ເທດສະການກິນເຈຖືສິນກິນຜັກປີ 2020 ເລິ່ມແຕ່ວັນທີ 17 ຫາ 25 ຕຸລານີ້.


ເທດສະການກິນເຈ 2020 ເລິ່ມຕົ້ນໃນວັນທີ 17 ຕຸລາ ແລະ ສິ້ນສຸດວັນອາທິດທີ 25 ຕຸລາ ລວມໄລຍະເວລາ 9 ມື້ໃນການກິນເຈ ຫຼືເທດສະການຖືສິນກິນຜັກເປັນປະເພນີຂອງຊາວລາວເຊື້ອສາຍຈີນທີ່ອາໄສໃນເອເຊຍຕາເວັນອອກສຽງໃຕ້ ໂດຍມີປະຫວັດ ແລະ ທີ່ມາດັ່ງນີ້:

ເທດສະການກິນເຈຖືເອົາວັນຈັນທົດຄະຕິຂອງຈີນ ລວມໄລຍະເວລາ 9 ມື້ຕັ້ງແຕ່ 1​ ຄໍ່າ ຮອດ ຂື້ນ 9 ຄໍ່າ ເດືອນ 9 ເປັນຄວາມເຊື່ອຂອງພຸດພະສາສະໜານິກາຍມະຫາຍານ ແລະ ລັດທິເຕົ໋າ ໃນປະເທດຈີນ ມີພິທີການຕັ້ັ້ງໂຕະໄຫວ້ເທບພະເຈົ້າ “ ເຈົ້າແມ່ປັກເຕົ໋າບໍ້ ” ແລະ ມີເລື່ອງເລົ່າແບ່ງເປັນຫຼາຍຕຳນານດັ່ງນີ້.

ຕຳນານທີ່ 1 ລະນຶກເຖິງນັກຮົບ ຫງີ່ຫົ່ວທ້ວງ

ຕາມຄວາມເຊື່ອໃນຕຳນານທຳອິດເວົ້າເຖິງລະນຶກເຖິງທະຫານຊາວບ້ານ  ຫງີ່ຫົ່ວທ້ວງ ທີ່ຕໍ່ສູ້ກັບກອງທັບແມນຈູທີ່ໃຊ້ປືນໄຟຕໍ່ສູ້ນັກຮົບຫງີ່ຫົ່ວທ້ວງ ປະກອບພິທີກຳນຸ່ງຂາວຫຸ່ມຂາວ ງົດກິນຊີ້ນສັດ ແລະ ຜັກທີ່ມີກິ່ນເໝັນ ພ້ອມທ່ອງຄາຖາອາຄົມທີ່ເຊື່ອວ່າຈະປ້ອງກັນລູກປືນໄຟໄດ້ ແຕ່ສຸດທ້າຍເມື່ອຈີນປະລາໄຊແມນຈູຊາວບ້ານທີ່ຖືກບັງຄັບໃຫ້ຈົ່ງຜົມຍາວ ກໍລະນຶກເຖິງກຸ່ມນັກຮົບຫງີ່ຫົ່ວທ້ວງດ້ວຍການປະຕິບັດກິນເຈເຊັ່ນກັນ.

ຕຳນານທີ 2 ກິນເຈເພື່ອສັກກາລະພຣະພຸດພຣະເຈົ້າໃນອາດີດຕະການ 7 ອົງ

ການກິນເຈໃນຕຳນານນີ້ເລົ່າວ່າພຸດທະສາສະໜານິກະຊົນ ບຳເພັນສິນງົດກິນຊີ້ນສັດ ແລະ ແຕ່ງກາຍດ້ວຍຊຸດຂາວ 9 ມື້ ເພື່ອບູຊາພຣະພຸດທະເຈົ້າໃນອະດີດ 7  ອົງ ແລະ ພຣະມະຫາໂພທິສັດອີກ 2 ອົງລວມເປັນ 9 ອົງ ຫຼື ອີກຄວາມໝາຍສື່ເຖິງ ດາວພຣະເຄາະທັ້ງ 9 (ຕາມຄວາມເຊື່ອບູຮານ) ໄດ້ແກ່ ພຣະອາທິດ, ພຣະຈັນ, ພຣະອັງຄານ, ພຣະພຸດ, ພຣະຫັດ, ພຣະສຸກ, ພຣະເສົາ, ພຣະຣາຫູ ແລະ ພຣະເກດ.

ຕຳນານທີ 3 ກິນເຈເພື່ອລະນຶກເຖິງຈັກກະພັດດິ໊ຊົ່ງຕີີີີ໊ປິງ ແຫ່ງຣາຊະວົງຊ້ອງ

ຕຳນານນີ້ເວົ້າເຖິງ ການນຸ່ງຂາວຫຸ່ມຂາວເພື່ອລະນຶກເຖິງການ ຂ້າຕົວຕາຍ ເຊິ່ງມີສາເຫດເກິດຈາກການເມືອງ ຂະນະທີ່ສະເດັດໄປໄຕ້ຫວັນທາງເຮືອ ຊາວ Hokkien Province ຮ່ວມກັນເຮັດພິທີບູຊາເພື່ອລະນຶກເຖິງຣາດຊະວົງຊ້ອງ ແລະ ໄດ້ສົ່ງອິດທິພົນນີ້ມາເພື່ອໃຫ້ຜູ້ອົບພະຍົບມາເຜີຍແຜ່ຕໍ່..

ໃນຍຸກທີ່ຊາວບ້ານໄລທູ ແລະ ຊາວຈີນໃນຄະນະງິ້ວເຈັບປ່ວຍກັນຫຼາຍ ຈື່ງປະຊຸມປຶກສາກັນວ່າຈະເຮັດພິທີເຈ່ຍສ່າຍ (ກິນຜັກ) ພາຍໃນປະເທດນັ້ນ ເນື່ອງຈາກບໍ່ສາມາດເດິນທາງກັບໄປຮ່ວມພິທີທີ່ເມືອງຈີນໄດ້ຄືທີ່ເຄີຍປະກອບພິທີກຳທຸກປີ ຊາວຄະນະງິ້ວ ຈື່ງປະກອບພິທີເຈ່ຍສ່າຍໂດຍສະແດງກາຍຍະກຳຕ່າງໆອີກດ້ວຍ..

ຫຼັງຈາກທີ່ຊາວບ້ານຫາຍປ່ວຍຈາກໂຣກໄພກັນແລ້ວ ກໍມີການໄຫວ້ສັກກາຣະ ແລະ ເຮັດພິທີເຈ່ຍສ່າຍກັນຕໍ່ມາຕາມຄວາມເຫຼື້ອມໃສສັດທາ ແລະ ເໝາະສົມກັບແຕ່ລະຄອບຄົວກ່ອນຄະນະງິ້ວໄດ້ເດີນທາງໄປສະແດງບ່ອນອື່ນ ໄດ້ມອບພຣະພຸດພຣະຮູບພຣະຈີນ ແລະ ໃຫ້ຄຳແນະນຳແກ່ຊາວບ້ານເພື່ອປະກອບພິທີກຳຕໍ່ມາ.

ເທດສະການກິນເຈແມ່ນຫຍັງ?

ຈຸດປະສົງຂອງການກິນເຈໃນຄວາມໝາຍຂອງການຖືສິນ ຄືການລະເວັ້ນຈາກຊີ້ນສັດເພາະເປັນສ່ວນໜື່ງຂອງສິນ 5 ໃນທາງພຸດທະສາສະໜາ ນອກຈາກນີ້ຍັງນິຍົມກິນເຈເພື່ອຮັກສາສຸຂະພາບກໍາຈັດສານພິດອອກຈາກຮ່າງກາຍ ເພື່ອຮັກສາສົມດຸນຂອງຮ່າງກາຍ ບາງຄົນກໍກິນເຈຫຼາຍກວ່າ 9 ມື້ເພື່ອຮັກສາສິນ.

ການກິນເຈຕ່າງຈາກການຮັບປະທານມັງສະວີຣັດ ບ່ອນທີ່ມີການລະເວັ້ນຜັກທີ່ມີກິນເໝັນ 5 ຢ່າງ ແລະ ຖືຫຼັກປະຕິບັດທາງຈິດໃຈ, ກຽມຈິດໃຈໃຫ້ບໍລິສຸດເພື່ອປະກອບພິທີກຳສັກກາຣະຂໍພອນ ຕາມຄວາມໝາຍຂອງຕົວອັກສອນເທິງທຸງເຈ ໝາຍເຖິງ “ປາສະຈາກການທຳລາຍຊີວິດ ແລະ ປາສະຈາກຂອງທີ່ມີກິ່ນຄາວ”.

ກິນເຈຫ້າມກິນຜັກຫຍັງແດ່ ?

ເຖິງແມ່ນວ່າເທດສະການກິນເຈຈະມີພິທີ “ເຈ່ຍສ່າຍ” ຫຼື ແປວ່າ “ກິນຜັກ” ແຕ່ກໍມີຂໍ້ຫ້າມງົດຜັກທີ່ມີກິ່ນເໝັນ 5 ຢ່າງດັ່ງນີ້:

  • ຫົວກະທຽມ
  • ຫອມບົ່ວ
  • ຫຼັກກຽວ ຫຼື ກະທຽມໂທນ
  • ກຸຍຊ່າຍ
  • ໃບຢາສູບ

ນອກຈາກນີ້ ຍັງງົດເຄື່ອງດື່ມທີ່ມີສ່ວນປະສົມຂອງນົມສົດ ແລະ ນົມຂຸ້ນອີກດ້ວຍ ເພາະຖືວ່າເປັນຂອງສົດ ແລະ ຂອງຄາວທາງຜະລິດຕະພັນເຄື່ອງດື່ມຕ່າງໆ ຈື່ງໃຊ້ນົມທີ່ຄັ້ນຈາກທັນຍະພຶດມາເຮັດເປັນນົມເຈເຊັ່ນ: ນ້ຳນົມຖົ່ວເຫຼືອງ, ນ້ຳນົມສາລີ ແລະ ນ້ຳມັນງາ.

ປັດຈຸບັນວິທີການຈຳໜ່າຍອາຫານເຈ ຈະມີລັກສະນະມີທຸງເຈປັກຢູ່ເຊິ່ງຂຽນດ້ວຍຕົວອັກສອນສີແດງເທິງພື້ນທຸງສີເຫຼືອງ ຄວາມໝາຍຄືສີສີແດງເປັນສີມົງຄຸນ ແລະ ສີເຫຼືອງເປັນສີທີ່ຖືກໃຊ້ໃນຣາດຊະວົງ ຫຼື ທາງສາສະໜາເທົ່ານັ້ນ ດັ່ງນັ້ນເມື່ອສັນຍາລັກທຸງເຈຈື່ງໝາຍເຖິງ ການຄຳນຶງເຖິງການງົດເວັ້ນຊີ້ນສັດໃນອາຫານງົດການບຽດບຽນຕະຫຼອດຊ່ວງກິນເຈ.

ທີ່ມາ: https://www.thairath.co.th/lifestyle/food/1945516