Mercedes-Benz ເປີດຕົວລົດບັນທຸກໄຟຟ້າ ໃນອາຊີຕາເວັນອອກສຽງໃຕ້


Mercedes-Benz Trucks ໄດ້ເປີດຕົວລົດບັນທຸກໄຟຟ້າຄັ້ງທຳອິດໃນອາຊີຕາເວັນອອກສຽງໃຕ້ ບໍລິສັດ Daimler Commercial Vehicles South-east Asia (Daimler CV SEA) ບໍລິສັດແມ່ຂອງ Mercedes-Benz Trucks ແລະ ມີຕົວແທນຈຳໜ່າຍທີ່ໄດ້ຮັບອະນຸຍາດຄື Jardine Cycle & Carriage ໄດ້ເຮັດການສົ່ງມອບລົດບັນທຸກໜັກໄຟຟ້າ Mercedes-Benz eActros ຄັນທຳອິດໃນສິງກະໂປໃຫ້ແກ່ Meteorite Logistics Services ເຊິ່ງເປັນພັນທະມິດດ້ານໂລຈິສຕິກຂອງ Schenker.

ປະທານເຈົ້າໜ້າທີ່ບໍລິການຂອງ Harald Schmid Daimler CV SEA ກ່າວວ່າ ບໍລິສັດມີແຜນຈະເປີດຕົວລົດ eActros ໃນໄທ, ຟີລິບປິນ ແລະ ມາເລເຊຍ. ໃນປີ 2024 ທີ່ຈະຮອດນີ້ ໂດຍໃນອາຊີ Daimler CV SEA ໄດ້ເຮັດການເປີດຕົວລົດບັນທຸກໜັກໄຟຟ້າໄປແລ້ວ 3 ຮຸ່ນ ໃນຮ່ອງກົງໄດ້ແກ່

eActros, Mitsubishi eCanter ແລະ ລົດບົດອັດດິນ ແລະ ອັດຂີ້ເຫຍື້ອ Mercedes-Benz eEconic.

ລູກຄ້າໃນພູມີພາກມີຄວາມສົນໃຈ ເລື່ອງລົດບັນທຸກແມ່ນສາມາດປ້ອງກັນມົນລະພິດຢ່າງດີໃນໄລຍະ 8-12 ເດືອນທີ່ຜ່ານມາ. ພ້ອມທັງຍັງເສີມວ່າລູກຄ້າທີ່ມີສັກກະຍະພາບ ສຳລັບລົດບັນທຸກດັ່ງກ່າວຄື ບໍລິສັດໂລຈິສຕິກລະຫວ່າງປະເທດ ທີ່ໃຫ້ຄວາມຍືນຍົງເປັນຕົວຂັບເຄື່ອນຫຼັກຂອງທຸລະກິດໃນອີກ 10-15 ປີຕໍ່ໜ້າ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/