ປີ 2023 ມາເລເຊຍ ມີນັກທ່ອງທ່ຽວເຂົ້າມາທ່ຽວຫຼາຍທີ່ສຸດໃນອາຊຽນ ຈຳນວນ 26.1 ລ້ານຄົນ


ໃນໄລຍະເດືອນມັງກອນ-ເດືອນພະຈິກ ປີ 2023 ມີນັກທ່ອງທ່ຽວຕ່າງຊາດເຂົ້າມາໃນປະເທດມາເລເຊຍປະມານ 26.1 ລ້ານຄົນ ສົ່ງຜົນໃຫ້ມາເລເຊຍກາຍເປັນຈຸດໝາຍປາຍທາງຍອດນິຍົມຫຼາຍທີ່ສຸດໃນພູມີພາກອາຊີຕາເວັນອອກສຽງໃຕ້.

ອັນດັບ 2 ແມ່ນປະເທດໄທ ເຊິ່ງມີນັກທ່ອງທ່ຽວຕ່າງຊາດເຂົ້າມາທ່ຽວ 24.6 ລ້ານຄົນ ໃນໄລຍະເວລາດຽວກັນ ຕາມມາດ້ວຍສິງກະໂປທີ່ມີຈຳນວນນັກທ່ອງທ່ຽວ 12.4 ລ້ານຄົນ ແລະ ຫວຽດນາມ 11.2 ລ້ານຄົນ.

ໃນປະເທດອື່ນໆໃນພູມີພາກນີ້ ເຊັ່ນ: ອິນໂດເນເຊຍ, ຟິລິບປິນ, ກຳປູເຈຍ ມີນັກທ່ອງທ່ຽວເຂົ້າມາໜ້ອຍກວ່າ 10 ລ້ານຄົນ. ໃນໄລຍະເວລາທີ່ຕ່າງກັນ ໂດຍຟິລິບປິນມີນັກທ່ອງທ່ຽວຕ່າງຊາດເຂົ້າມາພຽງ 4.4 ລ້ານຄົນ, ອິນໂດເນເຊຍ ແລະ ກຳປູເຈຍ ມີນັກທ່ອງທ່ຽວຈຳນວນ 9.5 ລ້ານຄົນ ແລະ 4.4 ລ້ານຄົນ.

ປະເທດມາເລເຊຍ ຍັງຈະມີນັກທ່ອງທ່ຽວມາທ່ຽວເພີ່ມຂຶ້ນອີກຫຼາຍ ແລະ ໃນປີຜ່ານໆມາ ມາເລເຊຍສາມາດຮັບນັກທ່ອງທ່ຽວຫຼາຍເຖິງ 83.4% ແລະ ກ່ອນໂຄວິດຈະລະບາດ ແມ່ນຫຼຸດລົງຫຼາຍ. ຫຼັງຈາກສະພາບກັບມາປົກກະຕິແລ້ວ ມາເລເຊຍ ກໍກັບມາຟົດຟື້ນຕ້ອນຮັບນັກທ່ອງທ່ຽວຫຼາຍຂຶ້ນກວ່າເກົ່າ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/