ເມລາເນຍຢືນຢັນເອງວ່າ “ ບຣາຣອນ ” ລູກຊາຍ ທຣັມ ຕິດເຊື້ອໂຄວິດ-19.


ສຸພາບສະຕຣີໝາຍເລກ 1 ຂອງສະຫະລັດອາເມຣິກາ ຢືນຢັນວ່າ ບຣາຣອນ ລູກຊາຍຂອງ ທຣັມ ຕິດເຊື້ອໂຄວິດ-19 ຫຼັງຈາກທີ່ທັ້ງຄູ່ ມີຜົນກວດເປັນບວກເມື່ອ 2 ອາທິດກ່ອນ.

ສຳນັກຂ່າວ BBC ລາຍງານໃນວັນພຸດທີ 14 ຕຸລາ 2020 ວ່າ ເມລາເນຍ ທຣັມ ສຸພາບສະຕຣີຫຼາຍເລກ 1 ແຫ່ງສະຫະລັດອາເມຣິກາ ຢືນຢັນວ່າ ບຣາຣອນ ລູກຊາຍອາຍຸ 14 ປີຂອງນາງກັບປະທານນາທິບໍດີ ທຣັມ ຕິດເຊື້ອໂຄວິດ-19 ເມື່ອ 2 ອາທິດກ່ອນ ແຕ່ຕອນນີ້ ບຣາຣອນ ມີຜົນກວດເປັນລົບແລ້ວ.

ເມລາເນຍໄດ້ເປິດເຜີຍເລື່ອງນີ້ຜ່ານບັນທຶກຫົວຂໍ້ວ່າ “ ປະສົບການສ່ວນຕົວຂອງຂ້ອຍກັບການຕິດເຊື້ອໂຄວິດ-19 ” ເຊິ່ງເຜີຍແຜ່ຜ່ານ Website ຂອງທຳນຽບຂາວວ່າ ຫຼັງຈາກທີ່ຂ້ອຍກັບ ທຣັມ ຖືກກວດພົບວ່າຕິດເຊື້ອໂຄວິດ-19 ເມື່ອ 2 ອາທິດກ່ອນ ຂ້ອຍຮູ້ສຶກເປັນຫ່ວງລູກຊາຍຂື້ນມາທັນທີແຕ່ກໍຮູ້ສຶກໂລ່ງໃຈທີ່ຜົນກວດຄັ້ງທຳອິດຂອງບຣາຣອນອອກມາເປັນລົບ.

ແຕ່ຢ່າງໃດກໍຕາມ ເມລາເນຍລະບຸວ່າ ໃນທີ່ສຸດຄວາມຢ້ານຂອງຂ້ອຍກໍກາຍເປັນຄວາມຈິງ ເມື່ອຜົນກວດຄັ້ງຕໍ່ມາຂອງບຣາຣອນອອກມາເປັນບວກ ແຕ່ໂຊກດີທີ່ເຂົາເປັນໄວຫນຸ່ມແຂງແຮງ ແລະ ບໍ່ສະແດງອາການປ່ວຍໃດໆ “ ໃນທາງໜື່ັງ ຂ້ອຍກໍດີໃຈທີ່ເຮົາທັ້ງ 3 ຄົນຜ່ານເລື່ອງນີ້ໄປໃນເວລາດຽວກັນ ເພື່ອທີ່ເຮົາຈະໄດ້ດູແລເບິ່ງແຍງເຊິ່ງກັນ ແລະ ກັນ ແລະ ໃຊ້ເວລາຮ່ວມກັນ ”

ເມລາເນຍຍັງໄດ້ເລົ່າເຖິງເລື່ອງປະສົບການຂອງຕົວເອງອີກດ້ວຍວ່າ ອາການປ່ວຍຂອງນາງເປັນຄືລົດໄຟເຫາະຕີລັງກາ ມີທັ້ງປວດຕາມຮ່າງກາຍ, ໄອ ແລະ ອິດເມື່ອຍ “ຂ້ອຍເລືອກໃຊ້ວິທີຮັກສາດ້ວຍຢາທີ່ເປັນທຳມະຊາດຫຼາຍກວ່າ ໂດຍເລືອກກິນວິຕາມິນ ແລະ ອາຫານທີ່ດີຕໍ່ສຸຂະພາບ ”

ເມລາເນຍຍັງລະບຸອີກວ່າ ການປ່ວຍຍັງເຮັດໃຫ້ນາງຄິດທົບທວນໃນຫຼາຍເລື່ອງ ທັ້ງເລື່ອງຄອບຄົວ, ມິດຕະພາບ, ການງານ ແລະ ການເປັນຕົວເອງ ເຊິ່ງຂ້ອຍຈະກັບມາປະຕິບັດໜ້າທີ່ສຸພາບສະຕຣີໝາຍເລກ 1 ອີກຄັ້ງທັນທີຫຼັງຈາກສຸຂະພາບດີຂື້ນ.

ທັ້ງນີ້ ປະທານນາທິບໍດີ ທຣັມ ເຂົ້າຮັບການຮັກສາຕົວໃນໂຮງໝໍໄດ້ 3 ມື້ ກ່ອນຈະອອກມາໃນວັນທີ 5 ຕຸລາ 2020 ທີ່ຜ່ານມາ ແລະ ເດິນໜ້າຫາສຽງຕໍ່ໃນວັນຈັນທີ 12 ຕຸລາ 2020 ທີ່ຜ່ານມາ ໂດຍບອກກັບຜູ້ສະໜັບສະໜູນວ່າ ຂ້ອຍຮູ້ສຶກມີພະລັງ  ຂະນະທີ່ທ່ານໝໍປະຈຳຕົວຂອງ ທຣັມ ເຜີຍໃນວັນອາທິດທີ່ຜ່ານມາວ່າ ທຣັມ ບໍ່ມີຄວາມສ່ຽງຕໍ່ການແຜ່ເຊື້ອໃຫ້ຄົນອື່ນແລ້ວ ແຕ່ບໍ່ບອກວ່າ ທຣັມ ມີຜົນກວດຫາເຊື້ອເປັນລົບຄັ້ງຫຼ້າສຸດຕອນໃດ.

ທີ່ມາ: https://www.thairath.co.th/news/foreign/1953024