“The International 2020” ການແຂ່ງຂັນເກມ DOTA 2 ສ້າງສະຖິຕິໃຫມ່ອີກຄັ້ງ ເງິນຮາງວັນລວມສູງສຸດ 40 ລ້ານໂດລາສະຫະລັດ


ເຫຼົ່າເກມເມີໜ້ອຍຫຼາຍທີ່ຈະບໍ່ຮູ້ຈັກເກມ DOTA2 ເກມ MOBA ທີ່ເປັນຕົ້ນແບບໃຫ້ກັບເກມ MOBA ຍຸກປັດຈຸບັນຫຼາຍເກມ. ເປັນທີ່ຮູ້ຈັກກັນດີວ່າ DOTA2 ນັ້ນສ້າງຂຶ້ນມາຫຼາຍກວ່າ 10 ປິແລ້ວ ແຕ່່ການແຂ່ງຂັນທີ່ໃຫຍ່ທີ່ສຸດຂອງເກມນີ້ແມ່ນຫາກໍເລີ່ມຂຶ້ນຄັ້ງທຳອິດເມື່ອປິ 2011 ຊື່ວ່າ The International 2011 ຫຼື ເອີ້ນກັນສັ້ນໆວ່າ Ti1 ເປັນການແຂ່ງຂັນ DOTA2 ຊິງແຊັມໂລກຄັ້ງທໍາອິດ, ຈົນຮອດປັດຈຸບັນປີ 2020 ນີ້ກໍເປັນຄັ້ງທີ 10 ພໍດີ. ເຊິ່ງໃນການແຂ່ງຂັນແຕ່ລະປີ ຜູ້ຫຼິ້ນທົ່ວໂລກກໍຍັງຮ່ວມກັນສ້າງສະຖິຕິໃໝ່ຈົນກາຍເປັນການແຂ່ງຂັນເກມທີ່ມີເງິນຮາງວັນສູງທີ່ສຸດໃນໂລກ ແລະ ເປັນການແຂ່ງຂັນ E-sport ທີ່ໃຫຍ່ທີ່ສຸດໃນໂລກຢູ່ທຸກໆຄັ້ງ.

ແລະ The International 2020 ປີນີ້ ເຖິງແມ່ນວ່າຈະບໍ່ໄດ້ຈັດການແຂ່ງຂັນ ເພາະການແຂ່ງນັ້ນເລື່ອນໄປແບບບໍ່ມີກຳນົດຍ້ອນ Covid-19 ແຕ່ບັນດາຜູ້ຫຼິ້ນ DOTA2 ກໍຍັງບໍ່ຢຸດຢັ້ງການຈ່າຍເງິນເພື່ອຊື້ Battle Pass ຮ່ວມກິດຈະກຳປະຈຳປີຂອງເກມ DOTA2 ກ່ອນການແຂ່ງຂັນ Ti10 ຮ່ວມສ້າງສະຖິຕິໃໝ່ຂອງລາຍການນີ້ ໂດຍມີຍອດເງິນລວມຢູ່ທີ່ 40,018,195 ໂດລາສະຫະລັດ ທຳລາຍສະຖິຕິເກົ່າຂອງປິ 2019 ທີ່ເຮັດໄວ້ 34,330,068 ໂດລາສະຫະລັດ.

ເງິນຮາງວັນຂອງ The International ນັ້ນມາຈາກເງິນຮາງວັນຕັ້ງຕົ້ນ 1,600,000 ໂດລາ ບວກກັບ 25% ຂອງຍອດຂາຍໄອເທັມໃນ Battle Pass ທີ່ເປີດໃຫ້ຜູ້ຫຼິ້ນໄດ້ຊື້ພາຍໃນເກມ.

ຂໍ້ສັງເກດທີ່ໜ້າສົນໃຈແມ່ນ The International 2020 Battle Pass ນັ້ນເປີດຂາຍທັງຫມົດ 137 ມື້ ເຊິ່ງຫຼາຍກວ່າປີ 2019 ທີ່ເປີດຂາຍພຽງ 111 ມື້ ແລະ ຖ້າທຽບກັນໃນວັນທີ 111 ນັ້ນເງິນຮາງວັນກໍຢູ່ທີ່ 37 ລ້ານໂດລາແລ້ວ ເຊິ່ງກໍຍັງຖືວ່າທຳລາຍສະຖິຕິຢູ່ດີ.
ທັງນີ້ Valve ເຈົ້າຂອງລິຂະສິດ DOTA2 ຍັງບໍ່ໄດ້ອອກມາຊີ້ລາຍລະອຽດວ່າຈະຈັດສັນເງິນລາງວັນລວມນີ້ແບບໃດ ເນື່ອງຈາກການແຂ່ງຂັນຖືກເລື່ອນໄປປີໜ້າແລ້ວ.

ຂອບໃຈຂໍ້ມມູນຈາກ: https://www.blognone.com/node/118949