ຄວາມຈິງຂອງຂ່າວ ເຈົ້າໜ້າທີ່ຕຳຫຼວດທີ່ຕັ້ງດ່ານສະກັດກັ້ນການຊຸມນຸມທີ່ປະເທດໄທ ບໍ່ຍອມເປີດທາງໃຫ້ລົດໂຮງໝໍ ເຮັດໃຫ້ແມ່ຍິງຖືພາເສຍຊີວິດພ້ອມລູກໃນທ້ອງ


ໃນວັນທີ 16 ຕຸລາ 2020 ມີການຊຸມນຸມຂອງເຍົາວະຊົນຈຳນວນຫຼວງຫຼາຍທີ່ອອກມາຮຽກຮ້ອງສິດທິຂອງຕົນເອງ ທີ່ບາງກອກ ປະເທດໄທ ແຕ່ມີກະແສຂ່າວໜຶ່ງທີ່ເຮັດໃຫ້ກາຍເປັນທີ່ວິພາກວິຈານຢ່າງກວ້າງຂວາງໃນໂຊຊຽວມີເດຍແມ່ນ ເຫດການທີ່ເຈົ້າໜ້າທີ່ຕຳຫຼວດທີ່ຕັ້ງດ່ານສະກັດກັ້ນ ບໍ່ຍອມເປີດທາງໃຫ້ລົດໂຮງໝໍທີ່ເປີດໄຟສຸກເສີນຜ່ານ ຈົນເຮັດແມ່ມານທີ່ຢູ່ໃນລົດເສຍຊີວິດພ້ອມກັບລູກໃນທ້ອງ.

ໂດຍຂ່າວຈິງທີ່ໄດ້ກວດສອບແລ້ວແມ່ນ ເປັນເຫດການທີ່ເກີດຂຶ້ນແທ້ ແຕ່ຜູ່ປ່ວຍທີ່ຢູ່ໃນລົດໂຮງໝໍ ບໍ່ແມ່ນແມ່ມານ ແຕ່ເປັນຜູ້ສູງອາຍຸທີ່ເປັນໂຣກຫອບຫືດ ເຊິ່ງຫຼັງຈາກເຈົ້າໜ້າທີ່ບໍ່ເປີດທາງໃຫ້ ທາງລົດໂຮງໝໍໄດ້ອ້ອມໄປອີກທາງອື່ນແທນ ແລະຜູ່ປ່ວຍບໍ່ໄດ້ເສຍຊີວິດ ຕອນນີ້ອາການປອດໄພແລ້ວ.

ເຖິງຢ່າງໃດກໍຕາມ ກໍຍັງມີກະແສວິພາກວິຈານຕໍ່ວ່າເຮັດແບບນີ້ມັນສົມຄວນແລ້ວບໍ ທີ່ບໍ່ເປີດທາງໃຫ້ລົດໂຮງໝໍ ຖ້າຫາກວ່າຮັກສາບໍ່ທັນການຈະເຮັດແນວໃດ…

ທີ່ມາ: https://www.springnews.co.th/truth/801173