ການຮ່ວມມື 4 ປະເທດ 9 ຝ່າຍ ຈີນ-ລາວ-ມຽນມາ-ໄທ ເພື່ອອຳນວຍຄວາມສະດວກການຂົນສົ່ງສິນຄ້າ-ກວດກາ


ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈກອງປະຊຸມຄັ້ງທີ VIII ເຊິ່ງຈັດຂຶ້ນໃນປີ 2019 ຜ່ານມາ ທີ່ແຂວງອຸດົມໄຊ ພ້ອມທັງຕີລາຄາຄືນຜົນໄດ້ຮັບຈາກການຈັດຕັ້ງປະຕິບັດຕົວຈິງ ເພື່ອຖອດຖອນບົດຮຽນດ້ານດີ, ຂໍ້ຄົງຄ້າງກໍຄືສິ່ງທ້າທາຍດ້ານຕ່າງໆ ເພື່ອວາງທິດທາງແຜນການຮ່ວມມືຂອງບັນດາຝ່າຍໃນຕໍ່ໜ້າໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ. ໃນກອງປະຊຸມຫົວໜ້າຄະນະຜູ້ແທນຂອງແຕ່ລະຝ່າຍໄດ້ປະກອບຄໍາເຫັນທົບທວນຄືນ ການຮ່ວມມືມິດຕະພາບອັນດີງາມ ລະຫວ່າງ 09 ຝ່າຍ ເຂດຊາຍແດນໃນໄລຍະຜ່ານມາ ແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ສາມາດຢັ້ງຢືນໄດ້ວ່າກົນໄກການຮ່ວມມືດັ່ງກ່າວນີ້ ໄດ້ມີບົດບາດຕໍ່ການສົງເສີມສາຍພົວພັນຮ່ວມມືມິດຕະພາບອັນດີງາມ ສົມເປັນບ້ານໃກ້ເຮືອນຄຽງ ພ້ອມທັງສະເໜີຄວາມຕ້ອງການ ເພື່ອເພີ່ມທະວີການຮ່ວມມືລະຫວ່າງ 9 ຝ່າຍ.

ກອງປະຊຸມກົນໄກການຮ່ວມມື 4 ປະເທດ 9 ຝ່າຍ ເຂດຊາຍແດນ ຄັ້ງທີ IX ຍັງຈະໄດ້ພ້ອມກັນລົງນາມໃນບົດບັນທຶກ ເພື່ອສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືໃນຂັ້ນຕໍ່ໄປ.

1. ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ໂລຈິສຕິກ.

1.1. ແຕ່ລະຝ່າຍ ເຫັນດີສະໜັບສະໜູນ ແລະ ດໍາເນີນການຮ່ວມມືເສດຖະກິດ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ສືບຕໍ່ການລົງທຶນ ໃນຂົງເຂດກະສິກໍາ ແລະ ປ່າໄມ້, ອຸດສາຫະກໍາ ແລະ ການຄ້າ, ບໍລິການ ການທ່ອງທ່ຽວ ແລະ ໂລຈິສຕິກ.

1.2. ແຕ່ລະຝ່າຍເຫັນດີສ້າງກົນໄກການປະສານງານ, ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ ດ້ານການຄ້າ ແລະ ການລົງທຶນ, ສະໜອງ ແລະ ເຜີຍແຜ່ກົດໝາຍ, ລະບຽບການດໍາເນີນທຸລະກິດ ການສົ່ງອອກ-ນໍາເຂົ້າສິນຄ້າ ໃຫ້ພາກລັດ ແລະ ພາກເອກະຊົນ.

1.3. ສະໜັບສະໜູນໃຫ້ສະພາການຄ້າ 09 ຝ່າຍ ຈັດໃຫ້ມີການພົບປະ ລະຫວ່າງ ນັກທຸລະກິດຮ່ວມກັນ ຄຽງຄູ່ກັບກອງປະຊຸມ 4 ປະເທດ 9 ຝ່າຍ ເພື່ອເປັນການສະໜັບສະໜູນການຮ່ວມມືໃຫ້ໄດ້ຮັບຜົນດີ.

1.4. ແຕ່ລະຝ່າຍເຫັນດີເພີ່ມທະວີການຮ່ວມມືກອງປະຊຸມພົບປະແລກປ່ຽນ ກ່ຽວກັບວຽກງານ ອໍານວຍຄວາມສະດວກທາງການຄ້າ, ການຄ້າຊາຍແດນ ແລະ ການຂົນສົ່ງ.

1.5. ເຈົ້າໜ້າທີ່ປະຈໍາດ່ານຊາຍແດນ ບໍ່ເຕັນ-ບໍ່ຫານ, ດ່ານຊາຍແດນ ບໍ່ແກ້ວ -ຊຽງຂອງ, ດ່ານຊາຍແດນຊຽງກົກ-ຊຽງລາບ, ດ່ານຊາຍແດນແມ່ສາຍ-ທ່າຂີ້ເຫຼັກ, ດ່ານສາກົນສາມຫຼ່ຽມທອງຄໍາ, ດ່ານຊາຍແດນພູຫຼັກຄໍາ-ຊິງໝິງ ແລະ ທ່າເຮືອຊຽງແສນ-ຊຽງຮຸ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກັນ ກ່ຽວກັບການຊອກຫາວິທີການແກ້ໄຂດ້ານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ, ຮ່ວມມືກັນເປັນປົກກະຕິ ເພື່ອແກ້ໄຂບັນຫາຕ່າງໆໃຫ້ມີຄວາມສະດວກ ວ່ອງໄວ.

1.6. ແຕ່ລະຝ່າຍເຫັນດີໃຫ້ມີການຈັດງານສະແດງສິນຄ້າແຕ່ລະປີ ເພື່ອເຮັດໃຫ້ການຮ່ວມມືດ້ານເສດຖະກິດ ເຂດຊາຍແດນ ຂອງ 09 ຝ່າຍ, ມີການຂະຫຍາຍຕົວຂຶ້ນ, ໂດຍຜັດປ່ຽນການເປັນເຈົ້າພາບ (ຕາມເງື່ອນໄຂຄວາມພ້ອມຂອງແຕ່ລະຝ່າຍ).

2. ການຮ່ວມມືດ້ານການທ່ອງທ່ຽວ.

2.1. ແຕ່ລະຝ່າຍສະໜັບສະໜູນສົ່ງເສີມການແລກປ່ຽນບົດຮຽນຮ່ວມກັນ ແລະ ສ້າງເງື່ອນໄຂໃຫ້ຄະນະຜູ້ແທນນັກວິຊາການ ແລະ ຜູ້ປະກອບການດ້ານການທ່ອງທ່ຽວ ໃຫ້ມີການພົບປະແລກປ່ຽນຂໍ້ມູນຂ່າວສານດ້ານກອງທ່ອງທ່ຽວ ພ້ອມທັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

2.2. ສະໜັບສະໜູນໃຫ້ມີການຈັດຄາລາວານທ່ອງທ່ຽວດ້ວຍລົດໃຫຍ່, ລົດຈັກ ແລະ ລົດຖີບ ເພື່ອໃຫ້ພາກລັດ ແລະ ຜູ້ປະກອບການໄດ້ມີໂອກາດສໍາຫຼວດເສັ້ນທາງການທ່ອງທ່ຽວ, ການລົງທຶນ, ສ້າງຕົວແທນບໍລິສັດທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ການທ່ອງທ່ຽວ, ເພື່ອກະກຽມຮອງຮັບນັກທ່ອງທ່ຽວ.

2.3. ເຫັນດີຮ່ວມກັນຈັດງານການສະແດງແລກປ່ຽນວັດທະນະທໍາ ເພື່ອສົ່ງເສີມດ້ານການທ່ອງທ່ຽວຂຶ້ນປີລະຄັ້ງ ແລະ 09 ຝ່າຍ ຈະຜັດປ່ຽນກັນເປັນເຈົ້າພາບໃນການຈັດງານດັ່ງກ່າວ (ຕາມເງື່ອນໄຂຄວາມພ້ອມຂອງແຕ່ລະຝ່າຍ).

2.4. ສ້າງສິ່ງອໍານວຍຄວາມສະດວກໃນການເຂົ້າ-ອອກ ຂອງນັກທ່ອງທ່ຽວ ເຊັ່ນ: ດ່ານສາກົນ ບໍ່ເຕັນ-ບໍ່ຫານ, ດ່ານສາກົນ ບໍ່ແກ້ວ-ຊຽງຂອງ, ສະໜາມບິນສາກົນຫຼວງພະບາງ-ສະໜາມບິນສາກົນຊຽງໃໝ່ – ສະໜາມບິນສາກົນບໍ່ແກ້ວ, ສະໜາມບິນຊຽງຣາຍ ແລະ ສະໜາມບິນກິ່ງແຂວງສິບສອງພັນນາ, ດ່ານຊາຍແດນແມ່ສາຍ -ທ່າຂີ້ເຫຼັກ, ດ່ານສາກົນບ້ານມອມ-ວັງປຸ່ງ, ດ່ານຊາຍແດນຊຽງກົກ-ຊຽງລາບ, ດ່ານຊາຍແດນຊຽງຂອງ-ກວນເລີ້ຍ, ທ່າເຮືອຊຽງແສນ ແລະ ດ່ານຊາຍແດນອື່ນໆ ທີ່ໄດ້ຮັບອະນຸຍາດໂດຍຕາມລະບຽບກົດໝາຍຂອງແຕ່ລະປະເທດຂອບເຂດຊາຍແດນ.

2.5. ແຕ່ລະຝ່າຍພິຈາລະນາແຕ່ງຕັ້ງຄະນະກໍາມະການຮ່ວມ ໃນການວາງແຜນປະຕິບັດງານ ແລະ ປະເມີນຜົນສະເພາະດ້ານການທ່ອງທ່ຽວ ໃນໄລຍະຜ່ານມາ ພ້ອມທັງຮ່ວມກັນວາງແຜນ, ກໍານົດເສັ້ນທາງການທ່ອງທ່ຽວ ເພື່ອເຊື່ອມໂຍງເຂດຊາຍແດນ ໂດຍການສ້າງວົງກົມການທ່ອງທ່ຽວ 04 ປະເທດ.

3. ການຮ່ວມມືດ້ານການຂົນສົ່ງ.

ແຕ່ລະຝ່າຍເພີ່ມທະວີໃນການສ້າງສິ່ງອໍານວຍຄວາມສະດວກໃນການຮ່ວມມືຫຼາຍດ້ານ ເປັນຕົ້ນແມ່ນ ການພົວພັນຮ່ວມມືການຂົນສົ່ງທາງບົກຂະຫຍາຍຕົວຕໍ່ເນື່ອງ ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງທາງນໍ້າ, ທາງບົກ ແລະ ທາງອາກາດ, ການຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວ ເພື່ອຮັກສາບັນຍາກາດທີ່ດີໃນການຮ່ວມມືດ້ານການຂົນສົ່ງ, 09 ຝ່າຍເຫັນດີປະຕິບັດຕາມສັນຍາ ວ່າດ້ວຍການອໍານວຍຄວາມສະດວກຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໃນພາກພື້ນລຸ່ມແມ່ນໍ້າຂອງ ແລະ ເຫັນດີສົ່ງເສີມໃຫ້ບັນດາເຮືອຂົນສົ່ງທີ່ດໍາເນີນກິດຈະການຢູ່ຕາມແມ່ນໍ້າຂອງໃຫ້ຈອດຕາມທ່າເຮືອ, ດ່ານທ່າເຮືອທີ່ກໍານົດໄວ້ໃນລະບຽບ

ການເດີນເຮືອ, ໃນຂົງເຂດ 04 ປະເທດ ຈີນ-ລາວ-ມຽນມາ-ໄທ ເພື່ອຄວາມສະດວກໃນການກວດກາ.

4. ການຮ່ວມມືດ້ານກະສິກໍາ-ປ່າໄມ້.

ແຕ່ລະຝ່າຍເຫັນດີຊຸກຍູ້, ສົ່ງເສີມ ການຮ່ວມມືກັນດ້ານກະສິກໍາ ໂດຍສະເພາະແມ່ນການອໍານວຍຄວາມສະດວກ ໃນການນໍາເຂົ້າ-ສົ່ງອອກ ສິນຄ້າກະສິກໍາ, ຜົນຜະລິດເຄື່ອງປ່າຂອງດົງຕາມລະດູການ, ການປຸງແຕ່ງ ແລະ ແປຮູບຜົນຜະລິດກະສິກໍາເພື່ອສ້າງມູນຄ່າເພີ່ມໃນການສົ່ງອອກ, ອົງການປົກຄອງທີ່ກ່ຽວຂ້ອງ 09 ຝ່າຍ ເຫັນດີລາຍງານໄປຍັງລັດຖະບານຂອງຕົນ, ຕັ້ງໜ້າຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງຂອງຕົນ ສະເໜີ ເຖິງ ກົມໃຫຍ່ພາສີ ສປ ຈີນ ກ່ຽວກັບ ການເພີ່ມໂກຕາ ແລະ ລາຍການສິນຄ້າປະເພດກະສິກໍາ ທີ່ສົ່ງອອກໄປ ສປ ຈີນ ໃຫ້ຫຼາຍຂຶ້ນ.

ແຕ່ລະຝ່າຍ ເຫັນດີຮ່ວມມືກັນຢ່າງໃກ້ຊິດ ໃນການປ້ອງກັນໄຟໄໝ້ລາມປ່າຂ້າມແດນ ແລະ ໝອກຄວັນຂ້າມແດນ, ປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ພ້ອມທັງແຈ້ງໃຫ້ອີກຝ່າຍໜຶ່ງຮັບຊາບ ຕໍ່ກັບບັນ ຫາທີ່ເກີດຂຶ້ນ. ແຕ່ລະຝ່າຍຊຸກຍູ້ ໃຫ້ຂະແໜງວິຊາການທີ່ກ່ຽວຂ້ອງຂອງຕົນ ມີການແລກປ່ຽນບົດຮຽນນໍາກັນ ໃນການປ້ອງກັນບັນຫາດັ່ງກ່າວ.

5. ການຮ່ວມມືດ້ານການສຶກສາ ແລະ ວັດທະນະທໍາ.

ເພື່ອສືບຕໍ່ການປຶກສາຫາລືໃນຂົງເຂດວຽກງານສຶກສາຂອງແຕ່ລະຝ່າຍ ແມ່ນເຫັນດີໃຫ້ມີການແລກປ່ຽນນໍາກັນ ໂດຍເປີດໃຫ້ມີການຢ້ຽມຢາມພົບປະ ລະຫວ່າງ ຄູ-ອາຈານ ແລະ ສາສະດາຈານ, ເຝິກອົບຮົມ ແລະ ພັດທະນາສີມືແຮງງານ ເພື່ອເປັນການປະຕິບັດນະໂຍບາຍຂອງລັດຖະບານ 04 ປະເທດ ໃນການເຂົ້າ ຮ່ວມປະຊາຄົມອາຊຽນ ແລະ ການຮ່ວມມື ອາຊຽນ-ຈີນ. ແຕ່ລະຝ່າຍສະໜັບສະໜູນ ໃຫ້ນັກສຶກສາຂອງຕົນຮຽນພາສາຂອງແຕ່ລະຝ່າຍ ໂດຍເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງແຕ່ລະຝ່າຍ ເປັນຜູ້ອໍານວຍຄວາມສະດວກ (ຕາມເງື່ອນໄຂຄວາມພ້ອມຂອງແຕ່ລະຝ່າຍ).

ສົ່ງເສີມໃຫ້ມີການແລກປ່ຽນກິດຈະກໍາທາງດ້ານວັດທະນະທໍາ, ປະເພນີຕ່າງໆ ຂອງທັງ 04 ປະເທດທີ່ຄ້າຍຄືກັນເຊັ່ນ: ປະເພນີບຸນປີໃໝ່ (ບຸນຫົດນໍ້າ), ບຸນມະຫາຊາດ ແລະ ອື່ນໆເປັນຕົ້ນ.

6. ການຂະຫຍາຍກົນໄກການຮ່ວມມື 04 ປະເທດ 09 ຝ່າຍ.

ກອງປະຊຸມກົນໄກການຮ່ວມມື 04 ປະເທດ 09 ຝ່າຍ ຄັ້ງທີ 9, ທີ່ແຂວງຫຼວງນໍ້າທາເປັນເຈົ້າພາບ ໄດ້ຮັບຮອງເອົາ ແຂວງຜົ້ງສາລີ ສປປ ລາວ ເປັນຝ່າຍເຂົ້າຮ່ວມສັງເກດການ.

ນອກຈາກນີ້ພາຍຫຼັງສໍາເລັດກອງປະຊຸມຄະນະຜູ້ແທນໄດ້ເດີນທາງໄປຮ່ວມຊົມງານວາງສະແດງຜະລິດຕະພັນສີນຄ້າຂອງແຂວງ, ທ່ຽວຊົມບັນດາບໍລິສັດໂລຈິສຕິກຢູ່ເຂດດ່ານພາສີສາກົນບໍ່ເຕັນ, ທ່ຽວຊົມສະຖານທີ່ວັດທະນະທຳເຂດເສດຖະກິດບໍ່ເຕັນ ແລະ ຢ້ຽມຊົມສູນຈຳລອງເຂດເສດຖະກິດບໍເຕັນແດນງາມ ເພື່ອເປັນຊ່ອງທາງໃຫ້ນັກທຸລະກິດເຂົ້າມາລົງທຶນພາຍໃນແຂວງຫຼວງນໍ້າທານັບມື້ນັບຫຼາຍຂຶ້ນ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/