ບໍລິສັດ ຈອນສັນ ແອນ ຈອນສັນ ລະງັບການທົດລອງວັກຊີນໂຄວິດ-19 ຫຼັງພົບວ່າມີອາສາສະຫມັກປ່ວຍຢ່າງປິດສະໜາ.

ບໍລິສັດ ຈອນສັນ ແອນ ຈອນສັນ ( Johnson & Johnson ) ປະກາດລະງັບການທົດລອງວັກຊີນໂຄວິດ-19 ໃນໄລຍະທີ 3 ໄວ້ຊົ່ວຄາວ, ເຊິ່ງການທົດລອງໄລຍະທີ 3 ນີ້ຖືວ່າເຂົ້າສູ່ໄລຍະທ້າຍໆຂອງຂັ້ນຕອນການທົດສອບວັກຊີນແລ້ວ ແຕ່ປະກົດວ່າມີການພົບອາສາສະຫມັກປ່ວຍດ້ວຍອາການທີ່ບໍ່ສາມາດອະທິບາຍໄດ້.

ທາງບໍລິສັດ ຈອນສັນ ແອນ ຈອນສັນ ຍັງບໍ່ໄດ້ໃຫ້ລາຍລະອຽດວ່າ ອາສາສະຫມັກມີອາການປ່ວຍແບບໃດໂດຍລະບຸວ່າທາງບໍລິສັດຈຳເປັນຕ້ອງມີຂໍ້ມູນເພິ່ມຕື່ມກ່ອນທີ່ຈະເຜີຍແພ່ໃຫ້ສາທາລະນະໄດ້ຮັບຮູ້ ພ້ອຍຍັງເນັ້ນໃນການຖະແຫຼງການວ່າແນວໂນ້ມທີ່ອາສາສະຫມັກຈະປ່ວຍ ຫຼື ອຸບັດຕິເຫດໃດໆລະຫວ່າງການທົດລອງວັກຊີນໂຄວິດ-19 ໃນໂລຍະທີສາມ ລ້ວນແລ້ວແຕ່ເປັນສິ່ງທີ່ຖືກຄາດການເອົາໄວ້ແລ້ວທັ້ງໝົດ.

ການລະງັບທົດລອງວັກຊີນຂອງຈອນສັນ ແອນ ຈອນສັນ ເຮັດໃຫ້ຫຼາຍຝ່າຍກັງວົນເຖິງຄວາມປອດໄພຂອງວັກຊີນໂຄວິດ-19 ເຊິ່ງເມື່ອຕົ້ນເດືອນກັນຍາ 2020 ທີ່ຜ່ານມາວັກຊີນໂຄວິດ-19 ຂອງບໍລິສັດ AstraZeneca ກໍຖືກລະງັບການທົດລອງໄລຍະທີ 3 ໃນສະຫະລັດອາເມຣິກາ ຫຼັງພົບມີອາສາສະຫມັກປ່ວຍໂດຍບໍ່ຮູ້ສາເຫດແຕ່ຍັງທົດລອງຕໍ່ໄປໃນປະເທດອື່ນໆໄດ້ແກ່ ອັງກິດ, ບຣາຊິວ ແລະ ອາຟຣິກາໃຕ້.

ປັດຈຸບັນມີວັກຊີນໂຄວິດ-19 ເກືອບໆ 11 ຊະນິດທີ່ຢູ່ໃນຂະບວນການທົດລອງຂັ້ນທີ 3 ເຊັ່ນດຽວກັບວັກຊີນຂອງຈອນສັນ ແອນ ຈອນສັນ ແລະ ຂອງ AstraZeneca ເຊິ່ງກ່ອນໜ້ານີ້ລັດຖະບານສະຫະລັດອາເມຣິກາ ໂດຍປະທານນາທິບໍດີ ທຣັມ ຄາດຫວັງວ່າສະຫະລັດອາເມຣິກາຈະຕ້ອງມີວັກຊີນໂຄວິດ-19 ກ່ອນການເລືອກຕັ້ງປະທານນາທິບໍດີແຫ່ງສະຫະລັດອາເມຣິກາ ວັນທີ 3 ພິຈິກ 2020 ທີ່ຈະມາຮອດນີ້ ຫຼື ຢ່າງນ້ອຍຄືຕ້ອງມີວັກຊີນໃຫ້ທັນທ້າຍປີນີ້.

ຂະນະທີ່ປະເທດຕ່າງໆເຊັ່ນ: ຣັດເຊຍ ຫຼື ຈີນ ໄດ້ອະນຸມັດວັກຊີນໂຄວິດ-19 ທີ່ພັດທະນາໃນປະເທດແລ້ວເຖິງແມ່ນວ່າຈະຍັງບໍ່ຜ່ານການທົດລອງໃນໄລຍະທີ 3 ເຊິ່ງຜູ້ຊ່ຽວຊານດ້ານສາທາລະນະສຸກເບິ່ງວ່າມີຄວາມສ່ຽງເກີນໄປທີ່ຈະນຳວັກຊີນໂຄວິດ-19 ໄປໃຊ້ໂດຍທີ່ຍັງບໍ່ຜ່ານການທົດລອງຂັ້ນສຸດທ້າຍກັບອາສາສະຫມັກຈຳນວນຫຼາຍ.

ສຳຫຼັບວັກຊີນໂຄວິດ-19 ຂອງ ຈອນສັນແອນຈອນສັນ ພັດທະນາໂດຍການນຳໄວຣັດອະດີໂນ ( adenovirus ) ຊະນິດ Ad26 ເຊິ່ງເຄີຍນຳໄປໃຊ້ໃນວັກຊີນອີໂບລາ ມາໃສ່ຍີນໄວຣັສໂຄວິດ-19 ເພື່ອໃຫ້ເຊວຂອງມະນຸດທີ່ໄດ້ຮັບວັກຊີນພັດທະນານັ້ນໃຫ້ມີພູມຕ້ານທານໃນຮ່າງກາຍ ໂດຍເພິ່ມເຂົ້າສູ່ການທົດລອງໄລຍະທີ 3 ເຊິ່ງເປັນໄລຍະສຸດທ້າຍເມື່ອທ້າຍເດືອນທີ່ຜ່ານມາ ໂດຍຕັ້ງເປົ້າໝາຍການທົດລອງກັບອາສາສະມັກ 60,000 ຄົນ.

ເຖິງແມ່ນວ່າຈະຫຼ້າຊ້າກວ່າວັກຊີນຂອງບໍລິສັດຢາອື່ນໆ ແຕ່ຫຼາຍຝ່າຍກໍຄາດຫວັງເຖິງປະສິຕິພາບໃນວັກຊີນຂອງ ຈອນສັນແອນຈອນສັນ ເນື່ອງຈາກມີຄຸນສົມບັດທີ່ບໍ່ຕ້ອງເກັບດ້ວຍການແຊ່ແຂງ ແລະ ໃຊ້ວັກຊີນພຽງ 1 ໂດສ ຈາກປົກກະຕິທີ່ວັກຊີນຂອງບໍລິສັດອື່ນຕ້ອງໃຫ້ເຖິງ 2 ໂດສ.

ທີ່ມາ: https://www.facebook.com/workpointTODAY/photos/a.153956988306921/1429816840720923/

https://www.nytimes.com/…/10/12/world/coronavirus-covidhttps://www.straitstimes.com/…/johnson-johnson-covid-19…