ເດັກຍິງອໍທິສຕິກທີ່ມີ IQ ຮອດ 162 ຫຼາຍກວ່າ Albert Einstein


ເມື່ອວັນທີ ­9 ພຶດສະພາ 2023 ທີ່ຜ່ານມາ ສຳນັກງານຂ່າວ Daily mail ໄດ້ລາຍງານວ່າ Adhara Pérez Sánchez ອາຍຸ 11 ປີ ເດັກຍິງຈາກປະເທດ ເມັກຊິໂກ ໄດ້ຖືກກວດພົບວ່າເປັນອໍທິສຕິກຕັ້ງແຕ່ອາຍຸ 3 ປີ ຫຼ້າສຸດມີິຜົນກວດສອບທາງດ້ານສະຕິປັນຍາ ຫຼື IQ ສູງຮອດ 162 ເຊິ່ງສູງກວ່າ Albert Einstein.

Adara Pérez Sánchez ຮຽນຈົບຊັ້ນປະຖົມສຶກສາໃນຕອນອາຍຸ 5 ປີ ແລະ ຈົບມັດທະຍົມສຶກສາຫຼັງຈາກນັ້ນພຽງ 1 ປີ. ຕອນອາຍຸ 11 ປີ ຍັງໄດ້ຮັບປະລິນຍາຕີສາຂາວິສະວະກຳ ແລະ ກຳລັງຈະໄດ້ຮັບປະລິນຍາໂທດ້ານວິສະວະກຳ ອີກດ້ວຍ. ໂດຍຄວາມໃຝ່ຝັນຂອງລາວຄືການໄດ້ເປັນນັກບິນອະວະກາດ ແລະ ໄປຕັ້ງຖິ່ນຖານຢູ່ເທິງດາວອັງຄານ.

ໂດຍໃນລາຍງານໄດ້ລະບຸວ່າ Adara Pérez Sánchez ມັກຈະຖືກຂົ່ມເຫັງຢູ່ໃນໂຮງຮຽນເນື່ອງຈາກເປັນອໍທິສຕິກ. ຕໍ່ມາຫຼັງຈາກ Adara Pérez Sánchez ຖືກກວດພົບວ່າເປັນອໍທິສຕິກ ກໍເຮັດໃຫ້ຕ້ອງຍ້າຍໂຮງຮຽນຮອດ 3 ເທື່ອ ສາຫາດມາຈາກທັກສະທາງຄຳເວົ້າໄດ້ຖົດຖອຍລົງ ແລະ ພຶດຕິກຳອື່ນ ເຮັດໃຫ້ຈຳເປັນຕ້ອງຍ້າຍໂຮງຮຽນ ຈົນເຮັດໃຫ້ລາວກາຍເປັນໂຣກຊຶມເສົ້າ.

ໃນເວລາຕໍ່ມາ ຜູ້ເປັນແມ່ກໍໄດ້ເລີ່ມສັງເກດລູກສາວຂອງຕົນເອງ ແລ້ວພົບວ່າ Adara Pérez Sánchez ສາມາດຮຽນພຶດຊະຄະນິດດ້ວຍຕົນເອງ ແລະ ຈື່ຕາຕະລາງທາດໄດ້ ແຕ່ຜູ້ເປັນແມ່ກັບຍັງບໍ່ໄດ້ຄິດຍັງເທື່ອ. ແມ່ເອງກໍພະຍາຍາມຫາວິທີບຳບັດອາການຊຶມເສົ້າຂອງລູກສາວ ແລະ ໄດ້ລົງທະບຽນເຂົ້າບຳບັດຢູ່ທີ່ Center for Attention to Talent (CEDAT) ເຊິ່ງເປັນໂຮງຮຽນເດັກທີ່ມີພອນສະຫວັນ ເຊິ່ງ Adara Pérez Sánchez ກໍເປັນເດັກທີ່ມີພອນສະຫວັນແທ້ໆ ເພາະໄດ້ຮັບການຢືນຢັນວ່າມີ IQ ສູງຮອດ 162 ໂດຍທີ່ຕົວລາວເອງກໍມີຄວາມຝັນສຸດແສນຈະຍິ່ງໃຫຍ່ວ່າ ຢາກເຮັດວຽກຢູ່ NASA ແລະ ຝັນຢາກຈະສຳຫຼວດດາວອັງຄານ ຢາກໄປອະວະກາດ ແລະ ຕັ້ງຖິ່ນຖານຢູ່ບ່ອນນັ້ນ ໂດຍໄດ້ໃຫ້ສຳພາດຄັ້ງນີ້ກັບສຳນັກຂ່າວວ່າ “ຖ້າເຈົ້າບໍ່ມັກກັບສະຖານີທີ່ເຈົ້າຢູ່ ລອງຈິນຕະການວ່າເຈົ້າຢາກຈະຢູ່ໃສ ສ່ວນຂ້ອຍເຫັນຕົນເອງຢູ່ NASA ດັ່ງນັ້ນມັນຈຶ່ງກຸ້ມຄ່າທີ່ຈະໄດ້ລອງ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/