ຕິດຕາມສະຖານະການປະທ້ວງຢູ່ປະເທດໄທ


ເຫດການປະທ້ວງຮອບຫລ້າສຸດທີ່ປະເທດໄທ ໂດຍສະເພາະໃນຄືນວັນທີ 16 ຕຸລາ 2020 ທີ່ຜ່ານມາ ມີເຫດການໃຫຍ່ເກີດຂຶ້ນ ເມື່ອລັດຖະບານຕັດສິນໃຈໃຊ້ກອງກຳລັງເຈົ້າຫນ້າທີ່ເຂົ້າຂັບໄລ່ກຸ່ມປະທ້ວງ. ໂດຍກຸ່ມຜູ່ປະທ້ວງໄດ້ອອກມາໂຮມຊຸມນຸມກັນແບບສັນຕິ ແລະມີການສົ່ງສັນຍາລັກສາມນິ້ວ ປະທ້ວງລັດຖະບານ ພ້ອມມີຂໍ້ຮຽກຮ້ອງຕ່າງໆນາໆ ຕໍ່ລັດຖະບານໄທ ໂດຍສະເພາະຂໍ້ຮຽກຮ້ອງຫລັກທີ່ຕ້ອງການໃຫ້ ນາຍົກລັດຖະມົນຕີ ປຣະຍຸດ ຈັນທະໂອຊາ ລາອອກຈາກຕຳແຫນ່ງ.

ການຊຸມນຸມປະທ້ວງໃນຄັ້ງນີ້ ແມ່ນຈັດຂຶ້ນຢູ່ໃຈກາງເມືອງຫລວງກຸງເທບ ເຊິ່ງເປັນເຂດການຄ້າ ທີ່ມີຫ້າງຮ້ານຂະຫນາດໃຫຍ່ຈຳນວນຫລາຍ ຫລັງການເຕົ້າໂຮມກັນໄດ້ເປັນຈຳນວນຫລາຍ ກໍມີການປິດຮ້ານຄ້າ ແລະເລີ່ມມີການເຄື່ອນໄຫວຈາກ ລຖບ ໃນການໃຊ້ກຳລັງເຈົ້າຫນ້າທີ່ເຂົ້າມາໄລ່ກຸ່ມຄົນປະທ້ວງ.

ພາບທີ່ສື່ມວນຊົນທັງໃນແລະນອກປະເທດໄທ ໄດ້ນຳສະເຫນີ ຕ່າງກໍຖືກແຊຣ໌ກັນອອກໄປໃນທົ່ວໂລກ ເນື່ອງຈາກມີການໃຊ້ເຈົ້າຫນ້າທີ່ອາວຸດຄົບມື ເຂົ້າປາບກຸ່ມປະທ້ວງທີ່ສ່ວນໃຫຍ່ເປັນໄວຫນຸ່ມ ແລະບໍ່ມີອາວຸດ ພ້ອມມີການສີດນ້ຳທີ່ປະສົມສານເຄມີໃສ່ກຸ່ມຜູ່ປະທ້ວງ ພ້ອມຈັບໂຕຜູ່ປະທ້ວງໄປຫລາຍສິບລາຍ ເຮັດໃຫ້ເກີດມີກະແສໃນທະວີດເຕີ ຮຽກຮ້ອງໃຫ້ປ່ອຍໂຕຄົນທີ່ຖືກຈັບ.

ຫລັງເຫດການຈົບລົງ ກຸ່ມປະທ້ວງຍອມແຍກຍ້າຍກັນກັບ ທາງ ນາຍົກລັດຖະມົນຕີປະເທດໄທ ກໍໄດ້ອອກມາກ່າວວ່າ ທາງ ລຖບ ເຮັດຖືກຕ້ອງແລ້ວ ທີ່ເຂົ້າຂັບໄລ່ກຸ່ມປະທ້ວງ.

ໃນຂະນະທີ່ພາຍນອກປະເທດ ສື່ໃຫຍ່ໆທົ່ວໂລກ ຕ່າງລົງຂ່າວ ແລະກ່າວປະນາມເຖິງການກະທຳຂອງລັດຖະບານໄທ ວ່າເຮັດບໍ່ຖືກຕ້ອງຕາມຫລັກສາກົນ ເນື່ອງຈາກປະເທດທີ່ໄດ້ຊື່ວ່າເປັນປະຊາທິປະໄຕ ປະຊາຊົນມີສິດອອກມາຮຽກຮ້ອງ ແລະຕັ້ງຄຳຖາມຕໍ່ ລັດຖະບານ ເຈົ້າຫນ້າທີ່ຕຳຫລວດ ຄວນຊ່ອຍປົກປ້ອງປະຊາຊົນ ຫລືຊ່ອຍເບິ່ງຄວາມເປັນລະບຽບຮຽບຮ້ອຍ ໃນສະຖານທີ່ຊຸມນຸມ ບໍ່ແມ່ນຖືອາວຸດຄົບມືມາຂັບໄລ່ປະຊາຊົນ ທີ່ກຳລັງຕໍ່ສູ້ປົກປ້ອງສິດຕິຂອງຕົນເອງ.

ຫລ້າສຸດມີການເລີ່ມປ່ອຍໂຕ ຜູ່ປະທ້ວງທີ່ຖືກຈັບອອກມາແລ້ວ ໂດຍໃຫ້ປະກັນໂຕເປັນມູນຄ່າ 20,000 ບາດ. ຫລັງເຫດການມື້ວານນີ້ ເຮັດໃຫ້ຄາດກັນວ່າ ມື້ນີ້ (ວັນທີ 17 ຕຸລາ 2020) ຈະມີກຸ່ມປະທ້ວງອອກມາຫລາຍກວ່າເກົ່າ ແລະສະຖານະການຈະເປັນແນວໃດຕໍ່ ເຮົາຍັງຄົງຕ້ອງຕິດຕາມກັນຢ່າງໃກ້ຊິດ ແລະກໍຫວັງວ່າຈະບໍ່ມີເຫດການຮຸນແຮງຫຍັງເກີດຂຶ້ນໄປຫລາຍກວ່ານີ້.

ຮູບຈາກສຳນັກຂ່າວຣອຍເຕີ: https://www.reuters.com/article/us-thailand-protests/thai-police-turn-water-cannon-on-defiant-protesters-idUSKBN2710T6