Apple ປະກາດຍຸຕິການຮ່ວມມືໃນການເຮັດ “ບັດເຄຣດິດດອກເບ້ຍສູງ” ກັບ Goldman Sachs ເປັນທີ່ຮຽບຮ້ອຍແລ້ວ


ໃນວັນທີ 28 ພະຈິກທີ່ຜ່ານມາ, ສຳນັກງານຂ່າວຕ່າງປະເທດໄດ້ມີການລາຍງານວ່າ Apple ບໍລິສັດເຕັກໂນໂລຊີຍັກໃຫຍ່ ແລະ ຜູ້ຜະລິດສະມາດໂຟນ iPhone ໄດ້ປະກາດຈະຍຸຕິການຮ່ວມມືກັບ Goldman Sachs ທະນາຄານການລົງທຶນທີ່ມີຊື່ສຽງຂອງສະຫະລັດ ໃນການໃຫ້ບໍລິການບັນຊີເງິນຝາກປະຢັດ ແລະ ບັດເຄຣດິດທີ່ໃຫ້ຜົນຕອບແທນສູງພາຍໃນ 12-15 ເດືອນຂ້າງໜ້າ.

ໂດຍໃນລາຍງານໄດ້ລະບຸວ່າ: ກ່ອນໜ້ານີ້ໃນປີ 2019, Apple ໄດ້ເປີດຕົວ Apple Card, ການບໍລິການບັດເຄຣດິດພາຍໃຕ້ແບຣນຂອງ Apple ເອງ, ເຊິ່ງເປັນການຮ່ວມມືກັບ Goldman Sachs, ແລະຕໍ່ມາໃນເດືອນເມສາ ປີ 2023 ກໍໄດ້ມີການເພີ່ມເຕີມບໍລິການບັນຊີເງິນຝາກປະຢັດທີ່ໃຫ້ອັດຕາດອກເບ້ຍສູງເຖິງ 4.15% ຕໍ່ປີ, ເຊິ່ງບໍລິການທັງໝົດແມ່ນ Apple ຈະເປັນຜູ້ດູແລ ແລະ ໃຫ້ບໍລິການຜ່ານແອັບ Wallet ໃນ iPhone, ແຕ່ລະບົບຫຼັງບ້ານໃນສ່ວນຂອງທະນາຄານນັ້ນແມ່ນມອບໃຫ້ Goldman Sachs ເປັນຜູ້ຈັດການທັງໝົດ.

ແຕ່ໃນການຮ່ວມມືກັນລະຫວ່າງ 2 ບໍລິສັດນີ້ກັບເປັນໄປໄດ້ບໍ່ຄ່ອຍດີເທົ່າໃດໃນ 2 – 3 ປີທີ່ຜ່ານມາ, Goldman Sachs ນັ້ນໄດ້ພະຍາຍາມທີ່ຍົກເລີກຮ່ວມມືໃນຄັ້ງນີ້ ແຕ່ກໍບໍ່ສາມາດເຮັດໄດ້ ເນື່ອງຈາກວ່າຜົນປະກອບການຂອງບໍລິສັດໄດ້ຮັບການສູນເສຍຢ່າງໜັກ ແລະ ຍັງຕ້ອງປະເຊີນກັບການຖືກສືບສວນຈາກໜ່ວຍງານຄຸ້ມຄອງດູແລເລື່ອງການຄືນເງິນ ແລະ ການຮຽກເກັບເງິນຂອງລູກຄ້າ, ລວມທັງການເລືອກທີ່ຈະປະຕິບັດທາງເພດໃນການກໍານົດວົງເງິນສິນເຊື່ອ.

ທັງນີ້, ສໍາລັບ Apple ແລ້ວບັດເຄຣດິດ ແລະ ບັນຊີເງິນຝາກປະຢັດແມ່ນວິທີການທີ່ຈະເພີ່ມມູນຄ່າ ແລະ ຄຸນສົມບັດເພີ່ມເຕີມໃຫ້ກັບ iPhone, ລວມທັງສະໜັບສະໜູນທຸລະກິດການບໍລິການໃຫ້ມີການຂະຫຍາຍຕົວເຕີບໂຕໄດ້ຢ່າງວ່ອງໄວ. ໃນການຍຸຕິການຮ່ວມມືກັບ Goldman Sachs ໃນຄັ້ງນີ້, ເຮັດໃຫ້ Apple ຕ້ອງເລັ່ງຫາຄູ່ຮ່ວມງານທາງດ້ານການເງິນໃໝ່ ເພື່ອທີ່ຈະໃຫ້ບໍລິການທັງໝົດຂອງ Apple card ສາມາດດໍາເນີນຕໍ່ໄປໄດ້ໂດຍບໍ່ຂັດຂ້ອງຫຍັງ.

ທີ່ມາ:

reuters

cnbc

apple

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/