ນັກກິລາອີສະປອດລາວ ຄວ້າຫຼຽນທອງທຳອິດໃຫ້ວົງການອີສະປອດລາວ ໃນເວທີລະດັບ ພາກພື້ນ ຊີເກມ 32


ເອີ້ນໄດ້ວ່າເປັນອີກໜຶ່ງຫຼຽນໃນປະຫວັດສາດຂອງວົງການອີສະປອດລາວ ຫຼັງຈາກນັກກິລາອີສະປອດລາວ ປະເພດທີມປະສົມຍິງ-ຊາຍ ລາຍການ Crossfire ສາມາດຄວ້າຫຼຽນທອງທໍາອິດໃຫ້ວົງການອີສະປອດລາວ ໃນເວທີລະດັບ ພາກພື້ນ ຊີເກມ 32.

ໂດຍຜົນງານໃນລາຍການນີ້ ຮອບແບ່ງກຸ່ມ ນັກກິລາລາວຊະນະ 1 ເສຍ 1 ໂດຍສະເພາະ ຊະນະເຈົ້າພາບ, ເຂົ້າມາຮອບຮອງຊະນະເລີດ ເສຍໃຫ້ ອິນໂດເນເຊຍ 0-2 ຈຶ່ງໄດ້ຫຼຽນທອງຮ່ວມກັບ ຟິລິບປິນ, ຫຼຽນຄຳ ເປັນຂອງ ຫວຽດນາມ ຊະນະ ອິນໂດເນເຊຍ 3-0 ອິນໂດເນເຊຍ ໄດ້ຫຼຽນເງິນ.

ໂດຍທາງສະຫະພັນ ອີສະປອດ ແຫ່ງປະເທດລາວ ໄດ້ລະບຸເຖິງຄວາມສຳເລັດ ຄວາມປະທັບໃຈ ແລະ ບາດກ້າວທີ່ສຳຄັນຄັ້ງນີ້ວ່າ: ຫຼຽນທອງແດງນີ້ ອາດຈະເປັນຫຼຽນທີ່ 1.000 ຂອງປະເທດ ແຕ່ນີ້ເປັນ ຫຼຽນທຳອິດຂອງກິລາອີສະປອດລາວ ໃນເວທີ ຊີເກມ ໂດຍສະເພາະຂອງປີ 2023 ຈາກທີມ ຊາດລາວ Crossfire ປະເພດ FPS PC ເຖິງມີຄວາມຫຍຸ້ງຍາກກ່ຽວກັບຕົວເກມ ແລະ ບໍ່ມີການເຄື່ອນໄຫວໃນລາວຫຼາຍ ແຕ່ຜົນງານກໍອອກມາໜ້າພໍໃຈ”.

ແຕ່ຢ່າງໃດກໍຕາມ ການເດີນທາງຂອງ ນັກກິລາ ອີສະປອດໃນການໄລ່ລ່າຄວາມສຳເລັດໃນການແຂ່ງຂັນກິລາຊີເກມຄັ້ງນີ້ຍັງບໍ່ສິ້ນສຸດ ເພາະຍັງເຫຼືອອີກ 4​ລາຍການທີ່ຕ້ອງລົງຫຼິ້ນ ປະກອບມີ: Mobile Legends Bang Bang ປະເພດທີມຍິງ ຈະແຂ່ງໃນວັນທີ 10-11/5/2023; PUBGM ປະເພດທີມ ຈະແຂ່ງໃນວັນທີ 11-14/5/2023; Mobile Legends Bang Bang ປະເພດທີມຊາຍ ຈະແຂ່ງໃນວັນທີ 12-14/5/2023 ແລະ PUBGM ປະເພດດ່ຽວ ຈະແຂ່ງໃນວັນທີ 15/5/2023.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/