IMF ເຜີຍສັດສ່ວນເງິນໂດລາ ໃນຄັງສຳຮອງລະຫວ່າງປະເທດ ທົ່ວໂລກ ຫຼຸດລົງຕໍ່າສຸດ ໃນຮອບ 25 ປີ ສະທ້ອນຄວາມບໍ່ແນ່ນອນຂອງເສດຖະກິດໂລກ


ກອງ​ທຶນ​ການ​ເງິນ​ສາ​ກົນ (IMF) ໄດ້​ເປີດ​ເຜີຍ​ຂໍ້​ມູນ​ໃນ​ວັນ​ສຸກ ທີ 22 ທັນ​ວາທີ່ຜ່ານມານີ້ວ່າ ໄດ້ປັບອັດ​ຕາ​ສ່ວນ​ຂອງ​ເງິນ​ໂດ​ລາ​ໃນ​ຄັງ​ສໍາ​ຮອງ​ທະ​ນາ​ຄານ​ກາງຕ່າງໆຂອງທົ່ວ​ໂລກນັ້ນ​ຫຼຸດ​ລົງ​ໃນ​ໄຕ​ມາດ​ທີ 3 ຂອງ​ປີ​ນີ້, ເຫຼືອພຽງ 59.2%  ສະທ້ອນຄວາມບໍ່ແນ່ນອນໃນເສດຖະກິດໂລກ ໃນ​ຂະ​ນະ​ທີ່​ການ​ຖື​ຄອງ​ຂອງເງິນເຢນຍີ່ປຸ່ນເພີ່ມຂຶ້ນ.

ໂດຍ ​ກອງ​ທຶນ​ລະຫວ່າງປະເທດ (IMF) ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ວ່າ ເງິນໂດລາສະຫະລັດໃນຄັງສໍາຮອງຂອງທະນາຄານກາງທົ່ວໂລກຫຼຸດລົງພຽງແຕ່ 59% ຈາກ 60.5% ໃນໄຕມາດກ່ອນ ເຊິ່ງເປັນການ​​ຫຼຸດ​​ຕ່ຳ​ສຸດ​ໃນ​ຮອບ 25 ປີ. ແຕ່ແນວໃດກໍຕາມ, ເງິນໂດລາສະຫະລັດຍັງຄົງເປັນສະກຸນເງິນສຳຮອງຫຼັກຂອງໂລກ ກວມເອົາຫຼາຍກວ່າ 50% ຂອງຄັງສຳຮອງສາກົນທັງໝົດ.

ການຫຼຸດລົງສັດສ່ວນເງິນໂດລາ ໃນຄັງສຳຮອງລະຫວ່າງປະເທດ ນີ້ຊີ້ໃຫ້ເຫັນວ່າສະຖານະພາບຂອງເງິນໂດລາ ທີ່ເປັນສະກຸນເງິນຕົ້ນຕໍຂອງໂລກກໍາລັງຖືກທ້າທາຍຫຼາຍຂຶ້ນ ໂດຍ​ປະ​ເທດ​ຕ່າງໆ ແມ່ນກຳລັງກະຈາຍຄວາມສ່ຽງ ໂດຍການຖືຄອງສະກຸນເງິນອື່ນໆຫຼາຍຂຶ້ນ.

ໂດຍປັດໄຈຫຼັກທີ່ເຮັດໃຫ້ເງິນໂດລາສະຫະລັດຂາດຄວາມນິຍົມເປັນສະກຸນເງິນສຳຮອງຫຼັກຂອງໂລກນັ້ນ ຫຼັກໆແມ່ນມາຈາກນະໂຍບາຍການເງິນຂອງທະນາຄານກາງຂອງອາເມຣິກາ ຫຼື  Federal Reserve (FED) ທີ່ຂຶ້ນອັດຕາດອກເບ້ຍເພື່ອສະກັດກັ້ນອັດຕາເງິນເຟີ້ ເຮັດໃຫ້ເງິນໂດລາສະຫະລັດເຂັ້ມແຂງແລະເຮັດໃຫ້ປະເທດອື່ນໆສູນເສຍຄວາມສາມາດໃນການແຂ່ງຂັນ, ສົງຄາມລະຫວ່າງຣັດເຊຍ ແລະ ຢູເຄຣນ ທີ່ສົ່ງຜົນຕໍ່​ເສດຖະກິດ​ໂລກ​ໃຫ້ຜັນ​ຜວນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ຄວາມ​ສ່ຽງ​ຕໍ່​ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນ. ເຮັດໃຫ້ປະເທດທີ່ແຕກຕ່າງກັນ ຫັນໄປສະສົມໃນສະກຸນເງິນອື່ນໆໃນຄັງສຳຮອງຫຼາຍຂຶ້ນ. ນອກຈາກນີ້ກໍຍັງມີ ການຂະຫຍາຍຕົວຂອງເສດຖະກິດຈີນ ທີ່ເງິນ​ຢວນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນັກ​ລົງທຶນ​ຫຼາຍ​ກວ່າ​ເກົ່າ.

ການຫຼຸດລົງສ່ວນຂອງເງິນໂດລາສະຫະລັດໃນຄັງສຳຮອງລະຫວ່າງປະເທດ ອາດຈະສົ່ງຜົນກະທົບຕໍ່ເສດຖະກິດໂລກໃນຫຼາຍທາງ, ເຊັ່ນຄວາມຜັນຜວນຂອງຕະຫຼາດເງິນ ເນື່ອງຈາກປະເທດຕ່າງໆ ຫັນໄປສະສົມເງິນສະກຸນອື່ນເພີ່ມຂຶ້ນ ເຮັດໃຫ້ຄວາມຕ້ອງການເງິນໂດລາສະຫະລັດຫຼຸດລົງ ແລະ ເຮັດໃຫ້ເງິນໂດລາສະຫະລັດຕົກຕໍ່າລົງ, ຄວາມຄ່ອງຕົວຂອງນະໂຍບາຍການເງິນອາດຈະຫຼຸດລົງ ເນື່ອງຈາກປະເທດ ບໍ່ສາມາດອາໄສສະເພາະເງິນໂດລາ ໃນການຊຳລະໜີ້ສິນຕ່າງປະເທດໄດ້.ນອກຈາກນີ້ ຄວາມໝັ້ນຄົງດ້ານການເງິນອາດຫຼຸດລົງ ເນື່ອງຈາກປະເທດຕ່າງໆ ຈຳເປັນຕ້ອງມີນະໂຍບາຍການເງິນທີ່ເຄັ່ງຄັດກວ່າເກົ່າ ເພື່ອປົກປ້ອງມູນຄ່າຂອງສະກຸນເງິນຂອງຕົນເອງ.

ສຳລັບສັດສ່ວນຂອງເງິນ ຢູໂຣ ໃນຄັງສໍາຮອງເງິນຕາຕ່າງປະເທດນັ້ນຫຼຸດລົງເລັກນ້ອຍ, ເປັນ 19.6% ຈາກ 19.7%, ໃນຂະນະທີ່ຮຸ້ນຂອງເງິນເຢນຍີ່ປຸ່ນເພີ່ມຂຶ້ນເປັນ 5.5% ຈາກ 5.3%.

ສໍາລັບອັດຕາສ່ວນຂອງເງິນຢວນ ຈີນ, ປອນອັງກິດ, ໂດລາອອສເຕເລຍ ແລະ ໂດລາແຄນາດາ ລວມທັງຟຣັງສະວິດ, ແມ່ນເກືອບຈະບໍ່ມີການປ່ຽນແປງ. ໃນຂະນະດຽວກັນ ສັດສ່ວນຂອງສະກຸນເງິນອື່ນໆເພີ່ມຂຶ້ນເປັນ 3.9% ຂອງຄັງສໍາຮອງເງິນຕາຕ່າງປະເທດຈາກ 3.6% ໃນ ໄຕມາດທີ 2​  ຂອງປີນີ້.

https://www.bloomberg.com/news/articles/2023-12-22/dollar-s-share-in-central-bank-reserves-declines-imf-data-shows

https://www.facebook.com/TraderKPnews/posts/pfbid0cZP9d191vfKrYVidwKWDgJwiTRNq63JB57REY7Ujv546K7m7Wo2nmCnTwsrvVEo3l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/