ເລຂາທິການໃຫຍ່ອາຊຽນ ສະໜັບສະໜູນລາວໃຫ້ໄດ້ຮັບຜົນສໍາເລັດ ໃນການເປັນປະທານອາຊຽນ 2024


ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຈາກກອງເລຂາອາຊຽນ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນວັນທີ 29 ພະຈິກ 2023.

ຈຸດປະສົງຂອງການຢ້ຽມຢາມ-ເຮັດວຽກຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບການກະກຽມສຳລັບການເປັນປະທານອາຊຽນຂອງ ສປປ. ລາວ ໃນປີ 2024, ໂດຍສະເພາະຂົງເຂດບຸລິມະສິດ, ໜ້າວຽກ ແລະ ກິດຈະກຳຕ່າງໆ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແນໃສ່ເສີມສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງກວ່າເກົ່າ ແລະ ເຮັດໃຫ້ອາຊຽນສາມາດນຳໃຊ້ກາລະໂອກາດເພີ່ມທະວີການຮ່ວມມື ແລະ ຮັບມືກັບສິ່ງທ້າທາຍໃນປັດຈຸບັນ ແລະ ໃນອະນາຄົດ ໄດ້ຢ່າງມີປະສິດທິພາບ ແລະ ທັນການ.

ການມາຢ້ຽມຢາມ-ເຮັດວຽກໃນຄັ້ງນີ້, ທ່ານເລຂາທິການໃຫຍ່ອາຊຽນ ໄດ້ພົບປະເຮັດວຽກ ກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຮັບຜິດຊອບເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຜິດຊອບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮັບຜິດຊອບເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ.

ໃນໂອກາດນີ້, ທ່ານເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຄຳນັບ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ.

ທ່ານເລຂາທິການໃຫຍ່ອາຊຽນ ໄດ້ສະແດງຄວາມຂອບໃຈມາຍັງ ສປປ ລາວ ໃນການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຮັບຊາບຄວາມຄືບໜ້າໃນການກະກຽມການເປັນປະທານອາຊຽນ ຂອງ ສປປ ລາວ ໃນດ້ານຕ່າງໆ ລວມທັງດ້ານເນື້ອໃນ. ຝ່າຍ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເລຂາທິການໃຫຍ່ອາຊຽນ ທີ່ໄດ້ຢືນຢັນຄວາມໝາຍໝັ້ນທີ່ຈະສືບຕໍ່ສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວ ເພື່ອໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ.

ຂໍ້ມູນຈາກ: ປະເທດລາວ Pathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/