ອິນເດຍມີການເຕີບໂຕທາງດ້ານເສດຖະກິດໄວທີ່ສຸດໃນໂລກ ແລະ ກຽມທີ່ຈະແຊງໜ້າຍີ່ປຸ່ນຂຶ້ນເປັນອັນດັບ 2 ຂອງອາຊີໃນອີກ 7 ປີຕໍ່ໜ້າ


ອີງຕາມຂໍ້ມູນຈາກ S&P Global Market Intelligence, ເສດຖະກິດໃນອິນເດຍໄດ້ມີການເຕິບໂຕຢ່າງວ່ອງໄວໃນປີ 2021 – 2022 ແລະ ຍັງຄົງສະແດງຄວາມເຂັ້ມແຂງໃນການເຕີບໂຕຢ່າງຕໍ່ເນື່ອງໃນປີ 2023. ໂດຍມີການຄາດການວ່າ ​ເສດຖະກິດຂອງ​ອິນ​ເດຍຈະ​ແຊງໜ້າ​ຍີ່​ປຸ່ນ​ກາຍ​ເປັນ​ເສດຖະກິດ​ໃຫຍ່​ອັນ​ດັບ 3 ​ຂອງໂລກດ້ວຍ GDP 7.3 ພັນຕື້ໂດລາໃນປີ 2030 ​ແລະ ​​ກາຍເປັນອັນ​ດັບ​ 2 ຂອງອາຊີ​.

ຜະລິດຕະພັນລວມຂອງປະເທດ (GDP) ຂອງອິນເດຍຄາດວ່າຈະມີການເຕີບໂຕ 6.2% – 6.3% ໃນປີງົບປະມານທີ່ສິ້ນສຸດໃນເດືອນມີນາ 2024, ເຮັດໃຫ້ມັນກາຍເປັນເສດຖະກິດທີ່ສໍາຄັນທີ່ເຕີບໂຕໄວທີ່ສຸດໃນປີງົບປະມານນີ້ ໂດຍເສດຖະກິດ​ໃຫຍ່​ອັນ​ດັບ​ 3 ຂອງ​ອາຊີ​ນັ້ນໄດ້​ເຕີບ​ໂຕເຖິງ 7,8% ​ໃນ​ໄຕ​ມາດ​ເດືອນ​ເມສາ​ຫາ​ເດືອນ​ມິຖຸນາ.

S&P Global ກ່າວວ່າ “ທ່າອ່ຽງເສດຖະກິດໃນໄລຍະສັ້ນແມ່ນການຂະຫຍາຍຕົວຢ່າງໄວວາຢ່າງຕໍ່ເນື່ອງໃນປີ 2023 ແລະ 2024, ໂດຍໄດ້ຮັບແຮງຊຸກຍູ້ຈາກການເຕີບໂຕທີ່ເຂັ້ມແຂງຂອງຄວາມຕ້ອງການພາຍໃນປະເທດ.

​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ລັດຖະບານອິນເດຍໄດ້ປະ​ຕິ​ບັດ​ນະ​ໂຍ​ບາຍ​ປະ​ຕິ​ຮູບ​ເສດ​ຖະ​ກິດຫຼາຍຢ່າງເພື່ອປັບປຸງສະພາບແວດລ້ອມເສດຖະກິດ​ ແລະ ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ເຂົ້າສູ່​ອິນ​ເດຍ, ໂດຍນະໂຍບາຍເຫຼົ່ານີ້ລວມທັງການຫຼຸດຜ່ອນພາສີ, ອໍານວຍຄວາມສະດວກໃນການເຂົ້າມາເຮັດທຸລະກິດ ແລະ ການເປີດເສລີທາງດ້ານການຄ້າ.

ເຊິ່ງນີ້ສະທ້ອນໃຫ້ເຫັນເຖິງການເຕີບໂຕໃນໄລຍະຍາວທີ່ດີສໍາລັບເສດຖະກິດອິນເດຍ ໂດຍໄດ້ຮັບການຊ່ວຍເຫຼືອຈາກປະຊາກອນໄວແຮງງານທີ່ມີຂະໜາດໃຫຍ່ ແລະ ລາຍຮັບຂອງຄົວເຮືອນໃນຕົວເມືອງທີ່ເພີ່ມຂຶ້ນຢ່າງໄວວາ”

ພາກການ​ຜະ​ລິດ​ຜະ​ລິດ​ຂອງ​ອິນ​ເດຍ​ໄດ້ມີການເຕີບໂຕຢ່າງວ່ອງໄວໃນໄລຍະ 2 – 3 ປີທີ່ຜ່ານມາ, ໂດຍ​ຄິດ​ເປັນ 18% ຂອງ GDP ໃນ​ປັດ​ຈຸ​ບັນ ແລະ ຄາດວ່າຈະເຕີບໂຕ​ເປັນ 25% ພາຍ​ໃນ​ປີ 2030. ໃນພາກ​ສ່ວນ​ບໍ​ລິ​ການ​ຂອງ​ອິນເດຍ​ຄິດເປັນ 54% ຂອງ GDP ປັດຈຸບັນ ແລະ ຄາດວ່າຈະເຕີບໂຕເປັນ 60% ພາຍໃນປີ 2030.

ຕົວເລກ GDP ຂອງອິນເດຍທີ່ວັດເປັນສະກຸນເງິນໂດລາສະຫະລັດ ຄາດວ່າຈະເພີ່ມຂຶ້ນຈາກ 3.5 ພັນຕື້ໂດລາໃນປີ 2022 ເປັນ 7.3 ພັນຕື້ໂດລາໃນປີ 2030. ການຂະຫຍາຍຕົວທາງດ້ານເສດຖະກິດຢ່າງວ່ອງໄວນີ້ຈະເຮັດໃຫ້ຂະໜາດຂອງ GDP ຂອງອິນເດຍແຊງໜ້າ GDP ຂອງຍີ່ປຸ່ນໃນປີ 2030, ເຮັດໃຫ້ອິນເດຍກາຍເປັນປະເທດອັນດັບ 2 ທີ່ມີເສດຖະກິດໃຫຍ່ທີ່ສຸດໃນພາກພື້ນອາຊີ. ນອກຈາກນີ້ຍັງໄດ້ມີການຄາດການວ່າພາຍໃນປີ 2023, GDP ຂອງອິນເດຍຈະແຊງໜ້າ​​ເຢຍລະ​ມັນເຊັ່ນກັນ.

S&P Global ກ່າວ​ວ່າ “ອິນເດຍຍັງໄດ້ຮັບແຮງຊຸກຍູ້ທີ່ສຳຄັນຈາກຫຼາຍປະການເພື່ອເປັນແຮງຂັບເຄື່ອນໃນການເຕີບໂຕທາງດ້ານເສດຖະກິດເຊັ່ນ: ຊົນຊັ້ນກາງທີ່ມີຂະໜາດໃຫຍ່ ແລະ ມີິການເຕີບໂຕຢ່າງວ່ອງໄວ, ການປ່ຽນແປງ ແລະ ການເຕີບໂຕທາງດ້ານດິຈິຕອນຂອງອິນເດຍ, ການໄຫຼເຂົ້າຂອງລົງທຶນໂດຍກົງຈາກຕ່າງປະເທດ (FDI)…”

ໂດຍລວມແລ້ວຄາດວ່າອິນເດຍຈະຍັງຄົງເປັນໜຶ່ງໃນປະເທດທີ່ມີເສດຖະກິດທີ່ເຕີບໂຕໄວທີ່ສຸດໃນໂລກໃນທົດສະວັດຂ້າງໜ້າ. ການ​ກ້າວ​ຂຶ້ນ​ເປັນເສດຖະກິດໃຫຍ່ເປັນອັນດັບ 3 ຂອງໂລກຂອງ​ອິນ​ເດຍ​​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ພາກພື້ນອາຊີ ​ແລະ ​ໂລກໂດຍລວມ. ອິນ​ເດຍ​ຈະ​ກາຍ​ເປັນ​ຕະ​ຫຼາດ​ຜູ້​ບໍ​ລິ​ໂພກ​ທີ່​ສໍາ​ຄັນ​ ແລະ ​ເປັນ​ແຫຼ່ງ​ທີ່​ສໍາ​ຄັນ​ຂອງ​ການ​ຜະ​ລິດ​ສິນ​ຄ້າ​ ແລະ ​ການ​ບໍ​ລິ​ການທີ່ສຳຄັນ​ຂອງ​ໂລກ​.

ຍິ່ງ​ໄປ​ກວ່າ​ນັ້ນ, ການ​ປາກົດ​ຕົວ​ຂອງ​ອິນ​ເດຍ​ໃນ​ຖານະ​ເປັນ​ເສດຖະກິດ​ໃຫຍ່​ອັນ​ດັບ​ສາມ​ຂອງ​ໂລກ​ໄດ້​ສະທ້ອນ​ເຖິງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ອາຊີ ເຊິ່ງ​ກາຍ​ເປັນ​ສູນ​ກາງ​ເສດຖະກິດ​ຂອງ​ໂລກ.

ທີ່ມາ:

facebook

bangkokbiznews

business

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/