ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ມີມູນຄ່າການລົງທຶນຈາກວິສາຫະກິດເກືອບ 1,2 ຕື້ໂດລາ


ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ທີ່ຕັ້ງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທາງພາກເໜືອ ຂອງປະເທດລາວ ເປັນອີກໜຶ່ງເຂດເສດຖະກິດພິເສດທີ່ໃຫຍ່ເປັນອັນດັບຕົ້ນໆຂອງປະເທດລາວ, ໂດຍປັດຈຸບັນເຂດດັ່ງກ່າວ ສາມາດດຶງດູດການລົງທຶນ ຈາກບັນດານັກລົງທຶນ ແລະ ນັກທຸລະກິດ ທັງພາຍໃນ ແລະ ພາຍນອກ ໂດຍສະເພາະຊາວຈີນ ໄດ້ເກືອບ 1,2 ຕື້ໂດລາ.

ໂດຍຕົວເລກດັ່ງກ່າວ ຖືກລາຍງານໂດຍທ່ານ ສົມພອນ ສຸທໍາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃນໂອກາດທີ່ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ພົບປະແລກປ່ຽນບົດຮຽນ ແລະ ເຮັດວຽກຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມື່ອບໍ່ດົນມານີ້.

ໂດຍ ທ່ານ ສົມພອນ ກ່າວວ່າ: ປັດຈຸບັນ ໄດ້ມີບໍລິສັດເຂົ້າມາລົງທຶນທັງໝົດ 290 ບໍລິສັດ (ຂະແໜງການຄ້າ 90 ບໍລິສັດ, ການບໍລິການ 184 ບໍລິສັດ, ອຸດສາຫະກຳ 10 ບໍລິສັດ ແລະ ກະສິກໍາ 6 ບໍລິສັດ). ນອກນັ້ນ, ຍັງມີຫົວໜ່ວຍວິສາຫະກິດຂະໜາດນ້ອຍ ຈຳນວນ 1.846 ຫ້າງຮ້ານ ເຊິ່ງບັນດາວິສາຫະກິດຢູ່ພາຍໃນເຂດ ມີມູນຄ່າການລົງທຶນທັງໝົດ 1,2 ຕື້ກວ່າໂດລາ, ທຶນຈົດທະບຽນ 1,3 ຕື້ກວ່າໂດລາ; ມີພົນລະເມືອງທີ່ອາໄສຢູ່ພາຍໃນເຂດທັງໝົດ 60.359 ຄົນ, ໃນນັ້ນ, ເປັນພົນລະເມືອງລາວ 18.514 ຄົນ, ແຮງງານຕ່າງປະເທດ 41.845 ຄົນ, ສ່ວນໃຫຍ່ແມ່ນເຂົ້າມາກໍ່ສ້າງພື້ນຖານໂຄງລ່າງ ຍ້ອນການສະໜອງແຮງງານລາວມີຂໍ້ຈຳກັດ; ໄດ້ເກັບພັນທະຈາກອາກອນມອບເໝົາ ທັງໝົດ 446 ຕື້ກວ່າກີບ, ສຳລັບໄລຍະ 10 ເດືອນ ຂອງປີ 2023 ສາມາດເກັບພັນທະໄດ້ 96 ຕື້ກວ່າກີບ.

ໂດຍຄຽງຄູ່ກັບການມອບພັນທະເຂົ້າງົບປະມານຂອງລັດ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຍັງໄດ້ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງຢູ່ພາຍໃນເຂດ ເປັນຕົ້ນ: ການກໍ່ສ້າງເສັ້ນທາງເບຕົງແຕ່ບ້ານນໍ້າເກິ່ງ ຫາ ບ້ານມອມ, ການກໍ່ສ້າງໂຄງການປ້ອງກັນຕາຝັ່ງເຈື່ອນ, ການກໍ່ສ້າງສະໜາມບິນສາກົນ, ການກໍ່ສ້າງໂຮງແຮມ 5 ດາວ, ຮ້ານອາຫານ, ຮ້ານຄ້າ ແລະ ພື້ນຖານໂຄງລ່າງອື່ນໆພາຍໃນເຂດ.

ແຕ່ຢ່າງໃດກໍຕາມ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ກໍຍັງເປັນອີກໜຶ່ງເຂດເສດຖະກິດພິເສດ ທີ່ຫຼາຍຄົນສະແດງຄວາມກັງວົນ ວ່າເປັນເຂດທີ່ມີການເຮັດຜິດລະບຽບກົດໝາຍຢູ່ ໂດຍສະເພາະໃນເລື່ອງຂອງການຄ້າມະນຸດ ແລະ ເປັນສະຖານທີ່ ທີ່ນັກຕົ້ມຕຸນໃຊ້ເປັນສຳນັກງານ.

ໂດຍໂອກາດດັ່ງກ່າວ ທ່ານ ຄໍາພັນ ພົມມະທັດ ຮຽກຮ້ອງມາຍັງສະພາບໍລິຫານຂອງເຂດ, ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຍົກສູງການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ໃຫ້ເພີ່ມການຄຸ້ມຄອງຕາມລະບຽບກົດໝາຍຍິ່ງຂຶ້ນ, ສົ່ງເສີມແຕ່ລະດ້ານຢ່າງຈະແຈ້ງ, ບັນດານິຕິກໍາ, ລະບຽບການທີ່ໄດ້ຕົກລົງເປັນເອກະພາບກັນແລ້ວ ຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດ, ຄຸ້ມຄອງໃຫ້ຖືກຕ້ອງຕາມກົດໝາຍ ເພື່ອອັດຊ່ອງວ່າງແນວບໍ່ດີ, ຫຼີກເວັ້ນຂໍ້ຖົກຖຽງ ແລະ ຫາງສຽງຈາກສັງຄົມ, ຕ້ອງມີການປະສານງານກັນລະຫວ່າງການຈັດຕັ້ງຂອງລັດກັບຜູ້ລົງທຶນ ໃນການຫາທາງອອກທີ່ຖືກຕ້ອງ, ສອດຄ່ອງກັບພາລະບົດບາດ, ລະບຽບກົດໝາຍ; ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງລັດ ແລະ ຜູ້ປະກອບການ ມີການຕິດຕາມ, ກວດກາຄືນ ບັນດາໜ້າວຽກທີ່ກໍານົດໃນແຜນພັດທະນາ ເປັນແຕ່ລະໄລຍະ, ຫັນການເຝິກອົບຮົມ ສ້າງວິຊາຊີບ ເພື່ອສົ່ງເສີມແຮງງານພາຍໃນ, ຕ້ອງມີການສະຫຼຸບຖອດຖອນບົດຮຽນ, ສືບຕໍ່ສ້າງປັດໄຈໃໝ່ ໃນການປັບປຸງການຄຸ້ມຄອງຂອງລັດຕໍ່ໂຄງການລົງທຶນຕ່າງໆ ແລະ ພ້ອມກັນນໍາເອົາບັນດາບົດຮຽນຜົນສໍາເລັດໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງຕົນຢ່າງມີປະສິດທິຜົນສູງຂຶ້ນກວ່າເກົ່າ.

https://www.facebook.com/PasaxonNewspaper/posts/pfbid02X6fx23WSDjMdqX4rqd6faw7TzE8Dfa9orubA7vfxRfiFncSiZys1CLgjZ3DguZJwl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/