ອ່າງເກັບນ້ຳຫິນຕະໂງ່ທີ່ໂຄຣາດແຕກ


ອ່າງເກັບນ້ຳ ປະເຊີນສະຖານະການຝົນຕົກໜັກຕິດຕໍ່ກັນຫຼາຍມື້ເຮັດໃຫ້ອ່າງຮັບມວນນ້ຳບໍ່ໄຫວຈື່ງເຮັດໃຫ້ຝາຍທີ່ມີຄວາມຍາວກວ່າ 10 ແມັດ ພັງທະລາຍລົງສົ່ງຜົນໃຫ້ມວນນ້ຳຫຼາຍກວ່າ 7 ແສນແມັດກ້ອນ ໄຫຼເຂົ້າຖ້ວມໝູ່ບ້ານໃນໂຄຣາດເສຍຫາຍຫຼາຍສິບຫຼັງ. ເຈົ້າໜ້າທີ່ກຳລັງເລັ່ງເຂົ້າພື້ນທີ່ ບ້ານ ລຳນາງແກ້ວ ເມືອງ ໂຄຣາດ ແຂວງ ນະຄອນຣາດຊະສີມາ (ປະເທດໄທ) ຫຼັງມີການລາຍງານວ່າອ່າງເກັບນ້ຳລຳຫິນຕາໂງ່ແຕກ.

ເມື່ອເວລາ 17:50 ວັນທີ 17 ເດືອນ ຕຸລາ 2020 ຜູ້ສື່ຂ່າວໄດ້ຮັບແຈ້ງຈາກ ກໍານັນ ຕໍາບົນ ລຳນາງແກ້ວ ເມືອງ ປັກທຸງໄຊ ວ່າເກິດເຫດອ່າງນ້ຳຫິນຕະໂງ່ ເຊິ່ງເປັນອ່າງເກັບນ້ຳປະລິມານ 1.2 ລ້ານແມັດກ້ອນ ບໍລິເວນບ້ານລຳປະໂດນ ຕຳບົນ ລຳນາງແກ້ວ ແຂວງ ນະຄອນຣາດຊະສີມາ ໄດ້ເກິດຄັນກັ້ນນ້ຳແຕກ ເຊິ່ງມີຄວາມຍາວກວ່າ 10 ແມັດ ສົ່ງຜົນໃຫ້ມວນນ້ຳໄຫຼທະລັກເຂົ້າຖ້ວມ 2 ໝູ່ບ້ານຄື: ບ້ານລຳປະໂຄນເໜືອ ໝູ່.5 ແລະ ບ້ານລຳປະໂຄນ ໝູ່ 3 ຢ່າງວ່ອງໄວ ເຄື່ອງໃຊ້ພາຍໃນບ້ານໄດ້ຮັບຄວາມເສຍຫາຍຫຼາຍກວ່າ 60 ຫຼັງຄາເຮືອນ ເບື້ອງຕົ້ນ ໄດ້ມີການລະດົມຊາວບ້ານ ແລະ ໜ່ວຍກູ້ໄພເຂົ້າເຮັດການຊ່ວຍເຫຼືອຜູ້ສູງອາຍຸອອກມາຍັງບ່ອນປອດໄພ ລວມໄປເຖິງເຄື່ອງໃຊ້ ແລະ ສັດລ້ຽງຂື້ນໄວ້ບ່ອນສູງເພື່ອຄວາມປອດໄພ.

ສ່ວນດ້ານຜູ້ບັນຊາການໃນພື້ນທີ່ ຫຼັງຈາກໄດ້ຮູ້ຂ່າວກໍລົງພື້ນທີ່ພ້ອມປະສານກັບໜ່ວຍງານທີ່ກ່ຽວຂ້ອງ ຕຳຫຼວດ, ທະຫານ ແລະ ໜ່ວຍກູ້ໄພລົງພື້ນທີ່ເຂົ້າເຮັດການຊ່ວຍເຫຼືອ ແລະ ອົບພະຍົບຊາວບ້ານ ນຳສິ່ງຂອງເຄື່ອງໃຊ້ຂື້ນເກັບໄວ້ບ່ອນສູງເພື່ອຄວາມປອດໄພ ເນື່ອງຈາກນ້ຳຖ້ວມສູງເກືອບໆ 80 cm /ຊົ່ວໂມງ.

ສ່ວນສາເຫດທີ່ເຮັດໃຫ້ອ່າງເກັບນ້ຳລຳຕະໂງ່ແຕກ ທ່ານ ບັນລັງ ໄດ້ເວົ້າວ່າ ເປັນຜົນຈາກປະລິມານນ້ຳຝົນຈາກພາຍຸທີ່ຕົກໜັກຕໍ່ເນື່ອງກັນຫຼາຍມື້ ຈືື່ງເຮັດໃຫ້ປະລິມານນ້ຳຝົນທີ່ໄຫຼລົງຝາຍເປັນປະລິມານຫຼາຍຈົນລົ້ນຄັນກັ້ນນ້ຳ ແລະ ດ້ານຂ້າງຂອງຄັນກັ້ນນ້ຳຂອງຝາຍດັ່ງກ່າວຖືກກັດເຊາະຈົນເຮັດໃຫ້ຄັນກັ້ນນ້ຳແຕກ ປະລິມານນ້ຳທີ່ໄຫຼອອກມາຄາດວ່າມີຈຳນວນປະມານນ້ຳ 7 ແສນແມັດກ້ອນ ເຊິ່ງຈະໄຫຼລົງໄປລວມກັບນ້ຳໃນຄອງລຳພຣະເພິງ ທີ່ຂະນະນີ້ກຳລັງໄຫຼລົ້ນແຄມຝັ່ງ ເນື່ອງຈາກປະລິມານທີ່ລົ້ນຈາກທາງລະບາຍນ້ຳສຸກເສີນຂອງເຂື່ອນລຳພຣະເພິງ ຈະເຮັດໃຫ້ບ້ານ ແລະ ກາງຊຸມຊົນບ້ານທຸ່ງເອື້ອງຖືກນ້ຳຖ້ວມທາງເຂົ້າໝູ່ບ້ານສູງຂື້ນອີກ ໂດຍໄດ້ແຈ້ງເຕືອນໃຊ້ຊາວບ້ານຄອຍເຝົ້າລະວັງ ແລະ ເກັບສິ່ງຂອງຂື້ນໄວ້ບ່ອນສູງເພື່ອຄວາມປອດໄພແລ້ວ.

ທັ້ງນີ້ ເພື່ອຄວາມປອດໄພຂອງຊາວບ້ານ ທາງການໄຟຟ້າເມືອງປັກທຸງໄຊໄດ້ເຮັດການຕັດກະແສໄຟຂອງຊາວບ້ານທີ່ຖືກນ້ຳຖ້ວມໄວ້ກ່ອນຈົນກວ່ານ້ຳຈະລົດລົງ ແລະ ເຂົ້າສູ່ສະພາບປົກກະຕິ.

ທີ່ມາ:https://www.thairath.co.th/news/local/northeast/1955386

https://www.thairath.co.th/news/local/northeast/1955505?cx_testId=7&cx_testVariant=cx_1&cx_artPos=0&cx_rec_section=news&cx_rec_topic=local#cxrecs_s