ລາຄາຂອງຫຼຽນມີມ “MUNGER” ເພີ່ມຂຶ້ນສູງເຖິງ 31,000% ຫຼັງຈາກທີ່ Charlie Munger ເສຍຊີວິດໃນວັນອັງຄານທີ່ຜ່ານມາ


“MUNGER” ເຊິ່ງເປັນຫຼຽນມີມຕົວໃໝ່ໄດ້ມີລາຄາເພີ່ມຂຶ້ນຈົນໜ້າຕົກໃຈຫຼັງຈາກການເສຍຊີວິດຂອງນັກລົງທຶນທີ່ມີຊື່ສຽງລະດັບຕຳນານຄື Charlie Munger ໃນໄວອາຍຸ 99 ປີ ເມື່ອວັນອັງຄານທີ່ຜ່ານມານີ້.

ໂດຍເຫຼົ່າບັນດານັກລົງທຶນທີ່ເອີ້ນຕົນເອງວ່າ “Degens” ໄດ້ສວຍໂອກາດໃນການເປີດຕົວຫຼຽນມີມໃໝ່ “MUNGER” ໃນ Uniswap ກະດານເທຣດເເບບ decentralized, ຫຼັງຈາກທີ່ທາງບໍລິສັດ Berkshire Hathaway ໄດ້ປະກາດວ່າ Charlie Munger ຮອງປະທານບໍລິສັດໄດ້ຈາກໄປຢ່າງສະຫງົບສຸດທີ່ໂຮງໝໍໃນລັດຄາລິຟໍເນຍ.

ໂດຍຫຼັງຈາກທີ່ໄດ້ມີການເປີດຕົວຫຼຽນມີມໃໝ່ໄດ້ພຽງ 15 ນາທີເທົ່ານັ້ນ, ລາຄາຂອງຫຼຽນກໍໄດ້ມີການເພີ່ມຂຶ້ນກວ່າ 409% ໃນ 24 ຊົ່ວໂມງທີ່ຜ່ານມາ ເເລະ ຫຼັງຈາກນັ້ນລາຄາຂອງຫຼຽນກໍໄດ້ມີການເພີ່ມຂຶ້ນອີກເຖິງ 31,500% ໃນໄລຍະທຳອິດທີ່ໄດ້ມີການເປີດຕົວ. ອີງຕາມຂໍ້ມູນຈາກ geckoterminal

ລາຄາຂອງຫຼຽນ MUNGER ໄດ້ມີການຊື້ຂາຍກັນຢູ່ທີ່ 0.00000001884 ໂດລາໃນຂະນະທີ່ຂຽນ. ເຖິງເເມ່ນວ່າລາຄາຂອງຫຼຽນ MUNGER ຈະມີຄວາມຜັນຜວນສູງໃນຕະຫຼາດ ເເລະ ມີມູນຄ່າຫຼຸດລົງມາ 34 % ໃນຊົ່ວໂມງທີ່ຜ່ານມາ, ເເຕ່ນີ້ກໍບໍ່ໄດ້ເຮັດໃຫ້ບັນດານັກເທຣດທັງຫຼາຍຢຸດເຊົາການຊື້ຂາຍຫຼຽນດັ່ງກ່າວ ເຊິ່ງເຫັນໄດ້ຈາກປະລິມານການຊື້ຂາຍຂອງຫຼຽນຢູ່ທີ່ 3.57 ລ້ານໂດລານັບຕັ້ງເເຕ່ມື້ວານ. ໃນປັດຈຸບັນ, ຫຼຽນ MUNGER ມີມູນຄ່າຕະຫຼາດຢູ່ທີ່ 132,000 ໂດລາ ເເລະ ຕົວເລກດັ່ງກ່າວກໍກໍາລັງຫຼຸດລົງເລື້ອຍໆ.

ທີ່ມາ:

decrypt

geckoterminal

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/