ມັນບໍ່ຕ່າງຫຍັງກັບເຮົາກຳລັງບັງຄັບໃຫ້ພວກເຂົາຈຳກັດຕົວເລືອກສິ່ງທີ່ຢາກເປັນໃນອະນາຄົດຕາມບຸກຄົນທີ່ເຂົາເຈົ້າເຄີຍພົບເຫັນມາໃນຊີວິດ. ຍິ່ງໄປກວ່ານັ້ນຄືມັນຈະເຮັດໃຫ້ພວກເຂົາຮູ້ສຶກສັບສົນກັບຄຳວ່າ ອະນາຄົດ. ດັ່ງນັ້ນ, ເດັກນ້ອຍຈຶ່ງມັກຈະແນມບໍ່ເຫັນອະນາຄົດໃນສິ່ງທີ່ຕົນເອງກຳລັງເຮັດຢູ່ ຫຼື ສິ່ງທີ່ເປັນຢູ່ໃນຕອນນີ້ ເຮັດໃຫ້ພວກເຂົາຄິດວ່າເມື່ອອາຍຸຫຼາຍຂຶ້ນ ວິທະຍາໄລຈະມອບອະນາຄົດນັ້ນໃຫ້ກັບພວກເຂົາເອງ.

ພວກເຮົາທຸກຄົນລ້ວນມີຄວາມຄິດວ່າເຮົາຢາກເປັນໃຜ ແລະ ມີຄວາມຄາດຫວັງວ່າຈະດຳເນີນຊີວິດແບບໃດ. ຄວາມຄິດເຫຼົ່ານັ້ນບໍ່ໄດ້ຈຳກັດແຕ່ເລື່ອງອາຊີບເທົ່ານັ້ນ ນັບຕັ້ງແຕ່ອາຍຸຍັງນ້ອຍເຮົາຈິນຕະນາການວ່າຕົນເອງຈະອາໄສຢູ່ໃສ, ຮຽນໂຮງຮຽນໃດ, ຢາກແຕ່ງງານກັບຄົນແບບໃດ ແລະ ມີລູກຈັກຄົນ. ພາບເຫຼົ່ານີ້ອາດເຮັດໃຫ້ເຮົາເກີດແຮງບັນດານໃຈທີ່ຈະຕັ້ງເປົ້າໝາຍທ້າທາຍຍິ່ງຂຶ້ນ ແລະ ນຳເຮົາໄປສູ່ເສັ້ນທາງທີ່ຈະບັນລຸເປົ້າໝາຍເຫຼົ່ານັ້ນ. ແຕ່ຄວາມອັນຕະລາຍຂອງແຜນການດັ່ງກ່າວຄືມັນເຮັດໃຫ້ເຮົາເກີດມຸມມອງແບບອຸມົງສົ່ງຜົນເຮັດໃຫ້ເຮົາມີມຸມມອງທີ່ແຄບລົງຈົນບໍ່ເຫັນຄວາມເປັນໄປໄດ້ອື່ນໆ, ເຮັດໃຫ້ເຮົາບໍ່ຮູ້ເວລາ ແລະ ສະຖານະການທີ່ຄວນຈະປ່ຽນສິ່ງທີ່ຕ້ອງການ ຫຼື ແມ່ນແຕ່ສິ່ງທີ່ຢາກເປັນ. ການລັອກເປົ້າໝາຍຊີວິດກັບສິ່ງໃດສິ່ງໜຶ່ງພຽງຢ່າງດຽວແບບນັ້ນກໍອາດເຮັດໃຫ້ເຮົາເດີນໄປຖືກເສັ້ນທາງແຕ່ຜິດເປົ້າໝາຍຈິງທີ່ເຮົາຕ້ອງການກໍໄດ້ໃນການເລືອກອາຊີບ.

ການຢຶດໝັ້ນໃນຕົວຕົນມັກຈະເກີດຂຶ້ນເມື່ອຜູ້ໃຫຍ່ຖາມເດັກວ່າ: ໃຫຍ່ມາເຂົາເຈົ້າຢາກເປັນຫຍັງ? ການໄຕ່ຕອງຄຳຖາມນັ້ນສາມາດເສີມສ້າງແນວຄິດທີ່ຕາຍຕົວກ່ຽວກັບວຽກງານ ແລະ ຕົນເອງ. “ ຂ້ອຍຄິດວ່າມັນເປັນໜຶ່ງໃນຄຳຖາມທີ່ບໍ່ກໍ່ໃຫ້ເກີດປະໂຫຍດສູງສຸດທີ່ຜູ້ໃຫຍ່ຄົນໜຶ່ງຈະຖາມເດັກໄດ້” ຂຽນໂດຍ Michelle Obama. “ໃຫຍ່ມາເຈົ້າຢາກເປັນຫຍັງ? ຖາມເໝືອນກັບວ່າການເຕີບໂຕນັ້ນມີຂອບເຂດຈຳກັດ, ເໝືອນກັບວ່າເມື່ອຮອດຈຸດໜຶ່ງແລ້ວເຈົ້າຈະກາຍເປັນຫຍັງບາງຢ່າງ ແລະ ນັ້ນຄືຈຸດຈົບ.”
ແທນທີ່ຈະຖາມຄຳຖາມດັ່ງກ່າວເປັນຫຍັງບໍ່ລອງຖາມຄຳຖາມເຫຼົ່ານີ້ແທນເຊັ່ນ: ເຈົ້າຢາກເປັນຄົນແນວໃດ? ແລະ ແມ່ນຫຍັງທີ່ເຈົ້າມັກເຮັດ? ແທນທີ່ຈະຈຳກັດຕົວເລືອກພວກເຂົາ ຈະດີກວ່າບໍ່ຫາກຊ່ວຍພວກເຂົາຫາຄວາມເປັນໄປໄດ້ໃຫ້ກວ້າງຂຶ້ນ. ພວກເຂົາບໍ່ຈຳເປັນຕ້ອງເປັນສິ່ງດຽວເທົ່ານັ້ນ ແຕ່ພວກເຂົາສາມາດເຮັດໄດ້ຫຼາຍສິ່ງຫຼາຍຢ່າງ.
ອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/