Goldman Sachs, Microsoft, Deloitte ເເລະ ບໍລິສັດອື່ນໆໄດ້ຮ່ວມມືກັນ ເພື່ອເປີດຕົວ Blockchain ໃໝ່


Goldman Sachs, Microsoft, Deloitte ເເລະ ກຸ່ມບໍລິສັດຍັກໃຫຍ່ອື່ນໆໄດ້ຈັບມືກັນເພື່ອເປີດຕົວລະບົບເຄືອຂ່າຍໃໝ່ທີ່ໃຊ້ງານຜ່ານເທັກໂນໂລຢີ Blockchain ໂດຍລະບົບດັ່ງກ່າວມີຊື່ວ່າ “Canton Network”

ເມື່ອວັນທີ 9 ເດືອນພຶດສະພາທີ່ຜ່ານມາ, Digital Asset ເເລະ ຜູ້ເຂົ້າຮ່ວມຕະຫຼາດຊັ້ນນໍາປະກາດແຜນການທີ່ຈະເປີດຕົວ “Canton Network” ລະບົບເຄືອຂ່າຍ Blockchain ໃໝ່ ທີ່ມີຈຸດປະສົງເພື່ອເຊື່ອມເເອັບພິເຄຊັນຕ່າງໆຂອງສະຖາບັນເຂົ້າຮ່ວມກັນ.

ເຄືອຂ່າຍ Canton Network ຖືກຂຽນຂຶ້ນມາດ້ວຍພາສາ Daml smart contract ເຊິ່ງພັດທະນາໂດຍ Digital Asset ເພື່ອເຊື່ອມຕໍ່ກັບແອັບພິເຄຊັນຕ່າງໆ. ໂຄງ​ການ​ດັ່ງ​ກ່າວ​ມີ​ຈຸດ​ປະ​ສົງ​ເພື່ອ​ມອບໂຄງສ້າງພື້ນຖານເເບບ decentralized ໃຫ້ກັບລູກຄ້າຂອງສະຖາບັນ ເເລະ ຮັບປະກັນເລື່ອງຄວາມເປັນສ່ວນຕົວໄປນຳ.

ນອກຈາກນີ້ Canton Network ສາມາດຊ່ວຍໃຫ້ສະຖາບັນການເງິນປະສົບກັບສະພາບແວດລ້ອມທີ່ປອດໄພຍິ່ງຂຶ້ນ ແລະ ມີລະບົບ reconciliation-free ທີ່ຈະຊ່ວຍໃຫ້ສິນຊັບ, ຂໍ້ມູນ ແລະ ເງິນສົດສາມາດ synchronize ລະຫວ່າງເເອັບພິເຄຊັນຕ່າງໆໄດ້ຢ່າງອິດສະຫຼະ. ເພື່ອສ້າງໂອກາດໃຫ້ແກ່ສະຖາບັນການເງິນ ເພື່ອເພີ່ມປະສິດທິພາບຂອງການຄຸ້ມຄອງຄວາມສ່ຽງ ແລະ ນໍາໄປສູ່ການນໍາສະເໜີຜະລິດຕະພັນນະວັດກໍາໃໝ່ໃຫ້ແກ່ລູກຄ້າ.

ໂດຍຈະເລີີ່ມທົດສອບຄວາມສາມາດຂອງ Canton Network ໃນເດືອນກໍລະກົດທີ່ກຳລັງຈະມາເຖິງນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/