Jung Kook BTS ແລະ Usher ກຽມປ່ອຍເພງຣີມິກໃໝ່ “Standing Next to You”


ມາຢ່າງຕໍ່ເນື່ອງກັບຜົນງານຣີມິກເພງຂອງ Jung Kook BTS ທີ່ຈະໄດ້ຮ່ວມງານກັບ Usher ໃນ “Standing Next To You” ບອກໄດ້ຄຳດຽວວ່າງານນີ້ບໍ່ທຳມະດາ ມີແຕ່ຄຳວ່າປັງ! ປັງແບບບໍ່ຢຸດ ຕົ້ນສະບັບຍັງດີຂະໜາດນີ້ ເວີຊັນຣີມິກຈະດີຂະໜາດໃດ.

ເມື່ອວັນທີ 29 ພະຈິກ 2023 ທີ່ຜ່ານມາ ທາງ BIGHIT MUSIC ໄດ້ອອກມາປະກາດເລື່ອງທີ່ໜ້າຕື່ນເຕັ້ນອີກຄັ້ງວ່າ Jung Kook BTS ຈະໄດ້ປ່ອຍເພງໃໝ່ “Standing Next To You” ໃນເວີຊັ່ນ  “Usher Remix” ສຳລັບຜົນງານຣີມິກໃນຄັ້ງນີ້ ຈະເຮັດໃຫ້ແຟນໆໄດ້ສຳຜັດຄວາມນຸ້ມນວນແບບເຕັມທີ່.

“Standing Next to You – Usher Remix” ຈະປ່ອຍອອກມາໃນວັນທີ 1 ທັນວາ 2023 ເວລາ 14:00 ຕາມເວລາເກົາຫຼີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/