ບໍລິສັດ CQ Co., Ltd ຝຶກອົບຮົມເຜີຍແຜ່ຄວາມຮູ້ດ້ານ Cyber Security ໃຫ້ກັບມະຫາວິທະຍາໄລ ສະຫວັນນະເຂດ

ໃນວັນທີ 9 ຕຸລາ 2020 ບໍລິສັດ CQ ໄດ້ມີໂອກາດເຂົ້າໄປເວົ້າໃນຫົວຂໍ້ Introduction to Cyber Security & Security Awareness ເພື່ອເສີມສ້າງຄວາມເຂົ້າໃຈ ແລະ ແນວທາງໃນການຮຽນຮູ້ດ້ານຄວາມປອດໄພທາງໂລກໄຊເບີ ຫລື Cyber Security.

ໂດຍມີນ້ອງໆນັກສຶກສາຈາກ ຄະນະເຕັກໂນໂລຊີຂໍ້ມູນຂ່າວສານ ມະຫາວິທະຍາໄລສະຫວັນນະເຂດເຂົ້າຮ່ວມຈຳນວນ 36 ຄົນ.

ທ່ານ ແສງໄຊ ໄຊຍະຈັກ CEO ບໍລິສັດ CQ ກ່າວວ່າ “ພວກເຮົາດີໃຈ ທີ່ເຫັນນ້ອງໆມີຄວາມກະຕືລືລົ້ນ, ໃຫ້ຄວາມສົນໃຈທາງດ້ານ Cyber Security ຫວັງວ່ານ້ອງໆທຸກຄົນຈະມ່ວນ ແລະ ນຳຄວາມຮູ້ທີ່ໄດ້ໄປພັດທະນາຕົນເອງ…”

ເຊິ່ງການຈັດອົບຮົມໃນຄັ້ງນີ້ ນ້ອງໆນັກສຶກສາຈະໄດ້ຄວາມຮູ້ໃຫມ່ໆ ກ່ຽວກັບລະບົບຄວາມປອດໄພ, ການເຈາະລະບົບຂໍ້ມູນທາງອອນລາຍ ແລະຄວາມສຳຄັນຂອງການຄຳນຶງເຖິງຄວາມປອດໄພຂອງຂໍ້ມູນ ບໍ່ວ່າຂອງອົງກອນ, ສະຖາບັນ ແລະສ່ວນບຸກຄົນ ເຊິ່ງລ້ວນແຕ່ສຳຄັນ ແລະອາດສົ່ງຜົນກະທົບຮ້າຍແຮງໄດ້.

ບໍລິສັດ CQ ຈຳກັດ ແມ່ນຜູ່ໃຫ້ບໍລິການ ທົດສອບຄວາມປອດໄພຂອງລະບົບໄອທີ ເພື່ອກວດສອບແລະສ້າງຄວາມຫມັ້ນໃຈວ່າ ລະບົບໄອທີຕ່າງໆທີ່ໃຫ້ບໍລິການແກ່ລູກຄ້າ ໂດຍສະເພາະລະບົບທີ່ກ່ຽວຂ້ອງກັບຂໍ້ມູນ ແລະການເງິນ ມີຄວາມປອດໄພ ແລະຫມັ້ນໃຈໄດ້ ເຊິ່ງທີມງານ CQ ມີຜູ່ຊ່ຽວຊານ ທີ່ສາມາດທົດລອງເຈາະລະບົບ ແລະໃຫ້ຄຳແນະນຳໃນການແກ້ໄຂຈຸດອ່ອນຂອງລະບົບໄດ້ ພ້ອມທັງໃຫ້ບໍລິການຝຶກອົບຮົມ ເຜີຍແຜ່ ຄວາມຮູ້, ຄວາມເຂົ້າໃຈ ແລະຄວາມສຳຄັນ ຂອງຄວາມປອດໄພຂອງຂໍ້ມູນ.

ທີ່ມາ: https://m.facebook.com/story.php?story_fbid=1725523730929999&id=1293404347475275