ຮູ້ແລ້ວບໍ່ ການກາລຸນຍະຄາດ ຄືອີຫຍັງ?


ການກາລຸນຍະຄາດ ເປັນຄືການອະນຸຍາດໃຫ້ເຮົາສາມາດປິດຊີວິດຕົນເອງໄດ້ ດ້ວຍເງື່ອນໄຂຕາມທີ່ກຳນົດ ເຊິ່ງຍັງເປັນທີ່ຖົກຖຽງກັນຢູ່ທົ່ວໂລກ ບາງປະເທດອະນຸຍາດ ແລະ ສະໜັບສະໜູນກັນຢ່າງເຕັມທີ່ ແຕ່ບາງປະເທດຍັງເປັນສິ່ງທີ່ຜິດກົດໝາຍ ແລະ ເປັນຄວາມຜິດທາງອາຍາ ລວມເຖິງກໍລະນີເລື່ອງຂອງບາບບຸນ.

ໃນຊ່ວງປີທີ່ຜ່ານມາຄຳວ່າ ກາລຸນຍະຄາດ ເປັນຄຳທີ່ຜູ້ຄົນເລິ່ມຄຸ້ນຫູກັນຫຼາຍຂື້ນຈາກເລື່ອງລາວຂອງ  Kob ‘Young Thai ທີ່ຕັດສິນໃຈເຂົ້າຮັບກາລຸນຍະຄາດທີ່ປະເທດ Switzerland ລາວໄດ້ປ່ວຍເປັນໂຣກເນື້ອງອກໃນສະໝອງ ແລະ ອະທິບາຍເຫດຜົນໃນການຕັດສິນໃຈເທື່ອນີ້ເອົາໄວ້ວ່າ ລາວບໍ່ຢາກໃຫ້ພໍ່ແມ່ຕ້ອງມາເບິ່ງແຍງ ຫາກລາວຕ້ອງເປັນອຳມະພາດເພາະການຜ່າຕັດເທື່ອຕໍ່ໄປ.

ການກາລຸນຍະກຳແບ່ງອອກເປັນ 3 ແບບຄື:

  1. ການການລຸນຍະຄາດແບບຮັບ.

ເມື່ອການຮັກສາດຳເນີນມາເຖິງຂີດສຸດ ທາງທ່ານໝໍ ແລະ ຄອບຄົວຕັດສິນໃຈບໍ່ຮັກສາຕໍ່ເພື່ອໃຫ້ຜູ້ປ່ວຍບໍ່ຕ້ອງທົນທຸກຈາກການຮັກສາ ນັບວ່າເປັນວິທີປົກກະຕິທີ່ຖືກກົດໝາຍໃນຫຼາກຫຼາຍປະເທດ.

  • ການກາລຸນຍະຄາດແບບສະຫງົບ.

ເປັນການກາລຸນຍະຄາດໂດຍການຍຸຕິການໃຫ້ປັດໄຈດຳລົງຊີວິດແກ່ຜູ້ປ່ວຍເປັນວິທີເລັ່ງໃຫ້ຜູ້ປ່ວຍເສຍຊີວິດ.

  • ການກາລຸນຍະຄາດແບບບຸກ.

ເປັນການກາລຸນຍະຄາດໂດຍການໃຫ້ສານ ຫຼື ວັດຖຸເລັ່ງໃຫ້ຜູ້ປ່ວຍເສຍຊີວິດເຊິ່ງເປັນການກາລຸນຍະຄາດທີ່ເຮົາຈະເວົ້າເຖິງໃນມື້ນີ້.

ນອກເໜືອນຈາກປະເດັນ ກາລຸນຍະຄາດ ທີ່ເປັນທີ່ຮູ້ຈັກກັນຫຼາຍຂື້ນຍັງລວມເຖິງປະເດັນວ່າເປັນຫຍັງ Kob ‘Young Thai ຕ້ອງພາຕົນເອງໄປໄກເຖິງ Switzerland ເພາະຖ້າໃຜຈັກຄົນຄິດທີ່ຢາກຈົບຊີວິດ ການຕາຍຢູ່ບ້ານເກິດເມືອງນອນໜ້າຈະເປັນເລື່ອງອຸ່ນໃຈກວ່າ ແລະ ໜ້າຈະມີຄ່າໃຊ້ຈ່າຍນ້ອຍກວ່າອີກດ້ວຍ.

ບັນດາປະເທດທີ່ຖືກກົດໝາຍມີດັ່ງນີ້: ສະວິດເຊີແລນ, ເນເທີແລນ, ເບວຢຽມ, ລຸກຊຳບວກ, ຄານາດາ, ໂຄລອມເບຍ, ອອສເຕຣເລຍ, ສະຫະລັດອາເມຣິກາ, ຝຣັ່ງ ແລະ ນິວຊີແລນ. ໂດຍແຕ່ລະປະເທດກໍມີເງື່ອນໄຂ ແລະ ພື້ນທີ່ອະນຸຍາດແຕກຕ່າງກັນອອກໄປທັ້ງນີ້ກໍມີທັ້ງຝ່າຍທີ່ເຫັນດີ ແລະ ທີ່ບໍ່ເຫັນດີ.

ຕົວຢ່າງ: ຜູ້ທີ່ຕ້ອງການເຂົ້າຮັບການກາລຸນຍະຄາດກໍຄືກຸ່ມ:

  • ຜູ່ປ່ວຍທີ່ເປັນໂຣກຮ້າຍແຮງທີ່ບໍ່ສາມາດຮັກສາໃຫ້ຫາຍໄດ້.
  • ຜູ້ໄດ້ຮັບຄວາມເຈັບປວດຈາກພາວະ Disability ຈົນບໍ່ສາມາດທົນໄດ້.
  • ຜູ້ໄດ້ຮັບຄວາມເຈັບປວດທີ່ບໍ່ສາມາດຄວບຄຸມໄດ້ ຫຼື ບໍ່ສາມາດທົນໄດ້ ແລະ ບໍ່ມີວິທີບັນເທົາອາການເຈັບປ່ວຍນີ້ເຊິ່ງຈະຂື້ນຢູ່ກັບການປະເມິນຂອງທ່ານໝໍ.

ໃນປະເທດທີ່ເລື່ອງນີ້ຍັງບໍ່ຖືກກົດຫມາຍ ການທີ່ຄົນປ່ວຍຮຽກຮ້ອງໃຫ້ຫມໍເຮັດການ ກາລຸນຍະຄາດ ຖ້າຫມໍລົງມືເຮັດ ຈະຖືວ່າຫມໍເຮັດຜິດກົດຫມາຍ ແລະໄດ້ຮັບໂທດທາງອາຍາ ຖານຄາດຕະກຳຄົນ. ນອກນັ້ນສາສະຫນາຂອງບາງປະເທດ ຍັງຖືວ່າການ ກາລຸນຍະຄາດ ເປັນຄວາມຜິດຮ້າຍແຮງໃນທາງສາສະຫນາ ເປັນຄົນບາບ ເປັນຄົນທີ່ພະເຈົ້າບໍ່ຕ້ອງການ ແລະອື່ນໆ. ເຮັດໃຫ້ເລື່ອງນີ້ຍັງເປັນເລື່ອງທີ່ມີການໂຕ້ແຍ້ງກັນໃນຫລາຍໆປະເທດ.

ເມື່ອກັບມາເບິ່ງໃນມຸມມອງຂອງຄົນທີ່ຕ້ອງການ ກາລຸນຍະຄາດ ນັ້ນກໍຫມາຍເຖິງສິດທິໃນລົມຫັນໃຈຂອງຕົນເອງ ເຊິ່ງໃນມຸມມອງນີ້ກໍເບິ່ງຄືກັບວ່າ ລັດຖະບານທີ່ບໍ່ອະນຸຍາດໃຫ້ມີກົດຫມາຍເລື່ອງດັ່ງກ່າວ ກຳລັງບໍ່ໃຫ້ສິດແກ່ຊີວິດຂອງຄົນໃນການເລືອກທີ່ຈະຢູ່ຫລືບໍ່ຢູ່. ຄຳຖາມຄືທ່ານຄຶດວ່າຄວນມີກົດຫມາຍເລື່ອງນີ້ຫລືບໍ່?

ທີ່ມາ:

https://www.facebook.com/brandthink.me/photos/a.1767934240198787/2851192468539620/?type=3&theater